ເຕືອນໄພ ປະຊາຊົນທີ່ອາໄສລຽບນ້ຳແບງ ຈົ່ງເກັບມ້ຽນເຄື່ອງຂອງໄວ້ທີ່ສູງ ເນື່ອງຈາກລະດັບນ້ຳແບງສູງຂຶ້ນຢ່າງຕໍ່ເນື່ອງ

Must read

ຂປລ. ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຮຸນ ແຂວງອຸດົມໄຊ ໄດ້ອອກແຈ້ງເຕືອນໄພປະຈຳວັນທີ 19 ສິງຫາ 2026 ເນື່ອງຈາກປັດຈຸບັນລະດັບນ້ຳແບງກາຍຂີດເຕືອນໄພແລ້ວ. ສະນັ້ນ, ຈຶ່ງແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນທີ່ອາໄສລຽບແຄມນ້ຳແບງພາຍໃນເມືອງຈົ່ງມີສະຕິຕໍ່ສະພາບນ້ຳຖ້ວມ, ດິນເຈື່ອນ ແລະ ຈົ່ງເກັບມ້ຽນເຄື່ອງຂອງໄວ້ທີ່ສູງແລະປອດໄພ.

ເນື່ອງຈາກສະພາບຝົນຕົກໜັກ ແລະ ຕິດຕໍ່ກັນເປັນເວລາຫລາຍວັນໃນໄລຍະຜ່ານມາ ເຮັດໃຫ້ລະດັບນໍ້າແບງສູງຂຶ້ນຢ່າງຕໍ່ເນື່ອງ ແລະ ໃນປັດຈຸບັນລະດັບນໍ້າແບງ, ຈຸດວັດແທກນໍ້າແບງບ້ານວັງລຳ ເມືອງຮຸນ ໄດ້ສູງຂຶ້ນຮອດລະດັບເຕືອນໄພແລ້ວ, ໃນຕອນເຊົ້າ ເວລາ 08 ໂມງ 15 ນາທີ, ຂອງວັນທີ 19 ສິງຫາ 2026, ລະດັບນໍ້າແທກໄດ້ 4,50 ແມັດ, (ເຂດອັນຕະລາຍ 6 ແມັດ).

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງອົງການຈັດຕັ້ງທຸກຂັ້ນທຸກພາກສ່ວນ, ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນບັນດາເຜົ່າ, ຢູ່ເຂດແຄມນໍ້າ ແລະ ເຂດທີ່ມີຄວາມສ່ຽງຕໍ່ການເກີດໄພພິບັດຈົ່ງພ້ອມກັນມີສະຕິ ລະມັດລະວັງຕໍ່ສະພາບນໍ້າຖ້ວມ ແລະ ດິນເຈື່ອນທີ່ອາດຈະເກີດຂຶ້ນ. ພ້ອມນີ້, ຂໍໃຫ້ກະກຽມມ້ຽນມັດ, ຍົກຍ້າຍ ວັດຖຸສິ່ງຂອງທີ່ຈໍາເປັນ, ສັດລ້ຽງໄປໃວ້ບ່ອນທີ່ສູງ-ປອດໄພ ແລະ ໃຫ້ຕິດຕາມລາຍງານສະພາບອາກາດ ແລະ ລະດັບນໍ້າຈາກຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງເປັນແຕ່ລະໄລຍະ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article