
ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນວັນທີ 14 ສິງຫາ 2026 ການນໍາເມືອງໜອງບົກ ນໍາໂດຍທ່ານ ສຸລິນ ພົມມະໄຊ ເລຂາຄະນະບໍລິຫານງານພັກເມືອງໜອງບົກ ພ້ອມດ້ວຍປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ກໍາລັງ ປກຊ-ປກສ ລົງຕິດຕາມສະພາບໄພນ້ຳຖ້ວມຢູ່ພາຍໃນເມືອງ ພ້ອມທັງໄດ້ຮ່າຍຊາຍໃສ່ເປົາ ເພື່ອກັ້ນຕາມຂອບແລວທາງເຂດບ້ານໂຄກກ່ອງ ເພື່ອຕ້ານການເຊາະເຈື່ອນຂອງຂອບທາງ ແລະ ຫລຸດແຮງເຊາະຂອງນໍ້າທີ່ໄຫລຂ້າມທາງ.

ທ່ານ ຄໍາສິງ ແສງດາວັນ ຮອງປະທານຄະນະກໍາມະການປົກຄອງເມືອງ ທັງເປັນປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລາຍງານວ່າ: ໃນໄລຍະຕົ້ນເດືອນສິງ 2026 ເປັນຕົ້ນມາ ເມືອງໜອງບົກ ໄດ້ຮັບອິດທິພົນຈາກພະຍຸ ແລະ ມວນນໍ້າຈາກເຊບັ້ງໄຟ ອັນເກີດຈາກຝົນຕົກໜັກຕິດຕໍ່ກັນຫລາຍວັນ ເຮັດໃຫ້ປະລິມານນໍ້າຈາກສາຍນໍ້າສາຂາຕ່າງໆ ໄຫລລົງສູ່ນໍ້າເຊບັ້ງໄຟ ເຮັດໃຫ້ນໍ້າເຊບັ້ງໄຟມີປະລິມານນ້ຳເພີ່ມສູງຂຶ້ນ ລົ້ນຝັ່ງໄຫລເຂົ້າຖ້ວມວັດ, ສຸກສາລາ, ໂຮງຮຽນ, ເນື້ອທີ່ທຳການຜະລິດ ແລະ ເຮືອນຊານຂອງປະຊາຊົນທີ່ຢູ່ຈຸດຕໍ່າ.

ເມືອງໜອງບົກມີ 55 ບ້ານ, ມີ 4 ຕາແສງ ມີພົນລະເມືອງ 55.766 ຄົນ, ຍິງ 27.891 ຄົນ, ມີ 11.849 ຫລັງຄາ, ມີ 9.310 ຄອບຄົວ, ເນື້ອທີ່ນາປີ 17.579 ເຮັກຕາ, ເນື້ອທີ່ປັກດໍາຕົວຈິງ 15.995 ເຮັກຕາ, ເນື້ອທີ່ສວນ 2.942 ເຮັກຕາ, ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມແລ້ວມີ 37 ບ້ານ, ມີ 4.051 ຄອບຄົວ, ມີປະຊາກອນ 19.045 ຄົນ, ຍິງ 9.413 ຄົນ, ເນື້ອທີ່ນາຖືກນ້ຳຖ້ວມຕົວຈິງ 5.726 ເຮັກຕາ, ຖ້ວມເສັ້ນທາງ 15 ເສັ້ນ, ຍາວ 32.400 ແມັດ, ທາງຂາດ 2 ຈຸດ, ຖ້ວມຂົວ 3 ແຫ່ງ ແລະ ມີຕະຝັ່ງເຈື່ອນ 3 ຈຸດ. ສໍາລັບຜົນເສຍຫາຍຍັງບໍ່ສາມາດປະເມີນໄດ້ ແລະ ນ້ຳໄດ້ຖ້ວມວັດ 9 ແຫ່ງ, ສຸກສາລາ 7 ແຫ່ງ, ໂຮງຮຽນ 8 ແຫ່ງ. ພ້ອມນີ້, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ຕອບໂຕ້ໂດຍນຳໃຊ້ກຳລັງທຸກພາກສ່ວນ ເປັນຕົ້ນ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປະຊາຊົນ ເຂົ້າຊ່ວຍເຫລືອພໍ່ແມ່ປະຊາຊົນຂົນຍ້າຍສິ່ງຂອງ, ສັດລ້ຽງໄປໄວ້ບ່ອນປອດໄພ ແລະ ໃຊ້ເປົາຊາຍ ກັນບໍລິເວນຈຸດທີ່ນ້ຳຈະໄຫລຜ່ານທາງ ເພື່ອບໍ່ໃຫ້ນ້ຳໄຫລເຊາະເສັ້ນທາງເຮັດໃຫ້ມີຄວາມເສຍຫາຍ ພ້ອມທັງໄດ້ຕິດຕາມສະພາບນ້ຳເປັນປົກກະຕິ. ສໍາລັບຄວາມເສຍຫາຍຂອງພື້ນທີ່ນໍ້າຖ້ວມ ຈະໄດ້ມີການປະເມີນພາຍຫລັງທີ່ນໍ້າຫລຸດລົງ.

ທ່ານ ຄໍາສິງ ແສງດາວັນ ກ່າວຕື່ມວ່າ: ໃນໄລຍະ 3-4 ມື້ຜ່ານມາທາງຄະນະພັກ-ອໍານາດການປົກຄອງເມືອງ ກໍໄດ້ແບ່ງງົບປະມານສ່ວນໜຶ່ງ ເພື່ອຊ່ວຍເຫລືອພໍ່ແມ່ປະຊາຊົນ ເພື່ອຈັດຊື້ນໍ້າດື່ມ, ເຄື່ອງອຸປະໂພກ-ບໍລິໂພກ, ນໍ້າມັນໃຫ້ແກ່ບັນດາບ້ານທີ່ມີເຮືອ ຢູ່ຕາມລຽບນໍ້າເຊບັ້ງໄຟໃນການລໍາລຽງຂົນສົ່ງຄົນ, ສັດລ້ຽງ ແລະ ສິ່ງຂອງຈໍາເປັນອື່ນໆໄປໄວ້ບ່ອນໄພປອດ.
ໃນຂະນະດຽວກັນ, ອໍານາດການປົກຄອງເມືອງ ຍັງໄດ້ຕັ້ງຈຸດ ເພື່ອລະດົມການຊ່ວຍເຫລືອ ຈາກພາກສ່ວນຜູ້ປະກອບການທຸລະກິດ, ຫ້າງຮ້ານຕ່າງໆ ຕະຫລອດ 24 ຊົ່ວໂມງ, ເບີໂທ: 020 5612 9799.
ຂ່າວ-ພາບ: ແດງສະຫວັດ





