ຄະນະນຳຂອງແຂວງ ແລະ ເມືອງຫຼວງນ້ຳທາ ລົງກວດກາຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມກະທັນຫັນ ຢູ່ບ້ານນ້ຳດີ ແລະ ບ້ານປ່າປົວະ

Must read

ໃນຕອນເຊົ້າຂອງວັນທີ 11 ສິງຫາ 2026 ນີ້, ຄະນະນຳຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ລົງພື້ນທີ່ຕິດຕາມສະພາບໄພນ້ຳຖ້ວມກະທັນຫັນ ຢູ່ທີ່ບ້ານນ້ຳດີ ແລະ ບ້ານປ່າປົວະ ຕາແສງທົ່ງອົ້ມ ເມືອງຫຼວງນ້ຳທາ. ການລົງພື້ນທີ່ຄັ້ງນີ້ ນຳໂດຍ ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຫຼວງນ້ຳທາ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ເຫດການນ້ຳຖ້ວມດັ່ງກ່າວ ແມ່ນເກີດຂຶ້ນພາຍຫຼັງທີ່ມີຝົນຕົກໜັກຕິດຕໍ່ກັນ ນັບແຕ່ຄ່ຳຄືນຂອງວັນທີ 10-11 ສິງຫາ ຈົນຮອດເວລາ 05:00 ໂມງເຊົ້າ ຂອງວັນທີ 11 ສິງຫາ, ເຮັດໃຫ້ມວນນ້ຳປ່າໄຫຼຊຸເຂົ້າຖ້ວມບ້ານນ້ຳດີຢ່າງກະທັນຫັນ. ຈາກການລົງເກັບກຳຂໍ້ມູນເບື້ອງຕົ້ນພົບວ່າ ມີເຮືອນຊານຂອງປະຊາຊົນຖືກນ້ຳຖ້ວມຈຳນວນ 23 ຫຼັງ ແລະ ຖືກນ້ຳພັດໄຫຼເສຍຫາຍທັງຫຼັງ ຈຳນວນ 5 ຫຼັງ. ນອກຈາກນີ້, ຜົນລະປູກ, ເນື້ອທີ່ນາ, ໜອງປາ,ພະຫະນະ ແລະ ສັດລ້ຽງຈຳນວນໜຶ່ງ ກໍໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ. ພ້ອມດຽວກັນນັ້ນ, ມວນນ້ຳຍັງໄດ້ໄຫຼບ່າລົງສູ່ພື້ນທີ່ຕ່ຳ ສົ່ງຜົນກະທົບໂດຍກົງຕໍ່ບ້ານປ່າປົວະ ເມືອງຫຼວງນ້ຳທາ ເຮັດໃຫ້ເຮືອນຊານບາງສ່ວນ, ເສັ້ນທາງສັນຈອນ, ເນື້ອທີ່ນາ ແລະ ຜົນລະປູກ ຖືກນ້ຳຖ້ວມຂັງເຊັ່ນດຽວກັນ.

ຕໍ່ກັບສະພາບການທີ່ເກີດຂຶ້ນ, ຄະນະນຳຂອງແຂວງ ແລະ ເມືອງຫຼວງນໍ້າທາ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຂັ້ນເມືອງ ປະສານສົມທົບກັບ ອົງການປົກຄອງບ້ານ ເພື່ອຮີບຮ້ອນລົງປະເມີນມູນຄ່າຄວາມເສຍຫາຍຕົວຈິງ, ຈັດສັນບ່ອນພັກເຊົາຊົ່ວຄາວໃຫ້ແກ່ຄອບຄົວທີ່ສູນເສຍເຮືອນຊານ ແລະ ລະດົມກຳລັງທະຫານ, ຕຳຫຼວດ ເຂົ້າຊ່ວຍເຫຼືອປະຊາຊົນໃນການອະນາໄມດິນຕົມ ແລະ ຟື້ນຟູສະພາບແວດລ້ອມໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ນອກຈາກນີ້, ຄະນະນຳຍັງໄດ້ຮຽກຮ້ອງໃຫ້ປະຊາຊົນທີ່ອາໄສຢູ່ລຽບຕາມແຄມນ້ຳ ແລະ ເຂດສ່ຽງໄພ ເພີ່ມທະວີຄວາມສະຕິລະວັງຕົວ, ກຽມພ້ອມຍົກຍ້າຍວັດຖຸສິ່ງຂອງມີຄ່າຂຶ້ນບ່ອນສູງ ແລະ ຕິດຕາມການແຈ້ງເຕືອນສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງໃກ້ຊິດ ເນື່ອງຈາກສະພາບອາກາດໃນໄລຍະນີ້ຍັງມີຄວາມສ່ຽງທີ່ຈະມີຝົນຕົກໜັກລົງມາຕື່ມ ເຊິ່ງອາດພາໃຫ້ເກີດນ້ຳຖ້ວມຊຸ ຫຼື ດິນເຈື່ອນຊ້ຳຊ້ອນ ເພື່ອຮັບປະກັນຄວາມປອດໄພຕໍ່ຊີວິດ ແລະ ຊັບສິນ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article