CATEGORY

ຂ່າວພາຍໃນ

ເກີດເຫດດິນເຈື່ອນທັບເຮືອນປະຊາຊົນ ເສຍຊີວິດ 3 ຄົນ ຢູ່ບ້ານທ່າບັກ ເມືອງຄຳເກີດ

ຕາມການລາຍງານຂອງກອງເລຂາຄະນະກຳມະການຄູມຄອງໄພພິບັດຂັ້ນແຂວງ ໃນຕອນເຊົ້າວັນທີ 16 ກໍລະກົດ 2026 ໄດ້ໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນມາເປັນເວລາຫຼາຍວັນ ໄດ້ເຮັດໃຫ້ດິນບໍ່ສາມາດຮັບປະລິມານນ້ຳຝົນນັ້ນໄດ້ ຈື່ງເປັນຕົ້ນເຫດພາໃຫ້ດິນເຊາະເຈື່ອນໃນເຂດທີ່ມີພູຜາສູງຊັນ ໂດຍສະສະເພາະເຂດພູໄຮຕາມເສັ້ນທາງ ເລກ 8 A ຊ່ວງໄລຍະພູໄຮ ເມືອງຄູນຄຳ ແຂວງຄຳມ່ວນ ຫາ ບ້ານໜອງກອກ, ເຂດບ້ານທ່າບັກ ຂອງເມືອງຄຳເກີດ ແຂວງບໍລິຄຳໄຊ ແລະ ເສັ້ນທາງ 1...

ຈາກເຫດການໄຟໄຫມ້ ມີຫຼາຍພາກສ່ວນລົງມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ແກ່ຜູ້ປະສົບໄພອັກຄີໄພ ຢູ່ບ້ານເມືອງງາ ນະຄອນ ຫຼວງພະບາງ.

ເມື່ອເວລາ 11:45 ນາທີ ຂອງວັນທີ 15 ກໍລະກົດ 2026, ໄດ້ເກີດເຫດອັກຄີໄພ (ໄຟໄໝ້ເຮືອນ) ຂອງທ້າວ ສະຫວັນ ເພັດປັນຍາ ອາຍຸ 35 ປີ, ພະນັກງານ ລັດວິສາຫະກິດການບິນລາວ ສາຂາແຂວງຫຼວງພະບາງ ເຊິ່ງຕັ້ງຢູ່ບ້ານເມືອງງາ, ນະຄອນ ຫຼວງພະບາງ. ເຫດການດັ່ງກ່າວໄດ້ສ້າງຄວາມເສຍຫາຍ ປະເພດ ເຮືອນຢູ່...

ເຕືອນໃນວັນທີ 16 ກໍລະກົດ 2026 ເສັ້ນທາງເລກທີ 8A ເຂດພູໄຮ ເມືອງຄູນຄຳ ແຂວງຄຳມ່ວນມີຝົນຕົກໜັກຕິດຕໍ່ກັນຫຼາຍວັນເຮັດໃຫ້ຖະໜົນດັ່ງກ່າວເປ່ເພ ການສັນຈອນຖືກຕິດຄັດ.

ເຕືອນໃນວັນທີ 16 ກໍລະກົດ 2026 ເສັ້ນທາງເລກທີ 8A ເຂດພູໄຮ ເມືອງຄູນຄຳ ແຂວງຄຳມ່ວນມີຝົນຕົກໜັກຕິດຕໍ່ກັນຫຼາຍວັນເຮັດໃຫ້ຖະໜົນດັ່ງກ່າວເປ່ເພ ການສັນຈອນຖືກຕິດຄັດ. ທ່ານໃດທີ່ຈະເດີນທາງຜ່ານເສັ້ນທາງເລກທີ 8A ເຂດພູໄຮ ເມືອງຄູນຄຳ ແຂວງຄຳມ່ວນ ແມ່ນໃຫ້ເພື່ອເວລາໄວ້ ເນື່ອງຈາກໃນໄລຍະຜ່ານມາມີຝົນຕົກໜັກ ນ້ຳໄຫຼຊຸ ໃສ່ຖະໜົນ ຕິດຕໍ່ກັນຫຼາຍວັນ ເຮັດໃຫ້ຖະໜົນດັ່ງກ່າວເປ່ເພ ການສັນຈອນຖືກຕິດຄັດ. ປະຈຸບັນເສັ້ນທາງແຕກ ແລະ ມີດິນເຈື່ອນທັບທາງ ລົດບໍ່ສາມາດໄປມາໄດ້...

ຄະນະນຳແຂວງຄຳມ່ວນ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນ 50 ລ້ານກີບ ໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຢູ່ຕາແສງນາເສ ເມືອງທ່າແຂກ ໃນວັນທີ 15 ກໍລະກົດ 2026

ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ຄະນະນຳແຂວງຄຳມ່ວນ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນ 50 ລ້ານກີບ ໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຢູ່ຕາແສງນາເສ ເມືອງທ່າແຂກ ໃນວັນທີ 15 ກໍລະກົດ 2026 ຕາງໜ້າມອບໂດຍທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄຳມ່ວນ ພ້ອມດ້ວຍປະທານຕາແສງນາເສ, ຄະນະກໍາມະການປົກຄອງເມືອງ, ອໍານາດການປົກຄອງບ້ານ...

ກັກຕົວກຸ່ມກໍ່ເຫດລັກຊັບ (ລົດຈັກ) ແລະມອບຊັບຄືນເຈົ້າຂອງເດີມ

ຈາກການລາຍງານຂອງເຈົ້າໜ້າທີ່ພະແນກສືບສວນ-ສວບສວນ ຫ້ອງຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ໃນວັນທີ 4 ມິຖຸນາ 2026, ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ ມີເຫດການລັກຊັບ (ລົດຈັກ) ຢູ່ພາຍໃນນະຄອນ ຫຼວງພະບາງ, ພາຍຫຼັງໄດ້ຮັບແຈ້ງ ເຈົ້າໜ້າທີ່ໄດ້ຮີບຮ້ອນແຕ່ງຕັ້ງພະນັກງານວິຊາສະເພາະ ລົງຕິດຕາມເປົ້າໝາຍ ໃນວັນດຽວກັນ ຈົນສາມາດກັກຕົວຜູ້ລົງມືກໍ່ເຫດລັກລົດຈັກ ໄດ້ທັນທີ 2 ຄົນ ຄື: ທ້າວ...

ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ກັບກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ທິດຊີ້ນຳຂອງປະທານປະເທດ ຫັນປ່ຽນສູ່ຍຸກແຫ່ງການປ່ຽນແປງໃໝ່ຢ່າງແຂງແຮງຮອບດ້ານ

ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1 ພາຍໃຕ້ຫົວ ຂໍ້: “ເພີ່ມທະວີບົດບາດການນຳພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບ ໃໝ່ ຢ່າງແຂງແຮງ” ໃນວັນທີ 15 ກໍລະກົດ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ສື່ມວນຊົນລາວ ທຸກຂະແໜງການທັງສູນກາງ...

ແຂວງວຽງຈັນຈູດທຳລາຍຢາເສບຕິດເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ

ໃນວັນທີ 14 ກໍລະກົດ 2026 ແຂວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ (26 ມີຖຸນາ 1987 ຫາ 26 ມີຖຸນາ 2026) ແລະ ຈັດພິທີຈູດທຳລາຍຢາເສບຕິດຂື້ນຢູ່ທີ່ສະໂມສອນສູນວັດທະນະທຳເດັກ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ພູວົງ ບຸນຊູ ປະທານຄະນະກຳມະການປົກຄອງ ແຂວງວຽງຈັນ...

ກອງບັນຊາການ ປກສ ແຂວງວຽງຈັນ ກັກຕ້ອງຫາລັກລອບຂົນສົ່ງຢາເສບຕິດຈໍານວນ 1,500 Kg ແລະ ຢາໄອສ໌ 500 Kg

ໃນຄັ້ງວັນທີ 27 ເມສາ 2026 ຜ່ານມານີ້ ໃນເວລາ 10 ໂມງ 30 ນາທີ ເຈົ້າໜ້າທີ່ຕໍາຫຼວດພະແນກຈະລາຈອນ, ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ໄດ້ລົງສົມທົບກັບ ກອງບັນຊາການ ປກສ ເມືອງກາສີ ລັດກວດຄົ້ນລົດຫົວລາກ ແລະ ຫາງລາກ...

ກົມທໍລະນີສາດ ແລະ ບໍ່ແຮ່ ເລັ່ງສຳຫລວດຫາສາເຫດດິນຍຸບທີ່ແທ້ຈິງ ແລະ ຈະລາຍງານເປັນໄລຍະ

ຂ່າວສານອຸດສາຫະກຳ ແລະ ການຄ້າ ລາຍງານວັນທີ 14 ກໍລະກົດ 2026 ວ່າ: ຕໍ່ກັບເຫດການດິນຍຸບທີ່ ບ້ານໜອງກະແດ້ງ, ເມືອງວິລະບູລີ, ແຂວງສະຫວັນນະເຂດ ໄດ້ສ້າງຄວາມສົນໃຈ ໃຫ້ແກ່ສັງຄົມໃນປັດຈຸບັນ, ກະຊວງ ອຄ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ແລະ ອົງການປົກຄອງທ້ອງຖິ່ານ ຕິດຕາມສະຖານະການດັ່ງກ່າວຢ່າງໃກ້ຊິດ ເພື່ອຊອກຮູ້ສາເຫດ...

ເຈົ້າໜ້າທີ່ເຄືອຂ່າຍ LAO-WEN ລົງກວດກາ ຮ້ານອາຫານທີ່ມີການລັກລອບ ຄ້າ-ຂາຍ ສັດປ່າ ປະເພດຫວງຫ້າມ ຢູ່ ນະຄອນຫຼວງວຽງຈັນ

ໂດຍປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 624/ຫສນຍ, ລົງວັນທີ 24 ພຶດສະພາ 2026. ໃນຄັ້ງວັນທີ 18 ພຶດສະພາ 2026 ຜ່ານມາ ເຈົ້າໜ້າທີ່ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ (LAO-WEN) ໄດ້ລົງເຄື່ອນໄຫວກວດກາຮ້ານອາຫານແຫ່ງໜຶ່ງ ຢູ່ເຂດບ້ານຈອມມະນີ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ຜ່ານການລົງກວດກາຕົວຈິງ, ເຈົ້າໜ້າທີ່...

ຂ່າວລ່າສຸດ