ຈາກການລາຍງານຂອງເຈົ້າໜ້າທີ່ພະແນກສືບສວນ-ສວບສວນ ຫ້ອງຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ໃນວັນທີ 4 ມິຖຸນາ 2026, ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ ມີເຫດການລັກຊັບ (ລົດຈັກ) ຢູ່ພາຍໃນນະຄອນ ຫຼວງພະບາງ, ພາຍຫຼັງໄດ້ຮັບແຈ້ງ ເຈົ້າໜ້າທີ່ໄດ້ຮີບຮ້ອນແຕ່ງຕັ້ງພະນັກງານວິຊາສະເພາະ ລົງຕິດຕາມເປົ້າໝາຍ ໃນວັນດຽວກັນ ຈົນສາມາດກັກຕົວຜູ້ລົງມືກໍ່ເຫດລັກລົດຈັກ ໄດ້ທັນທີ 2 ຄົນ ຄື: ທ້າວ ຈັນທອນ ຫຼື ເລ່ນ້ອຍ, ອາຍຸ 28 ປີ ອາຊີບຫວ້າງງານ, ຢູ່ບ້ານນາສ້າງເຫວີຍ ນະຄອນ-ຫຼວງພະບາງ; ທ້າວສົມເພັດ ຫຼື ໂຕ່, ອາຍຸ 49 ປີ ອາຊີບຫວ້າງງານ ຢູ່ບ້ານທ່າມ່ວງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ; ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ສາມາດຂະຫຍາຍຜົນ ທັງເກັບກູ້ຊັບ ໄດ້ລົດຈັກຄືນ ຈຳນວນ 11 ຄັນ ແລະກັກຕົວກຸ່ມແກ້ງຮ່ວມກັນກະທຳຜິດໄດ້ອີກ ຈຳນວນ 3 ຄົນ ຄື: ທ້າວຄຳຫຼ້າ ຫຼື ນ້ອຍລ້ອນ ອາຊີບກຳມະກອນ ຢູ່ບ້ານນາຫຼາ ເມືອງໄຊຍະບູລີ, ແຂວງໄຊຍະບູລີ ໃນຂໍ້ຫາລັກຊັບພົນລະເມືອງ; ທ້າວ ປະສິດ ຫຼື ແຂກນ້ອຍ, ອາຍຸ 38 ປີ ອາຊີບຫວ້າງງານ, ຢູ່ບ້ານປາກຄອນ ເມືອງນານ ແຂວງຫຼວງພະບາງ ແລະທ້າວ ຄຳຫຼ້າ ອີນປະເສີດ ຫຼື ນ້ອຍ ອາຊີບ ວ່າງງານ ຢູ່ບ້ານນາເຄິນ ເມືອງນານ ແຂວງຫຼວງພະບາງ ທັງ 2 ຄົນ ໃນຂໍ້ຫາ ຊື້ຂາຍຊັບ ຢ່າງຜິດກົດໝາຍ. ມາຮອດວັນທີ 14 ກໍລະກົດ 2026 ນີ້, ຢູ່ພະແນກສືບສວນ-ສວບສວນ ຫ້ອງຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ໄດ້ມີພິທີ ມອບລົດຈັກ ຈຳນວນ 5 ຄັນ ຄືນເຈົ້າຂອງເດີມ, ໂດຍການມອບຂອງ ທ່ານ ພັນໂທ ຈິດຕະພົງ ພົງສະຫວັນ ຮອງຫົວໜ້າພະເເນກ ສືບສວນ – ສອບສວນ ຫ້ອງຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໂດຍມີເຈົ້າຂອງລົດຂຶ້ນຮັບ . ສ່ວນລົດຈັກອີກ 6 ຄັນ ແມ່ນຢູ່ໃນຂັ້ນຕອນດຳເນີນການກວດກາຢ່າງລະອຽດ ຂອງເຈົ້າໜ້າທີ່, ເພື່ອສືບຕໍ່ມອບຄືນໃຫ້ເຈົ້າຂອງເດີມ,ສຳລັບຜູ້ກະທຳຜິດ ທັງ 5 ຄົນ ເຈົ້າໜ້າທີ່ ພວມດໍາເນີນການສືບສວນ-ສອບສວນ ຊອກຫາກຸ່ມແກ້ງຜູ້ຮ່ວມຂະບວນການກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ. ໂອກາດນີ້ເຈົ້າຂອງຊັບ ໄດ້ສະແດງຄວາມຊົມເຊີຍ ແລະຂອບໃຈເຈົ້າໜ້າທີ່ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ສາມາດເກັບກູ້ລົດຈັກຄືນມາໄດ້ ແລະມອບຄືນໃຫ້ເຈົ້າຂອງເດີມ. ພ້ອມະນັ້ນ ເຈົ້າໜ້າທີ່ໄດ້ຮຽກຮ້ອງໃຫ້ເຈົ້າຂອງຊັບສິນ, ກໍ່ຄືປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນເອົາໃຈໃສ່ປົກປັກຮັກສາວັດຖຸສີ່ງຂອງທີ່ມີຄ່າໄວ້ໃຫ້ດີ, ບໍ່ໃຫ້ຕົກເປັນເຫຍື່ອໃຫ້ກຸ່ມຄົນບໍ່ດີ ສວຍໂອກາດລັກຊັບສີນ, ພ້ອມທັງເປັນເຈົ້າການຊ່ວຍເຈົ້າໜ້າທີ່, ຫາກພົບເຫັນເຫດການໜ້າສົງໄສ ຫຼື ໃນກໍລະນີ ມີຄົນມາຂາຍລົດຈັກທີ່ບໍ່ມີເອກະສານຄົບຖ້ວນ, ລາຄາລົດຈັກຖືກກວ່າຄວາມເປັນຈິງ ໃຫ້ແຈ້ງແກ່ເຈົ້າໜ້າທີ່ກ່ຽວຂ້ອງ ຫ້າມຊື້ຢ່າງເດັດຂາດ, ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງການຊື້ຊັບຢ່າງຜິດກົດໝາຍ.
ພາບ: ສທ ສຸລິສາ ແກ້ວວິໄລ ຂ່າວ: ຮອ ນາງ ບຸນມີ ສີບຸນເຮືອງ





