
ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1 ພາຍໃຕ້ຫົວ ຂໍ້: “ເພີ່ມທະວີບົດບາດການນຳພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບ ໃໝ່ ຢ່າງແຂງແຮງ” ໃນວັນທີ 15 ກໍລະກົດ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ສື່ມວນຊົນລາວ ທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ສືບຕໍ່ປັບປຸງ, ຍົກລະດັບ ວຽກງານວິຊາສະເພາະຂອງຕົນ ໃຫ້ກ້າວສູ່ຄຸນນະພາບໃໝ່, ເປັນກະບອກສຽງທີ່ຄົມແຫລມໃນການປຸກລະດົມ, ໂຄສະນາ, ປະຊາສໍາພັນແນວທາງ, ນະໂຍບາຍ ຂອງພັກ, ລັດ ແລະ ເຫດການສຳຄັນຕ່າງໆໃຫ້ສັງຄົມ ໄດ້ຮັບຮູ້ຢ່າງທົ່ວເຖິງ, ຖືກຕ້ອງ, ຊັດເຈນ ແລະ ວ່ອງໄວ, ທັນເຫດການ.

ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ທິດຊີ້ນໍາຕໍ່ສື່ມວນຊົນລາວວ່າ: ສື່ມວນຊົນທຸກພາກສ່ວນ ໃນ ສປປ ລາວ ຕ້ອງມີຄວາມສາມັກຄີກົມກ່ຽວກັນ, ຮຽນຮູ້ເຊິ່ງກັນ ແລະ ກັນເປັນປະຈຳ, ສື່ມວນຊົນຕ້ອງກຳແໜ້ນສະພາບການທີ່ຜັນແປຢ່າງທັນການ, ກຳໃຫ້ໄດ້, ໃຫ້ຖືກ, ອັນໃດຜິດ, ອັນໃດຖືກ, ອັນໃດແມ່ນການສະເໜີ ແລະ ການຕຳນິຕິຕຽນຢ່າງສ້າງສັນ, ອັນໃດແມ່ນການໃສ່ຮ້າຍປ້າຍສີຢ່າງຂາດຈັນຍາບັນ, ຈັນຍາທຳ, ອັນໃດແມ່ນສະແດງອອກເພື່ອການພັດທະນາທີ່ກ້າວໜ້າ, ອັນໃດແມ່ນການທີ່ມີຈຸດປະສົງຢຽບຢ່ຳທຳລາຍຄົນອື່ນເພື່ອເງິນ, ເພື່ອຄວາມມັນ, ເພື່ອຄວາມສະໃຈສ່ວນຕົວ. ພ້ອມນີ້, ສື່ມວນຊົນ ຕ້ອງບໍ່ຢ້ານກົວທີ່ຈະຕໍ່ສູ້ເພື່ອຄວາມເປັນທຳ ເພື່ອຄວາມສັດທາຂອງປະຊາຊົນ, ຕ້ອງຜ່ານຜ່າໃຫ້ໄດ້ບັນ ດາບັນຫາທີ່ເປັນອຸປະສັກ ເພື່ອກ້າວເດີນໄປສູ່ການຮັບໃຊ້ປະຊາຊົນ, ຮັບໃຊ້ສັງຄົມ ແນໃສ່ເຮັດໃຫ້ສັງ ຄົມ ມີຄວາມສັດທາ, ເຊື່ອໝັ້ນ ຕໍ່ສື່ມວນຊົນລາວເຮົາ.

ພ້ອມນີ້, ສື່ມວນຊົນລາວ ຕ້ອງກຽມຄວາມພ້ອມຕໍ່ສູ່ຕະຫລອດເວລາ, ຕ້ອງບໍ່ຢ້ານກົວທີ່ຈະຕໍ່ສູ່ເພື່ອຄວາມເປັນທຳ, ເພື່ອຄວາມສັດທາຂອງປະຊາຊົນ, ຕ້ອງຜ່ານຜ່າໃຫ້ໄດ້ທຸກໆບັນຫາທີ່ເປັນອຸປະສັກ ເພື່ອກ້າວໄປສູ່ການຮັບໃຊ້ສັງຄົມ ກໍຄື ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆທີ່ຖືກຕ້ອງ, ຊັດເຈນ ໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ຢ່າງທົ່ວເຖິງ; ສື່ມວນຊົນລາວຕ້ອງໄດ້ຮຽນຮູ້, ປັບປຸງຕົນເອງ ຢູ່ຕະ ຫລອດເວລາ ແລະ ນຳໃຊ້ກາລະໂອກາດ ທີ່ມີຢູ່ໃຫ້ທັນກັບສະພາບການ, ເຮັດໃຫ້ສື່ມວນຊົນລາວ ເດີນໜ້າທັນຕາມຍຸກສະໄໝ, ນຳສະເໜີຂໍ້ມູນຂ່າວສານທີ່ເປັນຈິງ ໃຫ້ວ່ອງໄວກວ່າຂ່າວປອມ, ຂ່າວບິດເບືອນຄວາມເປັນຈິງ, ຕ້ອງນຳສະເໜີຂ່າວໃຫ້ມີຄວາມໜັກແໜ້ນ, ກະທັດຮັດ ແທງເຖິງໃຈຊາວໜຸ່ມໄວໜຸມ ແລະ ປະຊາຊົນລາວບັນດາເຜົ່າ; ສື່ມວນຊົນລາວ ຕ້ອງຮັບເອົາຂໍ້ມູນ, ສະຖານະການ ທີ່ເກີດຂຶ້ນໃນໂລກ, ໃນປະເທດ, ໃນແຕ່ລະຊົ່ວໂມງ, ແຕ່ລະມື້້ ມາວິເຄາະໄຈ, ຮັບເອົາບັນດາທັດສະນະ ທີ່ແຕກຕ່າງຕໍ່ແຕ່ລະເຫດການທີ່ເກີດຂຶ້ນມາສົມທຽບ, ຮັບເອົາຄວາມຢາກຮູ້, ຢາກເຂົ້າໃຈຕໍ່ແຕ່ລະເຫດ ການຂອງຄົນໃນສັງຄົມ ວ່າອັນໃດເປັນຂ່າວປອມ, ຂ່າວລວງ, ຂ່າວອະກຸສົນ, ຮັບມາເພື່ອວິໄຈ ຄົ້ນຄວ້າ, ຮັບເອົາແນວທາງນະໂຍບາຍຂອງພັກ ແລະ ລັດ ມາເປັນບ່ອນອີງໃນການນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ຂອງຕົນ, ຮັບເອົາຄວາມມຸ່ງມາດປາຖະໜາ ຂອງຄົນໃນສັງຄົມ ທີ່ຢາກຮູ້ຂໍ້ມູນຂ່າວສານ ແລະ ຮັບເອົາຄຳສະເໜີ, ຄຳຕຳນິຕິຊົມຂອງຄົນໃນສັງຄົມ ຕໍ່ບຸກຄົນຕໍ່ການຈັດຕັ້ງ ແລະ ອື່ນໆ. ພ້ອມນັ້ນ, ສື່ມວນຊົນລາວຕ້ອງເຜີຍແຜ່ຂ່າວສານທີ່ເກີດຂຶ້ນຢ່າງສົດໆຮ້ອນໆ, ໃຫ້ຂໍ້ມູນທີ່ມີການກວດກາວິໄຈແລ້ວ, ໃຫ້ຄວາມຮູ້ດ້ານຕ່າງໆ ທີ່ບໍ່ມີຄວາມສິ້ນສຸດແກ່ຄົນຢ່າງກວ້າງຂວາງ, ໃຫ້ການສຶກສາອົບຮົມຄົນ ໃນທາງກົງ ແລະ ທາງອ້ອມໄປໃນຕົວ, ໃຫ້ຄຳແນະນຳ ເພື່ອສ້າງຄວາມມີສະຕິ, ມີຄວາມສະດຸ້ງໄວ, ມີຄວາມລະວັງຕົວ ທີ່ຈະນໍາໄປສູ່ສິ່ງທີ່ຖືກຕ້ອງ ຂອງກະແສສັງຄົມ ໂດຍຫລີກລ່ຽງການໄປເມົາມົວນຳຂ່າວຄາວ ທີ່ເປັນພິດໄພ ທີ່ເປັນອັນຕະລາຍຕໍ່ສຸຂະພາບກາຍ ສຸຂະພາບໃຈຂອງຄົນ.

ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຫວັງວ່າ ທຸກໆການຈັດຕັ້ງຂອງ ພັກ, ລັດທີ່ໄດ້ຮັບມອບໝາຍ ໃຫ້ເປັນຜູ້ຊີ້ນຳວຽກງານສື່ມວນຊົນ ຈະສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍ ເຫລືອແກ່ສື່ມວນຊົນລາວ ທັງສູນກາງ ແລະ ທ້ອງຖິິ່ນ ເພື່ອພັດທະນາວຽກງານສື່ມວນຊົນ ໃຫ້ມີຄວາມເຂັ້ມແຂງ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ເປັນກະບອກສຽງອັນແຫລມຄົມ ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆທີ່ເກີດຂຶ້ນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ສັງຄົມລາວ ໄດ້ຮັບຮູ້ຢ່າງທັນການ ແລະ ທົ່ວເຖິງ.

ຂ່າວ: ທະນູທອງ
ພາບ: ຂັນໄຊ-ອ່າຍຄຳ





