ກອງປະຊຸມລັດຖະມົນຕີ ສະພາປະຊາຄົມອາຊຽນ (ສະໄໝພິເສດ) ຈັດຂຶ້ນເມື່ອບໍ່ດົນມາ ໃນຮູບແບບທາງໄກ ໂດຍການເປັນປະທານຂອງ ທ່ານ ນາງ Cristina Aldeguer-Roque, ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ປະເທດຟິລິບປິນ, ມີບັນດາລັດຖະມົນຕີ ສະພາປະຊາຄົມເສດຖະກິດອາຊຽນ 11 ປະເທດ, ເລຂາທິການໃຫຍ່ອາຊຽນ ແລະ ບັນດາເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ. ໃນນັ້ນ, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີປະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນລັດຖະມົນຕີ ສະພາປະຊາຄົມເສດຖະກິດອາຊຽນ ຂອງ ສປປ ລາວ, ມີຮອງລັດຖະມົນຕີ ກະຊວງ ອຄ, ຕາງໜ້າຈາກບັນດາກົມ ແລະ ລັດວິສາຫະກິດກ່ຽວຂ້ອງ ເຂົ້າຮ່ວມ
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອປຶກສາຫາລື ຮ່ວມກັບບັນດາປະເທດອາຊຽນ ແລະ ຄູ່ຮ່ວມພັດ ທະນາຕໍ່ກັບຜົນກະທົບຂອງສະຖານະການ ໃນຕາເວັນອອກກາງຕໍ່ຄວາມໝັ້ນຄົງ ດ້ານພະລັງງານໃນພາກພື້ນ ໂດຍສະເພາະ ແມ່ນຄວາມໝັ້ນຄົງດ້ານພະລັງງານ ແລະ ດ້ານສະບຽງອາຫານ, ລະບົບຕ່ອງໂສ້ການສະໜອງ, ການຂົນສົ່ງ. ກອງປະຊຸມ ໄດ້ເນັ້ນເຖິງຜົນກະທົບຕໍ່ການສະໜອງ, ຄວາມຜັນຜວນຂອງລາຄານໍ້າມັນ ແລະ ອາຍແກ໊ສ ທີ່ມີທ່າອ່ຽງສູງຂຶ້ນເລື້ອຍໆ ເນື່ອງຈາກສະພາບຢູ່ຕາເວັນອອກກາງ, ພ້ອມນີ້ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບວິທີການຮັບມືຕໍ່ກັບສະຖານະການໃນຕໍ່ໜ້າ ຊຶ່ງບັນດາປະ ເທດສະມາຊິກອາຊຽນ ກໍໄດ້ມີມາດຕະການ ແລະ ນະໂຍບາຍຂອງຕົນ ໃນການຮັບມືກັບວິກິດການດັ່ງ ກ່າວ ແລະ ເພີ່ມທະວີການຮ່ວມມືໃນອາຊຽນເຊັ່ນ ສັນຍາການຄ້າດ້ານສິນຄ້າອາຊຽນ, ສັນຍາການຄ້າເສລີກັບປະເທດຄູ່ເຈລະຈາ ແລະ ສັນຍາອາເຊັບ.
ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນພິຈາລະນາ ຮັບຮອງເອົາຖະແຫລງການຮ່ວມ ຂອງລັດຖະມົນຕີ ສະພາປະຊາຄົມອາຊຽນ ກ່ຽວກັບບັນຫາດັ່ງກ່າວ ໂດຍສະເພາະ ໄດ້ເນັ້ນເຖິງການເລັ່ງລັດໂຄງການ ຮ່ວມມືດ້ານສາຍສົ່ງພະລັງງານໄຟຟ້າອາຊຽນ (ASEAN Power Grid), ການສ້າງຄວາມເຂັ້ມແຂງໂຄງການເຊື່ອມຕໍ່ທໍ່ສົ່ງນໍ້າມັນ, ການປັບປຸງສັນຍາຄວາມໝັ້ນຄົງດ້ານນໍ້າມັນເຊື້ອໄຟພາກພື້ນອາຊຽນ, ການສົ່ງເສີມການນໍາໃຊ້ພາຫະນະທີ່ນໍາໃຊ້ໄຟຟ້າ ແລະ ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ລະບົບການສະໜອງ, ຄວາມໝັ້ນຄົງເສດຖະກິດພາຍໃນ ແລະ ຊີວິດການເປັນຢູ່ຂອງປະຊາຊົນອາ ຊຽນ.





