
ຂປລ. ເມືາອບໍ່ດົນມານີ້, ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ອົງການ UNFPA ປະຈຳ ສປປ ລາວ ແລະ ອົງການ ອຸຍນີເຊບ ໂດຍການສະໜັບສະໜູນຈາກ ລັດຖະບານ ອົດສະຕຣາລີ ເປີດຕົວຄະນະທີ່ປຶກສາແຫ່ງຊາດ ວ່າດ້ວຍການແຕ່ງດອງໃນເດັກ, ການແຕ່ງດອງກ່ອນໄວອັນຄວນ ແລະ ການບັງຄັບແຕ່ງດອງ ເພື່ອເສີມສ້າງການປະສານງານ, ກຳນົດບຸລິມະສິດໃຫ້ຊັດເຈນ ແລະ ເລັ່ງລັດການຈັດຕັ້ງປະຕິບັດ ເພື່ອປົກປ້ອງເດັກຍິງ ແລະ ໄວໜຸ່ມຍິງ ຊ່ວຍໃຫ້ພວກເຂົາມີສຸຂະພາບທີ່ດີ, ສືບຕໍ່ເຂົ້າຮຽນ ແລະ ຢູ່ໃນເສັ້ນທາງທີ່ເໝາະສົມເພື່ອອະນາຄົດ. ແຜນງານດັ່ງກ່າວ, ຈະເລີ່ມຈັດຕັ້ງປະຕິບັດໃນເດືອນມິຖຸນາ 2026 ຫາ ກໍລະກົດ 2028.
ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ກ່າວວ່າ: ການປົກປ້ອງເດັກຍິງ ແລະ ໄວໜຸ່ມຍິງ ແລະ ການເປີດໂອກາດໃຫ້ພວກເຂົາ ແມ່ນມີຄວາມຈຳເປັນຕໍ່ການເປັນຢູ່ທີ່ດີຂອງຄອບຄົວ ແລະ ຕໍ່ການພັດທະນາປະເທດຊາດຂອງໃນອະນາຄົດ. ການແຕ່ງດອງໃນເດັກ, ການແຕ່ງດອງກ່ອນໄວອັນຄວນ ແລະ ການບັງຄັບແຕ່ງດອງ ຍັງປັນບັນຫາທ້າທາຍທີ່ຮຸນແຮງ ໃນທົ່ວພາກພື້ນ ຊຶ່ງເປັນສາເຫດຂອງການຖືພາກ່ອນໄວອັນຄວນ, ການອອກໂຮງຮຽນ, ສຸຂະພາບທີ່ຊຸດໂຊມ ແລະ ການຂາດໂອກາດທາງດ້ານເສດຖະກິດຂອງເດັກຍິງ. ພ້ອມກັນນັ້ນ, ມັນຍັງສ້າງຄວາມເສຍຫາຍຕໍ່ປະເທດ ອີງຕາມການວິເຄາະຂອງ ອົງການ ອຸຍນີເຊບ ໃນ ສປປ ລາວ ໃນບໍ່ດົນມານີ້ ໄດ້ຄາດຄະເນວ່າ ບັນຫາດັ່ງກ່າວ, ສ້າງຄວາມເສຍຫາຍປະມານ 40 ລ້ານໂດລາສະຫະລັດຕໍ່ປີ. ໃນນັ້ນ ລວມທັງການສູນເສຍດ້ານຜະລິດຕະພັນ ແລະ ແຮງງານທີ່ກ່ຽວພັນກັບການອອກໂຮງຮຽນກ່ອນກຳ ນົດ.

ທ່ານ ເຈມສ໌ ມໍສເກວ ຮັກສາການຮອງເອກອັກຄະລັດຖະທູດອົດສະຕາລີ ປະຈຳລາວ ໄດ້ກ່າວວ່າ: ລັດຖະບານອົດສະຕາລີ ມີຄວາມຍິນດີທີ່ໄດ້ສະໜັບສະໜູນ ສປປ ລາວ, ອົງການ UNICEF ແລະ ອົງການ UNFPA ຜ່ານແຜນງານ ມຸ່ງໜ້າສູ່ການປົກຄຸມການເຂົ້າເຖິງດ້ານສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ໃນພາກພື້ນອິນໂດ-ປາຊີຟິກ (TUSIP) ຊຶ່ງການຢຸດຕິການແຕ່ງດອງກ່ອນໄວອັນຄວນ ບໍ່ພຽງແຕ່ແມ່ນການປົກປ້ອງສິດທິ ແລະ ສຸຂະພາບເທົ່ານັ້ນ, ແຕ່ຍັງແມ່ນການຊ່ວຍໃຫ້ເດັກຍິງໄດ້ເຂົ້າໂຮງຮຽນ, ສ້າງທັກສະ ແລະ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.
ທ່ານ ບັກຕີຢໍ ຄາດີໂຣບ ຜູ້ຕາງໜ້າອົງການ UNFPA ປະຈຳລາວ ໄດ້ກ່າວວ່າ: ການແຕ່ງດອງໃນໄວເດັກ, ການແຕ່ງດອງກ່ອນໄວອັນຄວນ ແລະ ການບັງຄັບໃຫ້ແຕ່ງດອງ ແມ່ນການຈຳກັດທາງເລືອກ ແລະ ໂອກາດຂອງເດັກຍິງ ການປະສານງານທີ່ເຂັ້ມແຂງ, ຂໍ້ມູນຫລັກຖານທີ່ຊັດເຈນ ແລະ ການຮ່ວມມືຢ່າງຕໍ່ເນື່ອງ ຈະສາມາດຊ່ວຍໃຫ້ພວກເຮົາໝັ້ນໃຈໄດ້ວ່າ ເດັກຍິງທຸກຄົນຈະມີສິດໃນການກຳນົດອະນາຄົດຂອງຕົນເອງ.
ທ່ານ ບິລາລ ອູແຣັງ ເຊັບ ດູຣານິ ຜູ້ຕາງໜ້າອົງການ UNICEF ປະຈຳລາວ ໄດ້ກ່າວວ່າ: ຖ້າວ່າເດັກຍິງເຂົ້າໂຮງຮຽນ, ມັນຈະຊ່ວຍປ້ອງກັນບໍ່ໃຫ້ພວກເຂົາຖືພາກ່ອນໄວອັນຄວນ ແລະ ໃຫ້ພວກເຂົາໄດ້ຮຽນຮູ້ ແລະ ພັດທະນາທັກສະ, ການສືບຕໍ່ຮຽນສົ່ງຜົນປະໂຫຍດຢ່າງກວ້າງຂວາງ ບໍ່ພຽງແຕ່ຕໍ່ກັບເດັກຄົນດຽວເທົ່ານັ້ນ ນີ້ແມ່ນວິທີທີ່ບັນດາປະເທດຕ່າງໆ ສ້າງທຶນມະນຸດ, ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ກ້າວໄປສູ່ການເຕີບໂຕທີ່ທົ່ວເຖິງ ແລະ ຍືນຍົງ.





