ຜົນບານ ແມນຢູ 3-2 ລິເວີພູລ! ເມນູ ຍິງປະຕູไຊພາຜີໄດ້ໄປ UCL

Must read

ແມນ ຢູໄນເຕັດ ເປີດບ້ານເຈາະ ລິເວີພູລ ມັນສົດ 3-2 ສືກແດງເດືອດ ຄ໋ອບບີ້ ເມນູ ຍິງປະຕູໄຊສະຫຼອງຕໍ່ສັນຍາໃໝ່ ພາທີມຮັບປະກັນໄປ ຢູຟ່າ ແຊັມປ່ຽນ ລີກ ລະດູການໜ້າຮຽບຮ້ອຍ

ຄຶ່ງທຳອິດ

ຄຶ່ງທຳອິດຜ່ານໄປໄດ້ພຽງ 6 ນາທີ ແມນຯ ຢູໄນເຕັດ ຂຶ້ນນຳກ່ອນໄວ ຈາກຈັງຫວະທີ່ ມາເຕອຸສ ຄຸນຍ່າ ຕຳໜ້າເຂດໂທດ ໄດ້ຍິງຄັ້ງທຳອິດຖືກຜູ້ຮັກສາປະຕູສະກັດ ແຕ່ກໍ່ວ່ອງໄວຍິງຊ້ຳດາບສອງ ບານຫຼຸດເສຍບມຸມຕາໜ່າງເສົາໄກ 1-0 ຝ່າຍຫງ່ານແດງຮ້ອງຟ້ອງວ່ານັກເຕະເຈົ້າພາບຢືນລ້ຳໜ້າ ແຕ່ VAR ຢືນຍັນໃຫ້ປະຕູ

ນາທີ 14 ຫ່າງຂຶ້ນອີກ ເບນຢາມິນ ເຊັກໂກ້ ທຸຼຸຈາກເຂດໂທດ ແຕ່ຖືກ ເຟຣດດີ້ ວູດແມນ ອອກມາຕັດ ຢ່າງໃດກໍ່ຕາມ ຄຸນຍ່າ ຕາມເກັບ ປ້າຍຄືນໃຫ້ ລຸກ ຊໍ ຄຣ໋ອດໄປໃຫ້ ບຣຸໂນ່ ແຟ໋ຮນັນດ໌ສ ໂຂກ ວູດແມນ ພຸ່ງປັດ ແຕ່ທ່ານໂຊກຮ້າຍ ບານໄປໂດນ ເຊັກໂກ້ ຫຼຸດເຂົ້າຕຸ້ງຕາໜ່າງ 2-0 ຜູ້ຕັດສິນ ດາແຣນ ອິງແລນດ໌ ກວດ VAR ຢືນຍັນປະຕູ

ຝ່າຍ ລິເວີພູລ ມີໂອກາດຈາກ ໂກດີ ຄັກໂປ ແລະ ໂຟລເຣຍນ ເວຍດ໌ສ ແຕ່ບານຜ່ານໄຊ້ໄປ ກ່ອນໄປພັກຄຶ່ງດ້ວຍ 2-0

ຄຶ່ງຫຼັງ

ໄມເຄິ່ນ ຄາຣິກ ປ່ຽນ ອາຫ໋ມັດ ດິຢາລໂລ່ ລົງແທນ ເຊັກໂກ້ ທີ່ຫຼັງຈາກໄດ້ຮັບບາດເຈັບ ຜ່ານໄປນາທີ 47 ທີມເຍືອນໄລ່ຕາມສຳເລັດ ຈາກຈັງຫວະ ຢູໄນເຕັດ ເສຍບານຕໍ່ ໂດມິນິກ ໂຊໂບສໄລ ລາກເຂົ້າເຂດໂທດ ຍິງດ້ວຍຊ້າຍ ບານພຸ່ງເຂົ້າມຸມເສົາສອງ ໄລ່ມາ 1-2

ນາທີ 56 ຫຼັງ ເຊນເນ້ ລຳເມນສ໌ ເຕະເປີດຜິດທ່ວງທ່າ ບານຫຼຸດໄປໂດນ ອາເລັກຊິສ ແມັກ ອາລລິດເຕີ ປ້າຍໃຫ້ ໂຊໂບສໄລ ຈ່າຍສັ້ນໆ ໃຫ້ ໂກດີ ຄັກໂປ ຍິງງ່າຍໆ 2-2

ນາທີ 77 ຈາກຈັງຫວະໂຕ້ໄວ ຄຸນຍ່າ ປ້າຍຊ້າຍໃຫ້ ລຸກ ຊໍ ຕຽມຈາກເສັ້ນຫຼັງ ຄຣ໋ອດມາໜ້າປະຕູ ດິຢາລໂລ່ ພະຍາຍາມໂຂກ ບານຖືກສະກັດ ຫຼຸດມາໃຫ້ ຄ໋ອບບີ້ ເມນູ ແລ່ນຕຳບໍ່ເຫຼືອ 3-2 ປະຕູທຳອິດຂອງລາວໃນລະດູການ ພ້ອມສະຫຼອງຕໍ່ສັນຍາໃໝ່ທີ່ເຮັດໄວ້ກາງອາທິດ

ຜົນສຸດທ້າຍ

ແມນຯ ຢູໄນເຕັດ ຟັນ ລິເວີພູລ 3-2 ຢ່າງລຸ້ນລະທຶກ ຮັກສາທີ່ 3 ໃນຕາຕະລາງ ຮັບປະກັນທີ່ນັ່ງ ຢູຟ່າ ແຊັມເປຍນສ໌ ລີກ ລະດູການໜ້າຢ່າງເປັນທາງການ ສ່ວນ “ຫງ່ານແດງ” ຍັງຢູ່ທີ 4 ແຕ່ມີຊ່ອງຫ່າງ 6 ຄະແນນ ທິ້ງ ບ໋ອດນ໌ເມດ ທີ 6 ໃນຂະນະທີ່ຍັງເຫຼືອ 3 ນັດ ກ່ອນປິດລະດູການ 2025/26


ລາຍຊື່ນັກເຕະ

🔴 ແມນຯ ຢູໄນເຕັດ: ລຳເມນສ໌ – ດາໂລດ໌, ແມັກໄກ, ເຮໍເວ່ນ, ຊໍ – ກາເຊມີໂຣ, ເມນູ – ເອັມເບໂມ່ (ດ໋ອກີ​ ນ.76), ແຟ໋ຮນັນດ໌ສ (ໂຢໂຣ ນ.90+6), ຄຸນຍ່າ (ເຊີດຊີ ນ.87) – ເຊັກໂກ້ (ດິຢາລໂລ່ ນ.46)

🔴 ລິເວີພູລ: ວູດແມນ – ໂຈນສ໌, ໂຄນາເຕ (ເຄຍຊ່າ ນ.87), ຟານ ໄດຄ໌, ໂຣເບີດສັນ (ເຄີດເຄດ ນ.59) – ກຣາເຟນແບັກ, ແມັກ ອາລລິດເຕີ – ຟຣິມປ໋ອງ (ເອັງກູໂມອາ ນ.75), ໂຊໂບສໄລ, ເວຍດ໌ສ – ຄັກໂປ

⚖️ ຜູ້ຕັດສິນ: ດາແຣນ ອິງແລນດ໌

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article