
ສຳນັກຂ່າວມະຕິຊົນຂອງໄທລາຍງານ: ເມື່ອວັນທີ 29 ເມສາ ຜ່ານມາ, ເຈົ້າໜ້າທີ່ຕຳຫລວດກອງບັງຄັບການປາບປາມອາດຊະຍາກຳທາງເສດຖະກິດ (ປອສ) ຂອງໄທ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ນຳກຳລັງພ້ອມໝາຍສານເຂົ້າກວດຄົ້ນສາງເກັບສິນຄ້າ ແລະ ອາຄານພານິດ ລວມທັງໝົດ 5 ຈຸດ ໃນເຂດຈັງຫວັດສະໝຸດປຣາການ ແລະ ກຸງເທບມະຫານະຄອນ.

ຜ່ານການກວດຄົ້ນ, ເຈົ້າໜ້າທີ່ສາມາດຢຶດຂອງກາງ ເປັນຄີມກັນແດດ ແລະ ເຄື່ອງສຳອາງບຳລຸງຜິວຍີ່ຫໍ້ດັງ ທີ່ປອມແປງ ແລະ ລອກລຽນເຄື່ອງໝາຍການຄ້າ ລວມ 22 ລາຍການ, ຈຳນວນທັງໝົດ 704,085 ຊິ້ນ. ພ້ອມກັນນັ້ນ ຍັງສາມາດຈັບກຸມຜູ້ຕ້ອງຫາສັນຊາດຈີນໄດ້ 3 ຄົນ ຄື: ທ້າວ ເຊັງຈິນ, ທ້າວ ຊູ່ຢົງ ແລະ ທ້າວ ຊາດົງ ເຊິ່ງເປັນກຸ່ມທີ່ຢູ່ເບື້ອງຫລັງການລັກລອບຈຳໜ່າຍສິນຄ້າດັ່ງກ່າວ.

ເຈົ້າໜ້າທີ່ລະບຸວ່າ: ສືບເນື່ອງມາຈາກການໄດ້ຮັບແຈ້ງຄວາມຈາກຕົວແທນຜູ້ເສຍຫາຍວ່າ ພົບການລັກລອບຂາຍຄີມປອມຜ່ານແພລັດຟອມອອນລາຍໃນລາຄາຖືກ ເຊິ່ງເຮັດໃຫ້ປະຊາຊົນຫລົງເຊື່ອວ່າເປັນສິນຄ້າແທ້ທີ່ກຳລັງຫລຸດລາຄາ. ຈາກການສອບສວນ, ຜູ້ຕ້ອງຫາບາງສ່ວນໄດ້ໃຫ້ການຮັບສາລະພາບວ່າໄດ້ຮ່ວມກັນມີສິນຄ້າປອມໄວ້ເພື່ອຈຳໜ່າຍແທ້.

ປັດຈຸບັນ, ເຈົ້າໜ້າທີ່ໄດ້ແຈ້ງຂໍ້ຫາຮ່ວມກັນມີໄວ້ເພື່ອຈຳໜ່າຍ ເຊິ່ງສິນຄ້າທີ່ມີເຄື່ອງໝາຍການຄ້າປອມ ແລະ ລອກລຽນເຄື່ອງໝາຍການຄ້າຂອງບຸກຄົນອື່ນທີ່ໄດ້ຈົດທະບຽນແລ້ວໃນລາຊະອານາຈັກ ເພື່ອດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.






