ເມື່ອລໍ່ດົນມານີ້, ປະກົດການປາຕາຍເປັນຈໍານວນໜຶ່ງ ໃນແມ່ນໍ້າເຊໂດນ ໄດ້ກາຍເປັນຂ່າວຮ້ອນໃນສັງຄົມອອນລາຍ, ຊຶ່ງປະຊາຊົນເກີດຄວາມກັງວົນ ຕໍ່ຄຸນນະພາບແຫຼ່ງນໍ້າ ແລະ ຄວາມປອດໄພດ້ານສິ່ງແວດລ້ອມ ຕໍ່ກັບກະແສຂ່າວດັ່ງກ່າວ, ຂະແໜງລ້ຽງສັດ ແລະ ການປະມົງ ແຂວງສາລະວັນ ໄດ້ອອກຊີ້ແຈງຢ່າງເປັນທາງການ ພ້ອມລົງກວດກາພາກສະໜາມເພື່ອຊອກຫາສາເຫດຢ່າງລະອຽດ ແລະ ປະເມີນສະພາບການຢ່າງຮອບດ້ານ.

ທ່ານ ເພັດນີກອນ ສີນທະສັກ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ວ່າ: ພາຍຫຼັງໄດ້ຮັບຂໍ້ມູນກ່ຽວກັບ ປະກົດການປາຕາຍເປັນຈໍານວນໜຶ່ງ. ທາງຂະແໜງງລ້ຽງສັດ ແລະ ການປະມົງ ແຂວງ ກໍໄດ້ລົງກວດກາຕົວຈິງ ໃນພື້ນທີ່ເກີດເຫດຢູ່ 2 ເມືອງຄື: ເມືອງສາລະວັນ (ວັງສະຫງວນ ບ້ານທ່າເມືອງເຊ ແລະ ບ້ານໂພນແພງ) ແລະ ເມືອງຄົງເຊໂດນ (ວັງສະຫງວນ ບ້ານຄົງໃຫຍ່, ບ້ານແກ້ງຕະຫວັງ, ບ້ານດອນເມືອງ ແລະ ບ້ານທ່າຫຼວງ) ເພື່ອເກັບກໍາຂໍ້ມູນທາງວິຊາການ. ຜົນການກວດກາ ພົບວ່າ: ຄ່າຄວາມເປັນກົດ–ດ່າງ (pH) ຂອງນໍ້າຢູ່ໃນລະດັບ 7.8–8.06 ຊຶ່ງເປັນຄ່າມາດຕະຖານ ທີ່ສັດນໍ້າສາມາດດໍາລົງຊີວິດໄດ້ ພ້ອມກັນນັ້ນ ປະລິມານ ອອ໌ກຊີເຈນລະລາຍ (DO) ຢູ່ໃນຊ່ວງ 6.8–7.12 ຊຶ່ງຖືວ່າຢູ່ໃນເກນທີ່ປອດໄພ; ຢ່າງໃດກໍຕາມ ຄ່າອຸນຫະພູມນໍ້າກັບພົບວ່າ ຢູ່ໃນລະດັບ 32.1–32.7 ອົງສາເຊ ຊຶ່ງສູງກວ່າຄ່າປົກກະຕິ ແລະ ອາດສົ່ງຜົນກະທົບ ຕໍ່ການດໍາລົງຊີວິດຂອງປາ ໂດຍສະເພາະຊະນິດທີ່ບໍ່ທົນຄວາມຮ້ອນ. ນອກຈາກນັ້ນ, ທີມງານຍັງໄດ້ກວດສອບຂໍ້ສົງໃສ ກ່ຽວກັບການປ່ອຍນໍ້າເປື້ອນ ຈາກໂຮງງານປຸງແຕ່ງແປ້ງມັນຕົ້ນ ໃນເຂດເມືອງຄົງເຊໂດນ ແຕ່ຜົນການກວດກາ ບໍ່ພົບຫຼັກຖານ ການປ່ອຍນໍ້າເສຍ ລົງສູ່ແມ່ນໍ້າເຊໂດນແຕ່ຢ່າງໃດ.

ຈາກການວິເຄາະພາບລວມ ຂະແໜງກ່ຽວຂ້ອງ ໄດ້ສະຫຼຸບວ່າ: ສາເຫດຫຼັກ ຂອງປະກົດການປາຕາຍ ແມ່ນເກີດຈາກ ປະກົດການ “ແອລດີໂຍ” ທີ່ສົ່ງຜົນໃຫ້ ອຸນຫະພູມພາຍນອກ ພຸ່ງສູງເຖິງ 39–41 ອົງສາເຊ ພ້ອມກັບລະດັບນໍ້າຫຼຸດຕໍ່າ ແລະ ແຫ້ງຂອງແມ່ນໍ້າ ສົ່ງຜົນໃຫ້ປາບາງຊະນິດ ປັບຕົວບໍ່ທັນ ຈົນເກີດການຕາຍ ແລະ ລອຍຂຶ້ນຜິວນໍ້າ ຕາມທີ່ປາກົດໃນຂ່າວ. ໃນນັ້ນ, ຍັງພົບວ່າ ມີປະຊາຊົນບາງສ່ວນ ໄດ້ນໍາໃຊ້ເຄື່ອງມືຫາປາ ທີ່ຜິດກົດໝາຍ ເຊັ່ນ: ເຄື່ອງຊອດປາ ຊຶ່ງເປັນປັດໃຈ ມີບາງຈຸດປາຕາຍ ຕາມແມ່ນໍ້າເຊໂດນ.

ຈາກຂໍ້ມູນທັງໝົດ, ສາມາດຢືນຢັນໄດ້ວ່າ: ປະກົດການປາຕາຍໃນຄັ້ງນີ້ ບໍ່ໄດ້ເກີດຈາກມົນລະພິດ ຫຼື ການປ່ອຍນໍ້າເສຍ ແຕ່ເກີດຈາກສະພາບດິນຟ້າອາກາດ ທີ່ແປປວນຮຸນແຮງ ອັນເນື່ອງມາຈາກປະກົດການແອລດີໂຍ ປະກອບກັບການນໍາໃຊ້ວິທີຫາປາທີ່ບໍ່ຖືກກົດໝາຍ.
ໂອກາດນີ້, ທ່ານກໍໄດ້ເຊີນຊວນໃຫ້ ປະຊາຊົນ ແລະ ທຸກພາກສ່ວນ ເພີ່ມທະວີຄວາມໃສ່ໃຈ ໃນການອະນຸລັກ ແລະ ຄຸ້ມຄອງແຫຼ່ງນໍ້າ ພ້ອມທັງ ປະຕິບັດຕາມລະບຽບກົດໝາຍ ດ້ານການປະມົງ ຢ່າງເຄັ່ງຄັດ ເພື່ອຮັກສາ ອະນຸລັກສັດນໍ້າ ແລະ ສົມດຸນລະບົບນິເວດ ໃຫ້ຍືນຍົງຕໍ່ໄປ.
(ພາບ-ຂ່າວ: ສ.ພະຈັນ)





