ເກິດເຫດລະທຶກລົດໄຟຕຳກັນຢ່າງຮຸນແຮງ ຢູ່ຈາກາຕາ ອິນໂດເນເຊຍ ເສຍຊີວິດແລ້ວ 7 ຄົນ

Must read

ສຳນັກຂ່າວ BBC ລາຍງານວ່າ: ເກີດເຫດລົດໄຟໂດຍສານຕຳກັນຢ່າງຮຸນແຮງ ຢູ່ບໍລິເວນສະຖານີ ເບກາຊີ ຕີມູ (Bekasi Timur) ເຂດຊານເມືອງຂອງນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ເມື່ອຄືນວັນຈັນ 27 ເມສາ 2026, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 7 ຄົນ ແລະ ມີຜູ້ບາດເຈັບອີກຫ]າຍກວ່າ 80 ຄົນ ທີ່ກຳລັງເຂົ້າຮັບການປິ່ນປົວຢູ່ໂຮງໝໍໃກ້ຄຽງ.

ທ່ານ ບ໊ອບບີ້ ຣາຊິດິນ ປະທານບໍລິຫານ ບໍລິສັດທາງລົດໄຟແຫ່ງລັດ (KAI) ໄດ້ເປີດເຜີຍວ່າ: ອຸປະຕິເຫດດັ່ງກ່າວເກີດຂຶ້ນ ຍ້ອນມີລົດໄຟໂດຍສານຂະບວນໜຶ່ງ ຈອດຄ້າງຢູ່ເນື່ອງຈາກຕຳກັບລົດແທັກຊີທີ່ຂວາງທາງລາງ ແລະ ລົດໄຟໂດຍສານທາງໄກທີ່ແລ່ນມາໃນລາງດຽວກັນພຸ່ງຕຳທ້າຍຢ່າງແຮງ. ເຮັດໃຫ້ຕູ້ໂດຍສານ ” ສຳລັບຜູ້ຍິງໂດຍສະເພາະ ” ທີ່ຢູ່ທາງທ້າຍຂະບວນ ໄດ້ຮັບຄວາມເສຍຫາຍຢ່າງໜັກ ແລະ ມີຜູ້ໂດຍສານຕິດຄ້າງຢູ່ພາຍໃນເປັນຈຳນວນຫລາຍ.

ຫົວໜ້າໜ່ວຍຄົ້ນຫາ ແລະ ກູ້ໄພຂອງອິນໂດເນເຊຍ ກ່າວວ່າ: ເວລາເຈົ້າໜ້າທີ່ເລັ່ງຊ່ວຍເຫລືອຜູ້ລອດຊີວິດປະມານ 6-7 ຄົນ ທີ່ຖືກລົດໄຟທັບໄວ້ນັ້ນ ການປະຕິບັດງານດຳເນີນຢ່າງຍາກລຳບາກ ແລະ ຕ້ອງໃຊ້ຊ່ຽວຊານສະເພາະດ້ານ ເພື່ອຕັດໂຄງສ້າງເຫລັກອອກຢ່າງລະມັດລະວັງ ເນື່ອງຈາກຜູ້ປະສົບໄພຍັງມີຊີວິດຢູ່ ແລະ ຕ້ອງການຄວາມຊ່ວຍເຫລືອຢ່າງຮີບດ່ວນ.

ທັງນີ້, ປະເທດອິນໂດເນເຊຍ ໄດ້ປະເຊີນກັບອຸປະຕິເຫດທາງຄົມມະນາຄົມເລື້ອຍໆ, ກ່ອນໜ້ານີ້ ໃນປີ 2024 ກໍເຄີຍເກີດເຫດລົດໄຟຕຳກັນຢູ່ເຂດ ຊາວາຕາເວັນຕົກ ເຊິ່ງມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫລາຍ.

Pics: Reuters

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article