ແຈ້ງເຕືອນ ຮ່ອງຝົນພາດທົ່ວປະເທດ ສ່ຽງຝົນຕົກໜັກຕິດຕໍ່ກັນ 3 ວັນ ລະຫວ່າງວັນທີ 19-21 ສິງຫາ 2026 ນີ້

Must read

ແຈ້ງເຕືອນ ຝົນຕົກໜັກ ໃນວັນທີ 19 ຫາ 21 ສິງຫາ 2026 (ສະບັບທີ 2)

ເນື່ອງຈາກຮ່ອງຄວາມກົດດັນອາກາດຕ່ຳ (ຮ່ອງຝົນ) ໄດ້ສືບຕໍ່ພາດຜ່ານຢູ່ເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ຂອງປະເທດລາວ, ປ່ອງເຂົ້າສູ່ຢ່ອມຄວາມກົດດັນອາກາດຕ່ຳທີ່ປົກຄຸມຢູ່ຕ່າງປະເທດ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມ, ຢ່າງຮັກໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ເພີ່ມຂຶ້ນໃນຫຼາຍທ້ອງຖິ່ນໃນແຕ່ລະພາກ ແລະ ຈະມີຝົນຕົກໜັກ ຫາ ຕົກໜັກຫຼາຍ ໃນໄລຍະ 1 ຫາ 3 ວັນຕໍ່ໜ້າ ຢູ່ແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງ ຫົວພັນ, ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນແຕ່ລະພາກ ຈຶ່ງມີສະຕິ ລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ສະພາບຝົນຕົກໜັກຫຼາຍຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີ ນ້ຳຖ້ວມຊຸ, ຖ້ວມຍິ່ງ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງໃນຕົວເມືອງ, ສຳລັບຜູ້ທີ່ຈະເດີນທາງຜ່ານຜູສູງ ຕ້ອງໄດ້ກວດສອບສະພາບອາກາດ, ສະພາບເສັ້ນທາງ ແລະ ສະພາບຍານພາຫະນະ ກ່ອນອອກເດີນທາງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article