ປາກົດການເອລນີນໂຍຄາດຮຸນແຮງສຸດເປັນປະວັດການ ຈັບຕາຝົນ-ອາກາດໂລກປັ່ນປ່ວນ

Must read

ໂລກກຳລັງປະເຊີນປາກົດການເອລນີນໂຍ ທີ່ຄາດວ່າຈະຮຸນແຮງທີ່ສຸດເປັນປະວັດການ ຫຼື “ຊຸບເປີເອລນີນໂຍ” ເຊິ່ງເລີ່ມຕັ້ງແຕ່ເດືອນມິຖຸນາ ແລະ ອາດຍາວນານໄປຈົນເຖິງປີ 2027. ປາກົດການນີ້ເກີດຈາກນ້ຳທະເລໃນມະຫາສະໝຸດປາຊີຟິກເຂດຮ້ອນອຸ່ນຂຶ້ນ ແລະ ປ່ອຍຄວາມຮ້ອນເຂົ້າສູ່ບັນຍາກາດ ສົ່ງຜົນໃຫ້ອຸນຫະພູມໂລກເພີ່ມຂຶ້ນ ແລະ ສະພາບອາກາດຜັນຜວນຢ່າງຮຸນແຮງ.

  • ການທຳງານ ແລະ ການກວດວັດ: ປົກກະຕິລົມການຄ້າຈະຍູ້ກຸ່ມນ້ຳອຸ່ນໄປທາງອາຊີ ແລະ ເຮັດໃຫ້ນ້ຳເຢັນຜຸດຂຶ້ນຝັ່ງອາເມຣິກາໃຕ້ (ພາວະເປັນກາງ). ແຕ່ເມື່ອເກີດເອລນີນໂຍ ລົມການຄ້າຈະອ່ອນລົງ ເຮັດໃຫ້ນ້ຳອຸ່ນໄຫຼຍ້ອນກັບໄປທາງຕາເວັນອອກ. ນັກວິທະຍາສາດໄດ້ຕິດຕາມອຸນຫະພູມຜິວນ້ຳທະເລໃນເຂດ “Niño 3.4” ໂດຍໃຊ້ດັດຊະນີ ONI ເຊິ່ງຖ້າຄ່າສູງກວ່າ +0.5 ອົງສາ ຢ່າງຕໍ່ເນື່ອງ ຖືວ່າເຂົ້າສູ່ພາວະເອລນີນໂຍ.
  • ຜົນກະທົບທົ່ວໂລກ:
    • ອາຊີຕາເວັນອອກສ່ຽງໃຕ້ & ອົດສະຕຣາລີ: ເກີດຄວາມແຫ້ງແລ້ງ, ສ່ຽງໄພແຫ້ງແລ້ງ ແລະ ໄຟປ່າຮຸນແຮງ.
    • ອາເມຣິກາໃຕ້: ຕອນເໜືອຮ້ອນແຫ້ງແລ້ງ, ຕອນໃຕ້ເກີດຝົນຕົກໜັກ ແລະ ນ້ຳຖ້ວມ.
    • ອາຊີ & ອາຟຣິກາ: ມໍລະສຸມອ່ອນລົງ ເຮັດໃຫ້ອິນເດຍ ແລະ ອາຟຣິກາຕອນໃຕ້ ເສ່ຽງໄພແຫ້ງແລ້ງ, ຂະນະທີ່ອາຟຣິກາຕາເວັນອອກອາດ ເກິດນ້ຳຖ້ວມ.
    • ພາຢຸເຂດຮ້ອນ: ເຮັດໃຫ້ພາຢຸເຮີຣິເຄນໃນມະຫາສະໝຸດອັດລັງຕິກຫຼຸດລົງ, ແຕ່ເຮັດໃຫ້ໄຕ້ຝຸ່ນໃນອາຊີເຄື່ອນໂຕໄປທາງຕາເວັນອອກ (ກະທົບຈີນ, ຍີ່ປຸ່ນ, ເກົາຫຼີໃຕ້ ຫຼາຍຂຶ້ນ) ແລະ ມີເວລາສະສົມຄວາມຮ້ອນຈົນກາຍເປັນພາຍຸຂະໜາດໃຫຍ່.
  • ຜົນກະທົບຕໍ່ອຸນຫະພູມໂລກ: ເເອລນີນໂຍເຮັດໃຫ້ອຸນຫະພູມສະເລ່ຍຂອງໂລກເພີ່ມຂຶ້ນຊົ່ວຄາວ (ກົງກັນຂ້າມກັບລານີນຍາທີ່ເຮັດໃຫ້ໂລກເຢັນລົງ). ເຖິງຢ່າງໃດກໍຕາມ, ສາເຫດຫຼັກທີ່ທຳລາຍສະຖິຕິຄວາມຮ້ອນຢ່າງຕໍ່ເນື່ອງຍັງຄົງແມ່ນການປ່ຽນແປງສະພາບພູມອາກາດທີ່ເກີດຈາກຝີມືມະນຸດ.
  • “ຊູເປີເອລນີນໂຍ” 2026-2027: ແບບຈຳລອງ 96% ຄາດການວ່າ ອຸນຫະພູມນ້ຳທະເລໃນເຂດ Niño 3.4 ຈະເບ່ຽງເບນສູງທະລຸສະຖິຕິເກົ່າ +2.75 ອົງສາເຊນຊຽດ (ຂອງປີ 2015-16). ແມ້ວ່ານັກວິທະຍາສາດຍັງເຫັນແຕກຕ່າງກັນກ່ຽວກັບຜົນກະທົບໄລຍະຍາວຂອງພາວະໂລກຮ້ອນຕໍ່ ENSO, ແຕ່ຜູ້ຊ່ຽວຊານເຄິ່ງໜຶ່ງເຫັນຫຼັກຖານຊັດເຈນວ່າ ການປ່ຽນແປງພູມອາກາດມີແນວໂນ້ມເພີ່ມຄວາມຮຸນແຮງຂອງເອລນີນໂຍໃນອະນາຄົດ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article