ເນື່ອງຈາກມີຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ນ້ຳພາຍໃນຫ້ວຍລະບາຍບໍ່ທັນ ແລະ ໄຫຼກັດເຊາະເສັ້ນທາງ 2 ເຂດໃຫຍ່ ໃນເມືອງຄູນຄຳ, ແຂວງຄຳມ່ວນ, ສົ່ງຜົນໃຫ້ການສັນຈອນຕິດຂັດ, ລົດໃຫຍ່ ແລະ ລົດນ້ອຍ ບໍ່ສາມາດໄປ-ມາໄດ້ຊົ່ວຄາວ ໃນສອງເສັ້ນທາງດັ່ງນີ້: ເສັ້ນທາງບ້ານຄູນເງິນ ຫາ ບ້ານພູໝາກ ແລະ ເສັ້ນທາງບ້ານນາຂາມ ຫາ ບ້ານຄູນມະນີ (ບ້ານໃໝ່ດົງກະແສນ), ຂໍໃຫ້ບັນດາທ່ານທີ່ຈະເດີນທາງຜ່ານເສັ້ນທາງດັ່ງກ່າວ ເພີ່ມຄວາມລະມັດລະວັງ, ຫຼີກເວັ້ນການໃຊ້ສອງເສັ້ນທາງນີ້ໄປກ່ອນ.
ເສັ້ນທາງແຕ່ບ້ານຄູນເງິນ ຫາບ້ານພູໝາກແໜ່ງ ເມືອງຄູນຄຳ ແຂວງຄຳມ່ວນ ເຂດຂົວນ້ຳອ່ອຍຮ່ອຍແມ່ນໄດ້ຖືກນ້ຳກັດເຊາະ ຂາດອອກຈາກກັນ ເນື່ອງຈາກມີຝົນຕົກໜັກ ນ້ຳພາຍໃນຫ່ອງຫ້ວຍລະບາຍບໍທັນ ປະຈຸບັນ ວັນທີ 06 ສິງຫາ 2026 ການສັນຈອນແມ່ນຕິດຂັດ ລົດໃຫຍ່-ນ້ອຍ ແມ່ນບໍສາມາດໄປມາໄດ້ເທື່ອ.



ເຂດບ້ານນາຂາມ ໄປຫາ ບ້ານຄູນມະນີ ( ບ້ານໃໝ່ດົງກະແສນ ) ປະຈຸບັນເສັ້ນທາງເຂດຫ້ວຍກັ້ງແມ່ນຖືກຕັດຂາດ ຈາກນ້ຳໄຫຼກັດເຊາະ ສາມາເຫດແມ່ນມາຈາກຝົນຕົກໜັກ ນ້ຳລະບາຍບໍທັນ, ປະຈຸບັນວັນທີ 06 ສິງຫາ 2026 ການສັນຈອນລົດໃຫຍ່-ນ້ອຍ ແມ່ນບໍສາມາດໄປ-ມາ ໄດ້ເທື່ອ.




ພາບ:ໂຄສະນາ ຂ່າວສານເມືອງຄູນຄໍາ ຂ່າວເມືອງຄູນຄຳ





