ເຈ້ນ້ອມຍອມຮັບວ່າຍອດເງິນບໍລິຈາກບໍ່ລະອຽດ ຍ້ອນມີເງິນຂາຍເຄື່ອງມາປະປົນຢູ່ນໍາ
ລ່າສຸດ ເຈ້ນ້ອມໄດ້ໂພສວ່າ ນ້ອງນ້ອມຍອມຮັບໃນການເປີດບໍລິຈາກໃນຄັ້ງນີ້ “ຜິດຜາດ”ຄັ້ງຍີ່ງໃຫ່ຍໃນຊີວີດ.
-ຍ້ອນຂາດຄວາມລະອຽດ ແລະ ສະຕິ ໃນການເຮັດບັນຊີ ຍອດທີ່ເວົ້າຜ່ານມາທຸກຄັ້ງກາບໍ່ຕົງ.
-ຍອມຮັບຜິດວ່າ ຍອດທີ່ເຄີຍແຈ້ງທຸກຄັ້ງແມ່ນຜິດຍ້ອນໂຕເອງບໍ່ລະອຽດຍ້ອນມີເງີນສວ່ນໂຕເຂົ້າມາປ໋ະປົນ.
-ນ້ອງນ້ອມຜິດຜາດ ແລະ ຍອມຮັບຄື :ເປີດບັນຊີສວ່ນໂຕຮັບບໍລິຈາກ ບໍ່ໄດ້ແຍກບັນຊີຮັບບໍລິຈາກອອກຈາກບັນຊີສວ່ນໂຕຢ່າງລະອຽດ,ເພາະບໍ່ໄດ້ຄິດວ່າຈະມີຜູ້ຮ່ວມບໍລິຈາກຫລາຍເກີນ ເພາະມັນຈະໂອນເປັນວິນາທີ ເເລ້ວຫລາຍໆຄົນເຫັນການໂອນໃນຈຳນວນ 15314 ຄັ້ງນັ້ນ . ບໍ່ມີສະເພາະແຕ່ຄົນໂອນມາຊ່ວຍເຫລືອເພາະນ້ອມເອງກາຂາຍເຄື່ອງອອນລາຍ. ເພາະມັນເປັນບັນຊີສວ່ນຕົວ , ບາງຍອດທີ່ລູກຄ້າໂອນບໍລິຈາກມັນຕົງກັນກັບຄ່າເຄື່ອງເລີຍເຮັດໃຫ້ການແຈ້ງຍອດໄປທຸກຄັ້ງມັນຜິດຜາດ ແລະ ຍອດທີ່ແຈ້ງມັນບໍ່ຖືກແຕ່ແລກ. ທີ່ທຸກຄົນຍາກຮູ້ ຍອດລວມທັງ
ຫມົດໄດ້ເທົ່າໃດ ນ້ອມບໍ່ສາມາດລະບຸໄດ້ຢ່າງຊັດເຈນ ຍ້ອນມັນປະປົນ ເງີນຂາຍເຄື່ອງແຕ່ລະມື້ກາເຂົ້າ.
ເງີນເຫລືອໃນປັດຈຸບັນ ແມ່ນ 28.851.415ກີບເງີນທີ່ເຫລືອໃນບັນຊີໂຕຈິງ.
– ສວ່ນເງີນທີ່ເຫລືອ 28.851.415ນີ້ ແມ່ນເຫລືອປັດຈຸບັນທີ່ນ້ອມຈະໄດ້ນຳໄປສືບຕໍ່ຊ່ວຍເຫລືອ ສອງຄອບຄົວດັ່ງກ່າວ.
– ຂໍໂທດສັງຄົມ ທີ່ບໍ່ສາມາດລະບຸ ຍອດເງີນທີ່ຊັດເຈນໄດ້.
ນ້ອມຂໍຍອມຮັບຄວາມຜິດພາດຄັ້ງນີ້ໂດຍການຈະໄປຊ່ວຍເຫລືອຄອບຄົວຂອງຜູ້ປະສົບໄພຕໍ່ . ເງີນທຸກກີບທຸກບາດ ທີ່ທຸກຄົນໄດ້ໂອນມານ້ອມຕ້ອງຂໍຂອບໃຈທີ່ທຸກຄົນຢາກຊ່ວຍເຫລືອ ແລະ ນ້ອມ ຂໍປະຕິຍານກັບ ທຸກຄົນເລີຍວ່າ ນ້ອມບໍ່ໄດ້ນຳເງີນສວ່ນນີ້ໄປໃຊ້ສ່ວນຕົວແຕ່ຢ່າງໄດ້ພຽງແຕ່ ນ້ອມຜິດພາດຄັ້ງໃຫ່ຍທີ່ສຸດຄື ໃນຊີວີດ ຄື ບໍ່ໄດ້ເຮັດບັນຊີແຍກຈາກກັນຢ່າງຊັດເຈນ ເລີຍເຮັດໃຫ້ເກີດຄວາມຄາໃຈ ແລະ ບໍ່ສະບາຍໃຈໃຫ້ແກ່ສັງຄົມຜູ້ທີ່ຮ່ວມບໍລິຈາກ
ນ້ອມຮູ້ດີວ່າຄຳຂໍໂທດອາດຈະບໍ່ສາມາດລົບຄວາມຜິດຜາດຄັ້ງນີ້ໄດ້ ແຕ່ຂໍໂອກາດພິສູດຄວາມຈິງໃຈແລະຄວາມຕັ້ງໃຈຄວາມຊື່ສັດບໍລິສຸດຕໍ່ທຸກຄົນ .ນ້ອມຈະສືບຕໍ່ຊວ່ຍເຫລຶອຄົນອື່ນແລະ ສັງຄົມ ຕໍ່ໄປຄືເກົ່າ
ສຸດທ້າຍນີ້ ນ້ອງນ້ອມ ຕ້ອງຂໍສະແດງຄວາມຂອບໃຈສຳລັບທຸກໆກຳລັງໃຈທີ່ໃຫ້ມາ.ນ້ອງນ້ອມຈະບໍ່ຂໍແກ້ໂຕອີກຕໍ່ໄປ, ນ້ອມຂໍໂທດສັງຄົມອີກຄັ້ງທີ່ເຮັດໃຫ້ເກີດເຫດການນີ້ຂື້ນ ແລະ ຂໍຂອບໃຈສຳລັບທຸກໆຄອມເມັ້ນ ແລະ ຕັກເຕືອນ ຂ້ອຍ ຈະໃຊ້ບົດຮຽນໃນຄັ້ງນີ້ປັບປຸງປ່ຽນແປງຕົວເອງ ແລະ ພ້ອມຈະຮັບໃຊ້ສັງຄົມໃຫ້ສຸດອົກສຸດໃຈ![]()





