
ເຫດການເຮືອບິນຮົບ F-15E ຂອງສະຫະລັດຖືກຍິງຕົກເໜືອດິນແດນອີຣານເມື່ອວັນທີ 3 ເມສາ ຖືເປັນຄັ້ງທໍາອິດໃນຮອບກວ່າ 20 ປີ ທີ່ເຮືອບິນຮົບສະຫະລັດຖືກສັດຕູຍິງຕົກນັບຕັ້ງແຕ່ປີ 2003 ເຊິ່ງເຫດການນີ້ (ລວມເຖິງການທີ່ເຮືອບິນ F-35 ຖືກໄລ່ກົດດັນຈົນຕ້ອງລົງຈອດ) ໄດ້ສັ່ນຄອນຄວາມເຊື່ອໝັ້ນໃນເຕັກໂນໂລຊີອຳພາງຕົວຂອງສະຫະລັດຢ່າງຫຼວງຫຼາຍ. ສິ່ງທີ່ໜ້າສົນໃຈທີ່ສຸດແມ່ນຄໍາໃຫ້ການຂອງນັກບິນ F-15E ທີ່ລອດຊີວິດ ເຊິ່ງໄດ້ບັນຍາຍເຖິງການເຜຊີນໜ້າກັບ “ສະໜາມທຸ່ນລະເບີດລອຍຟ້າ” ທີ່ເປັນຝູງໂດຣນຈໍານວນຫຼວງຫຼາຍບິນປະສານງານກັນໃນຮູບແບບທີ່ແປກປະຫຼາດຄ້າຍຄື “ແມງກະພຸນ” ຫຼື ສິ່ງມີຊີວິດນອກໂລກ ໂດຍມີໂດຣນຂະໜາດນ້ອຍຫ້ອຍຢູ່ທາງກ້ອງໂດຣນຂະໜາດໃຫຍ່ຄ້າຍຄືກັບໜວດປາມຶກ ແລະ ເຄື່ອນທີ່ໄປພ້ອມກັນເປັນໜຶ່ງດຽວ.
ຈາກຄໍາໃຫ້ການນີ້ ເຮັດໃຫ້ຜູ້ຊ່ຽວຊານຕັ້ງສົມມຸດຕິຖານວ່າ ອີຣານອາດຈະກ້າວຂ້າມຂີດຈໍາກັດຂອງໂດຣນຮູບແບບເດີມໆ (ເຊັ່ນ ຕະກູນ Shahed ທີ່ລັດເຊຍນໍາໄປພັດທະນາຕໍ່ເປັນ Geran) ໄປສູ່ ເຕັກໂນໂລຊີຝູງໂດຣນອັດສະລິຍະ (Swarm Drones) ທີ່ສາມາດເຊື່ອມຕໍ່ຂໍ້ມູນ ແລະ ປະສານງານກັນໄດ້ເອງຢ່າງອິດສະຫຼະໂດຍບໍ່ຕ້ອງເພິ່ງພາສູນຄວບຄຸມ, ຫຼື ອາດຈະເປັນການນໍາໃຊ້ລະບົບ “ຜະລິດຕະພັນ 358” (Product 358) ເຊິ່ງເປັນໂດຣນປ້ອງກັນໄພທາງອາກາດທີ່ສາມາດບິນລາດຕະລາດ ແລະ ຄົ້ນຫາເປົ້າໝາຍເພື່ອໂຈມຕີເຮືອບິນຮົບໄດ້ໂດຍອັດຕະໂນມັດ ບວກກັບຄວາມກ້າວໜ້າດ້ານອື່ນໆ ເຊັ່ນ ລູກສອນໄຟຄວາມໄວເໜືອສຽງ (Hypersonic) ທີ່ຍິງໄດ້ໄກກວ່າ 4,000 ກິໂລແມັດ ແລະ ການໃຊ້ລະບົບບົມປຸ້ມ (Cluster bombs) ເທິງໂດຣນ.
ແນວໃດກໍຕາມ ຍັງມີຄໍາອະທິບາຍທາງເລືອກອື່ນທີ່ເອີ້ນວ່າ “ໝອກແຫ່ງສົງຄາມ” ເຊັ່ນ: ອີຣານອາດຈະພຽງແຕ່ປ່ອຍໂດຣນລາຄາຖືກຈໍານວນຫຼວງຫຼາຍໄວ້ຕາມເສັ້ນທາງບິນລະດັບຕໍ່າ ເຮັດໃຫ້ນັກບິນທີ່ເຫັນໃນເວລາອັນສັ້ນເກີດພາບລວງຕາໄປເອງວ່າພວກມັນບິນປະສານງານກັນ, ຫຼື ໂດຣນທີ່ເຫັນອາດເປັນໂດຣນສອດແນມຂອງອິດສະຣາແອນ, ໄປຈົນຮອດອາການຫຼອນຈາກຄວາມກົດດັນເນື່ອງຈາກນັກບິນຄົນນີ້ຜ່ານເຫດການດີດຕົວອອກຈາກເຮືອບິນມາແລ້ວເຖິງ 2 ຄັ້ງ (ຄັ້ງທໍາອິດຖືກກອງກໍາລັງຄູເວດຍິງຜິດພາດ) ເຊິ່ງສະພາບຈິດໃຈອາດເຮັດໃຫ້ເກີດການຮັບຮູ້ທີ່ຜິດພາດ ຄ້າຍຄືກັບປາກົດການ “Foo Fighters” ໃນສະໄໝສົງຄາມໂລກຄັ້ງທີ 2.
ສະນັ້ນ ເຫດການນີ້ຍັງຄົງເປັນທີ່ຖກເຖຽງ ແລະ ຕ້ອງການຫຼັກຖານເພີ່ມເຕີມເພື່ອພິສູດວ່າ ມັນຄືຄວາມກ້າວໜ້າທາງເຕັກໂນໂລຊີຄັ້ງໃຫຍ່ຂອງອີຣານ ຫຼື ເປັນພຽງຜົນກະທົບທາງຈິດວິທະຍາໃນສະໜາມຮົບກັນແນ່.
ແຫລ່ງທີ່ມາ: vietnam.vn





