ສະພາບອາກາດປະຈໍາວັນທີ 26 ມິຖຸນາ 2026

Must read

ບໍລິເວນຄວາມກົດດັນຕ່ຳຂອງອາກາດຮ້ອນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນຫາປານກາງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ເຊິ່ງລັກສະນະນີ້ ຈະເຮັດໃຫ້ອາກາດຍັງຄົງຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດໃນແຕ່ລະພາກ.

  • ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ) ມີຝົນຕົກໃນລະດັບຄ່ອຍເປັນບາງບໍລິເວນ ແລະ ມີເມກປົກຄຸມໜາແໜ້ນບາງເຂດ, ອຸນຫະພູມສູງສຸດ 31 ອົງສາ.

ຜົ້ງສາລີ: ອຸນຫະພູມ 20-29 ອົງສາ, ຝົນຕົກ 30% ຂອງເນື້ອທີ່.

ຫົວພັນ (ມ. ວຽງໄຊ): ມີເມກປົກຄຸມໜາແໜ້ນ, ອຸນຫະພູມ 25-31 ອົງສາ.

ຊຽງຂວາງ (ມ. ແປກ): ອຸນຫະພູມ 22-29 ອົງສາ, ມີຝົນຕົກ 10% ຂອງເນື້ອທີ່.

  • ພາກເໜືອດ້ານຕາເວັນຕົກ (ແຂວງ ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ) ອາກາດຮ້ອນ ແລະ ມີຝົນຕົກກະຈາຍໃນລະດັບຄ່ອຍ. ອຸນຫະພູມ: ຕ່ຳສຸດ 23 ຫາ ສູງສຸດ 35 ອົງສາ.

ຫຼວງພະບາງ: ອາກາດຮ້ອນ, ອຸນຫະພູມສູງສຸດ 35 ອົງສາ, ມີຝົນຕົກ 20% ຂອງເນື້ອທີ່.

ໄຊຍະບູລີ: ມີເມກປົກຄຸມໜາແໜ້ນ, ອຸນຫະພູມ 26-35 ອົງສາ.

ຫຼວງນ້ຳທາ: ອຸນຫະພູມ 23-32 ອົງສາ, ມີຝົນຕົກ 10% ຂອງເນື້ອທີ່.

  • ນະຄອນຫຼວງວຽງຈັນ

ສະພາບອາກາດ: ອາກາດຮ້ອນເອົ້າຕະຫຼອດມື້, ມີຝົນຕົກໃນລະດັບຄ່ອຍເປັນບາງບໍລິເວນ ໂດຍສະເພາະຢູ່ເຂດ ເມືອງ ຫາດຊາຍຟອງ, ເມືອງ ສີໂຄດຕະບອງ ແລະ ເມືອງ ສີສັດຕະນາກ.

ອຸນຫະພູມ: ຕ່ຳສຸດ 26 ຫາ ສູງສຸດ 35 ອົງສາ. ເນື້ອທີ່ຝົນຕົກກວມເອົາ 10% ຫາ 20% ຂອງຕົວເມືອງ.

  • ພາກກາງ (ແຂວງ ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ) ອາກາດຮ້ອນ ໂດຍສະເພາະເຂດຕົວເມືອງໃຫຍ່, ມີຝົນຕົກຄ່ອຍ ແລະ ບາງເຂດມີເມກປົກຄຸມ ໜາແໜ້ນ ເຊັ່ນ ເມືອງຄຳເກີດ ແລະ ເມືອງ ວຽງທອງ. ອຸນຫະພູມ: ຕ່ຳສຸດ 22 ຫາ ສູງສຸດ 35 ອົງສາ.

ສະຫວັນນະເຂດ (ນະຄອນ ໄກສອນ): ອາກາດຮ້ອນ, ອຸນຫະພູມ 28-35 ອົງສາ, ມີຝົນຕົກ 25% ຂອງເນື້ອທີ່.

ໄຊສົມບູນ (ມ. ອານຸວົງ): ອາກາດຂ້ອນຂ້າງເຢັນກວ່າເຂດອື່ນ, ອຸນຫະພູມ 22-30 ອົງສາ.

  • ພາກໃຕ້ (ແຂວງ ຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື) ອາກາດຮ້ອນໃນເຂດທົ່ງພຽງ, ແຕ່ສຳລັບເຂດພູພຽງບໍລະເວນ (ເມືອງ ປາກຊ່ອງ ແລະ ເຂດນິຄົມ 34) ອາກາດແມ່ນເຢັນສະບາຍ ຕະຫຼອດມື້. ມີຝົນຕົກໃນລະດັບຄ່ອຍກວມເອົາເນື້ອທີ່ສ່ວນໃຫຍ່.

ເຂດທົ່ງພຽງ (ປາກເຊ, ສາລະວັນ, ເຊກອງ, ອັດຕະປື): ຕ່ຳສຸດ 26 ຫາ ສູງສຸດ 35 ອົງສາ, ມີຝົນຕົກ 20% – 25% ຂອງເນື້ອທີ່.

ເຂດພູພຽງ (ເມືອງ ປາກຊ່ອງ ນິຄົມ 34): ອາກາດເຢັນ, ອຸນຫະພູມຕ່ຳສຸດ 18 ອົງສາ ແລະ ສູງສຸດ 26-27 ອົງສາ, ມີຝົນຕົກກວມເອົາ 30% ຂອງເນື້ອທີ່.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article