2 ປີ ສາລະວັນ ມ້າງຄະດີຢາເສບຕິດໄດ້ 285 ເລື່ອງ

Must read

ທ່ານ ພົຈວ ສີເສີດ ສອນດາລາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງສາລະວັນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 2 ປີ (2024-2025) ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 2 ປີຂອງແຂວງສາລະວັນ ໃນວັນທີ 23 ມິຖຸນານີ້, ທີ່ສະໂມສອນແຂວງ ວ່າ: ໃນໄລຍະ 2 ປີຜ່ານມາ, ປກສ ແຂວງສາລະວັນ ໄດ້ເກັບກຳຂໍ້ມູນບັນດາເປົ້າໝາຍທີ່ພົວພັນກັບສິ່ງເສບຕິດ ຮ່ວມກັບກອງບັນຊາການ ປກສ 8 ຕົວເມືອງ, ອົງການປົກຄອງບ້ານ ເປັນຕົ້ນ ໄດ້ຂຶ້ນບັນຊີເປົ້າໝາຍທີ່ພົວພັນຢາເສບຕິດທັງໝົດ 7,375 ຄົນ ຍິງ 1,321 ຄົນ, ເປົ້າໝາຍເສບຢາເສບຕິດທັງໝົດ 6,064 ຄົນ ຍິງ 1,168 ຄົນ, ເປົ້າໝາຍຄ້າ-ຂາຍຢາເສບຕິດທັງໝົດ 1,192 ຄົນ ຍິງ 153 ຄົນ.

ຜ່ານການກວດກາຕົວຈິງເມື່ອທຽບໃສ່ ໄລຍະທີ 1 (2021-2023) ເຫັນວ່າ: ເປົ້າໝາຍທີ່ພົວພັນຢາເສບຕິດຫຼຸດລົງ 4,137 ຄົນ ເທົ່າກັບ 35,93%. ນອກຈາກນີ້, ຍັງໄດ້ຂຶ້ນບັນຊີເປົ້າໝາຍພື້ນທີ່ຫຼໍ່ແຫຼມມີ 18 ຈຸດ, ຊຶ່ງໄລຍະຜ່ານມາ, ສາມາດແກ້ໄຂໄດ້ 8 ຈຸດ, ຍັງຄ້າງ 10 ຈຸດ; ຂຶ້ນບັນຊີຈຸດມົ້ວສຸມຮ້ານບັນເທີງ 100 ຮ້ານ, ຮ້ານເກມ 22 ຮ້ານ, ຮ້ານສະນຸກເກີ້ 16 ຮ້ານ ແລະ ຫ້ອງແຖວ 62 ແຫ່ງ, ມ້າງຄະດີຢາເສບຕິດທັງໝົດ 285 ເລື່ອງ, ມີຜູ້ຕ້ອງຫາ 413 ຄົນ ຍິງ 18 ຄົນ, ໃນນັ້ນເດັ່ນກວ່າໝູ່ແມ່ນໂທດປະຫານຊີວິດມີ 6 ເລື່ອງ, ນັກໂທດ 6 ຄົນ ແລະ ຕັດອິດສະຫຼະພາບຕະຫຼອດຊີວິດມີ 9 ຄົນ, ຢຶດຂອງກາງຢາບ້າໄດ້ 694,863 ເມັດ, ຢາໄອສ໌ 203 ກິໂລກັບ 16 ຖົງນ້ອຍ, ຢາເຄ 99 ກິໂລກັບ 2 ຖົງນ້ອຍ, ຄໍລາເຈັນ 179 ຊອງ, ຢາສູບໄຟຟ້າ 191 ອັນ ນໍ້າຢາດີໄອ (ປະສົມນໍ້າກະທ້ອມ) 263 ແກ້ວ, ເຮໂຣອິນ 101 ແຫ່ງ, ໃບກະທ້ອມ 40 ກິໂລ, ປືນແກັບ 7 ກະ ບອກ, ປືນເລົາແກັບ 2 ກະບອກ. ງ້າວ 6 ອັນ, ໂທລະສັບ 358 ໜ່ວຍ, ລົດຈັກ 91 ຄັນ, ລົດໃຫຍ່ 17 ຄັນ, ເງິນກີບ 315,666,000 ກີບ, ເງິນບາດ 436,000 ບາດ, ເງິນຄັງ 10,000 ຄັງ, ເງິນຢວນ 150 ຢວນ, ເງິນໂດລາ 467 ໂດລາ, ວັດຖຸສີເຫຼືອງຄ້າຍຄືຄໍາ 20 ບາດ, 2 ຫຸນ.

ພາບ-ຂ່າວ: ສ.ພະຈັນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article