ອີຣ່ານ ແລະ ສະຫະລັດອາເມຣິກາ ຈັດຕັ້ງສາຍດ່ວນ ເພື່ອບໍລິຫານຈັດການຊ່ອງແຄບຮໍມຸສ (Hormuz)

Must read

ອີຣ່ານ ແລະ ສະຫະລັດອາເມຣິກາ ຕົກລົງທີ່ຈະຈັດຕັ້ງສາຍດ່ວນ ເພື່ອຮັບມືກັບເຫດການຕ່າງໆ ໃນຊ່ອງແຄບຮໍມຸດຢ່າງວ່ອງໄວ ເຊິ່ງເປັນເສັ້ນທາງເດີນເຮືອຍຸດທະສາດ ທີ່ຂົນສົ່ງນ້ຳມັນປະມານ 20% ຂອງໂລກ.

ຂໍ້ມູນດັ່ງກ່າວຖືກເປີດເຜີຍໂດຍ ທ່ານ ໂມຮຳມັດ ບາເກີ ກາລີບາຟ (Mohammad Bagher Ghalibaf) ປະທານສະພາແຫ່ງຊາດອີຣ່່ານ ແລະ ຫົວໜ້າຄະນະເຈລະຈາ ພາຍຫຼັງການເຈລະຈາຮອບທຳອິດລະຫວ່າງ ເຕເຮຣານ ແລະ ວໍຊິງຕັນ ທີ່ປະເທດສະວິດເຊີແລນ. ທ່ານກ່າວວ່າ ນັບຈາກນີ້ໄປ ຊ່ອງແຄບຮໍມຸດ (Hormuz) ຈະຖືກ “ບໍລິຫານຈັດການຕາມກົນໄກຂອງອີຣານ” ແລະ “ຈະບໍ່ມີວັນກັບຄືນສູ່ສະພາບກ່ອນສົງຄາມ”.

ທ່ານ ກາລີບາຟ ກ່າວວ່າ ທັງສອງຝ່າຍຕົກລົງທີ່ຈະຈັດຕັ້ງສູນປະສານງານ ແລະ ຊ່ອງທາງການສື່ສານໂດຍກົງ ເພື່ອແກ້ໄຂຄວາມເຂົ້າໃຈຜິດ ຫຼື ເຫດການທີ່ເກີດຂຶ້ນໃນເສັ້ນທາງເດີນເຮືອນີ້ຢ່າງວ່ອງໄວພາຍໃນ 30 ວັນ. ແນວໃດກໍຕາມ, ສາຍດ່ວນນີ້ຈະບໍ່ຖືກນຳໃຊ້ເຂົ້າໃນການຍື່ນຂໍອະນຸຍາດຜ່ານຊ່ອງແຄບຮໍມຸດ, ເຊິ່ງຂັ້ນຕອນການຂໍອະນຸຍາດແມ່ນຈະຍັງຄົງແຍກຕ່າງຫາກ.

ຕາມການລະບຸຂອງຜູ້ເຈລະຈາຝ່າຍອີຣານ, ກົນໄກໃໝ່ນີ້ມີເປົ້າໝາຍເພື່ອໃຫ້ໝັ້ນໃຈວ່າ ຂໍ້ພິພາດ ຫຼື ການປະທະກັນທາງທະເລ ຈະໄດ້ຮັບການຈັດການຢ່າງທັນທ່ວງທີ ເພື່ອຫຼີກເວັ້ນການເພີ່ມທະວີຄວາມຕຶງຄຽດ. ນອກຈາກນີ້, ເຕເຮຣານ ຍັງໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດຕາມກົດລະບຽບສາກົນ ທີ່ກ່ຽວຂ້ອງກັບກິດຈະການທາງທະເລຢ່າງເຂັ້ມງວດ.

ຂໍ້ຕົກລົງດັ່ງກ່າວ ບັນລຸຜົນສຳເລັດພາຍຫຼັງການເຈລະຈາ ທີ່ໄດ້ຮັບການໄກ່ເກ່ຍໂດຍ ກາຕາ ແລະ ປາກິດສະຖານ ນະ ຣີສອດ ບົວຣ໌ເກນສະຕັອກ (Bürgenstock) ໃນປະເທດສະວິດເຊີແລນ. ທັງສອງຝ່າຍໄດ້ຕົກລົງກັນໃນແຜນງານ 60 ວັນ ເພື່ອມຸ່ງໜ້າໄປສູ່ຂໍ້ຕົກລົງຂັ້ນສຸດທ້າຍ ແລະ ຈັດຕັ້ງຄະນະກຳມະການລະດັບສູງ ເພື່ອກຳກັບດູແລການຈັດຕັ້ງປະຕິບັດຕາມແຜນການ.

ເຈົ້າໜ້າທີ່ອີຣ່ານກ່າວວ່າ ການຫາລືແມ່ນເນັ້ນໃສ່ປະເດັນທາງດ້ານເສດຖະກິດເປັນຫຼັກ, ລວມທັງການປົດປ່ອຍຊັບສິນຂອງອີຣານທີ່ຖືກອາຍັດໄວ້ ຈຳນວນ 12 ຕື້ໂດລາ ແລະ ການຍົກເລີກຂໍ້ຈຳກັດໃນການດຳເນີນງານຂອງທ່າເຮືອ ແລະ ການຂົນສົ່ງທາງທະເລຂອງປະເທດ.

ຕາມການກ່າວຂອງ ທ່ານ ໂມຮຳມັດ ບາເກີ ກາລີບາຟ ຫົວໜ້າຄະນະເຈລະຈາຂອງອີຣານ, ໜຶ່ງໃນຫົວຂໍ້ສຳຄັນຂອງການຫາລື ແມ່ນການສ້າງຄວາມໝັ້ນຄົງທາງທະເລໃນຊ່ອງແຄບຮໍມຸດ ພາຍຫຼັງການເປີດເສັ້ນທາງການຄ້າຄືນໃໝ່. ນອກຈາກນີ້, ທັງສອງຝ່າຍຍັງໄດ້ຫາລືກ່ຽວກັບການປົດປ່ອຍຊັບສິນຂອງອີຣ່ານທີ່ຖືກອາຍັດໄວ້ປະມານ 12 ຕື້ໂດລາ, ການຜ່ອນຜັນຂໍ້ຈຳກັດກ່ຽວກັບທ່າເຮືອ ແລະ ການຂົນສົ່ງທາງເຮືອຂອງປະເທດ, ລວມທັງຂັ້ນຕອນເພີ່ມເຕີມກ່ຽວກັບໂຄງການນິວເຄຼຍຂອງອີຣ່ານ.

ປັດຈຸບັນ, ແມ້ວ່າການຂົນສົ່ງທາງເຮືອຜ່ານຊ່ອງແຄບຮໍມຸດຈະກັບມາເນີນການຄືນໃໝ່ແລ້ວ, ແຕ່ເຈົ້າຂອງເຮືອແມ່ນຍັງຄົງປະສົບກັບຄຳແນະນຳທີ່ຂັດແຍ້ງກັນຈາກຫຼາຍແຫຼ່ງຂໍ້ມູນ. ໂດຍອີຣ່ານໄດ້ກຳນົດໃຫ້ເຮືອຕ້ອງຂໍອະນຸຍາດລ່ວງໜ້າ ແລະ ໃຊ້ເສັ້ນທາງທີ່ໃກ້ກັບຊາຍຝັ່ງຂອງຕົນ, ໃນຂະນະທີ່ ສະຫະລັດ ແລະ ບໍລິສັດປະກັນໄພຕາເວັນຕົກບາງແຫ່ງ ແນະນຳໃຫ້ໃຊ້ເສັ້ນທາງເດີນເຮືອຂອງ ໂອມານ ພາຍໃຕ້ການຄຸ້ມຄອງຂອງກອງທັບອາກາດສະຫະລັດ.

ຄວາມແຕກຕ່າງນີ້ ເຮັດໃຫ້ບໍລິສັດຂົນສົ່ງຫຼາຍແຫ່ງເກີດຄວາມສັບສົນໃນການເລືອກເສັ້ນທາງ, ແມ້ວ່າຊ່ອງແຄບຮໍມຸດຈະຍັງຄົງເປີດໃຫ້ການຄ້າລະຫວ່າງປະເທດຢູ່ກໍຕາມ.

ເນື່ອງຈາກເຈົ້າຂອງເຮືອຍັງຄົງສັບສົນກັບຄຳແນະນຳທີ່ຂັດແຍ້ງກັນຈາກ ອີຣານ, ສະຫະລັດ ແລະ ບໍລິສັດປະກັນໄພຕາເວັນຕົກ ກ່ຽວກັບການເດີນເຮືອຜ່ານຊ່ອງແຄບຮໍມຸດ, ສາຍດ່ວນໃໝ່ນີ້ ຈຶ່ງຖືກຄາດຫວັງວ່າຈະກາຍເປັນກົນໄກຮັບມືເຫດສຸກເສີນ ສຳລັບເຫດການທາງທະເລ, ເຊິ່ງຈະຊ່ວຍຫຼຸດຜ່ອນຄວາມສ່ຽງຈາກຄວາມເຂົ້າໃຈຜິດ ຫຼື ການຕຳກັນ ທີ່ອາດເຮັດໃຫ້ຄວາມຕຶງຄຽດໃນພາກພື້ນທະວີຄວາມຮຸນແຮງຂຶ້ນ.

ຕາມການລາຍງານນຂອງ VNA

ທິ່ມາຂ່າວ: vietnam.vn

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article