ສັດທາສຸດໆ! ນັກບວດອິນເດຍຢືນຕິດຕໍ່ກັນນານ 5 ປີ ຈົນຂາບວມ ເພື່ອ “ຊຳລະບາບ”

Must read

ເມື່ອບໍ່ດົນມານີ້ ສຳນັກຂ່າວຕ່າງປະເທດລາຍງານກໍລະນີສຸດແປກຂອງນັກບວດຊາວອິນເດຍຜູ້ຍຶດຖືວິຖີແຫ່ງການບຳເພັນຕົບະອັນຍາກລຳບາກ ດ້ວຍການຢືນຕະຫຼອດເວລາຢ່າງຕໍ່ເນື່ອງ ຊຶ່ງລາວທຳມາໄດ້ນານເຖິງ 5 ປີ ຈົນກະທັ່ງທຳໃຫ້ຂາທັງສອງຂ້າງເກີດຄວາມຜິດປົກກະຕິ.

ນັກບວດຜູ້ນີ້ຄື ດໍລັດ ກິຣິ ຈີ ມາຮາຣາດ ນັກບວດຮິນດູຜູ້ສັງກັດນິກາຍ “ຄາເຣດສາວາຣີ” ເປັນກຸ່ມທີ່ຮູ້ຈັກກັນໃນນາມ “ບາບາຜູ້ຢືນຫຍັດ” ຊຶ່ງສະມາຊິກໃນກຸ່ມນີ້ຈະຕັ້ງປະນິທານຮ່ວມກັນວ່າຈະຢືນຢູ່ຕະຫຼອດເວລາ ໂດຍບໍ່ນັ່ງລົງຫຼືອ້ຽງຕົວນອນເດັດຂາດ ເພື່ອເປັນຮູບແບບໜຶ່ງຂອງການທໍລະມານຕົນຊຳລະບາບ ແລະ ຍົກລະດັບຈິດໃຈໃຫ້ເຂົ້າໃກ້ພະສີວະອັນເປັນທີ່ເຄົາລົບສູງສຸດ ໂດຍໃນປັດຈຸບັນ ດໍລັດໄດ້ຢືນຕິດຕໍ່ກັນມານານເຖິງ 5 ປີແລ້ວ ຈາກເປົ້າໝາຍທັງໝົດທີ່ລາວຕັ້ງໄວ້ຄື 12 ປີ.

ຄລິບວິດີໂອທີ່ບັນທຶກພາບຂອງລາວໄວ້ ແລະ ມີຜູ້ນຳມາເຜີຍແຜ່ ໄດ້ສ້າງຄວາມຕົກຕະລຶງແກ່ຜູ້ພົບເຫັນ ເນື່ອງຈາກສະພາບຂາທັງສອງຂ້າງຂອງນັກບວດລາຍນີ້ ມີອາການບວມເຜ່ງ ແລະ ຜິວໜັງເລີ່ມປ່ຽນເປັນສີດຳຄ້ຳ ເນື່ອງຈາກລະບົບໄຫຼວຽນເລືອດຜິດປົກກະຕິ ຈາກການທີ່ຕ້ອງຢືນຢູ່ຕະຫຼອດເວລາ ແມ່ນແຕ່ຕອນນອນ ຊຶ່ງລາວຕ້ອງອາໄສການຄ້ຳຕົວ ແລະ ທ້ຽງນ້ຳໜັກລົງເທິງຕຽງກ້ອຍ, ຊິງຊ້າ ຫຼື ເຊືອກທີ່ຜູກຮັ້ງໄວ້ຈາກດ້ານເທິງ ເພື່ອບໍ່ໃຫ້ລົ້ມລົງເມື່ອຂາເລີ່ມໝົດແຮງ.

ທຸກໆ ວັນ ອາສາສະໝັກຂອງວັດທ້ອງຖິ່ນຈະເປັນຜູ້ດູແລຄວາມສະດວກໃນຊີວິດປະຈຳວັນ ແລະ ຄອຍທາຢາບັນເທົາອາການອັກເສບທີ່ຂາຂອງລາວ ສ່ວນການຂັບຖ່າຍນັ້ນ ຍັງບໍ່ມີຂໍ້ມູນແນ່ຊັດ ບາງກະແສລະບຸວ່າລາວອາດຕ້ອງສວມຜ້າອ້ອມຜູ້ໃຫຍ່ຕະຫຼອດເວລາ ແຕ່ພາບຈາກຄລິບວິດີໂອ ສະແດງໃຫ້ເຫັນວ່າລາວຍັງພໍຂະຍັບຕົວ ຍ່າງໄປໄໜມາໄໜໄດ້ບ້າງ ຈຶ່ງຄາດວ່າລາວຍັງສາມາດຍ່າງໄປເຂົ້າຫ້ອງນ້ຳເອງໄດ້.

ດ້ານຜູ້ຊ່ຽວຊານທາງການແພດໄດ້ອອກມາເຕືອນຢ່າງຈິງຈັງວ່າ ການຢືນນິ່ງເປັນເວລານານຈະເຮັດໃຫ້ຄວາມດັນໃນຫຼອດເລືອດດຳສູງຂຶ້ນຢ່າງຫຼວງຫຼາຍ ເນື່ອງຈາກຫຼອດເລືອດບໍລິເວນຂາຕ້ອງເຮັດວຽກໜັກ ເພື່ອສູບຊ່ວຍສົ່ງເລືອດກັບໄປທີ່ຫົວໃຈ ໂດຍສວນທາງກັບແຮງໂນ້ມຖ່ວງຂອງໂລກ ແລະ ເມື່ອກ້າມຊີ້ນນ່ອງບໍ່ໄດ້ຂະຍັບ ເພື່ອຊ່ວຍປໍ້ເລືອດ ເລືອດກໍ່ຈະໄປຕົກຕະກອນ ແລະ ຄັ່ງຢູ່ທີ່ອະໄວຍະວະສ່ວນລຸ່ມຂອງຮ່າງກາຍ ສົ່ງຜົນໃຫ້ເກີດອາການປວດບວມ ແລະ ອາດລຸກລາມກາຍເປັນພາວະລີ້ນເລືອດອຸດຕັນໃນຫຼອດເລືອດດຳສ່ວນເລິກ ຊຶ່ງເປັນອັນຕະລາຍເຖິງຊີວິດໄດ້.

ທັງນີ້ ການບຳເພັນຕົບະອັນສຸດໂຕ່ງຂອງ ດໍລັດ ກິຣິ ຈີ ມາຮາຣາດ ຊວນໃຫ້ຫຼາຍຄົນນຶກເຖິງເລື່ອງລາວຂອງ ອາມາ ບາຣາຕິ ນັກບວດຊາວອິນເດຍອີກຄົນໜຶ່ງ ທີ່ເປັນຂ່າວດັງລະດັບໂລກ ຈາກການຕັ້ງສັດຈະວ່າຈະຊູແຂນຂວາຂຶ້ນເທິງເໜືອຫົວ ໂດຍບໍ່ເຄີຍເອົາລົງເລີຍ ນັບຕັ້ງແຕ່ປີ 1973 ຈົນເຖິງປັດຈຸບັນ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article