ທີມຊາດອີຣ່ານເປີດສະໜາມບານໂລກ 2026 ດ້ວຍຜົນສະເໝີຊີແລນ 2-2 ທີ່ນະຄອນລອສແອງເຈລີດ ທ່າມກາງບັນຍາກາດທາງການເມືອງທີ່ເຂັ້ມຂຸ້ນ ທ່າມກາງສຽງເຊຍ ແລະ ສຽງໂຮ່ລະຫວ່າງເພງຊາດອີຣ່ານ ການສະແດງຈຸດຢືນຕ້ານລັດຖະບານ ແລະ ຂໍ້ຈຳກັດດ້ານການເດີນທາງ ຈາກຄວາມຕຶງຕຽດລະຫວ່າງອີຣ່ານກັບສະຫະລັດ ທີ່ເຮັດໃຫ້ເກມນີ້ມີຄວາມໝາຍຫຼາຍກວ່າເລື່ອງບານ.
ການແຂ່ງຂັນບານໂລກນັດເປີດສະໜາມກຸ່ມ ບີ ທີ່ສະໜາມ ໂຊໄຟ ສะເຕດຽມ ໃນນະຄອນລອສແອງເຈລີດ ໄດ້ກາຍເປັນເວທີສະທ້ອນຮ່ອງຮອຍ ແລະ ຄວາມຂັດແຍ່ງທາງການເມືອງຢ່າງຮຸນແຮງ ໂດຍທີມຊາດອີຣ່ານ ທີ່ອັນດັບໂລກສູງກວ່າ 65 ອັນດັບ ຕ້ອງໄລ່ຕາມຕີເສມີທີມນິວຊີແລນເຖິງສອງຄັ້ງ ກ່ອນຈົບເກມດ້ວຍຜົນເສມີ 2-2 ແບ່ງໄປທີມລະ 1 ແຕ້ມ.
ເກມນີ້ ນິວຊີແລນ ໄດ້ປະຕູໃຈກ່ອນຈາກ ເອລີຈາ ຈັດ ໃນຊ່ວງເຄິ່ງທຳອິດ ກ່ອນທີ່ ຣາມີນ ເຣດຊາຍຽນ ແບ໊ກຂວາຈອມເກ່ຂອງອີຣ່ານຈະດ່ານຂຶ້ນມາຍິງຕີເສມີຢ່າງເໜືອຊັ້ນ ຕໍ່ມາໃນເຄິ່ງຫຼັງ ເອລີຈາ ຈັດ ຄົນດຽວກັນຊັດໃຫ້ນິວຊີແລນນຳອີກຄັ້ງ 2-1 ແຕ່ອີຣ່ານບໍ່ຍອມແພ້ ລວບລວມສະຕິກ່ອນໄດ້ ໂມຮຳໝາດ ໂມເຮັບບີ ໂດດໂຫຍ່ລູກເປີດຂອງ ເຣດຊາຍຽນ ເຂົ້າໄປໃນນາທີທີ 64 ຊ່ວຍໃຫ້ທີມລອດພ້ນຄວາມແພ້ໄດ້ຢ່າງຫວຸດຫວິດ.
ຂະນະທີ່ບັນຍາກາດຮອບສະໜາມທີ່ມີແຟນບານເຂົ້າຊົມກວ່າ 70,000 ຄົນ ກັບອົບອວນໄປດ້ວຍປະເດັນທາງການເມືອງ ເນື່ອງຈາກລອສແອງເຈລີດເປັນເມືອງທີ່ມີຊາວອີຣ່ານພັດຖິ່ນອາໄສຢູ່ຫຼາຍທີ່ສຸດໃນໂລກ ຈົນຖືກຂະໜານນາມວ່າ “ເຕຫຣານເຈເລດ” (Tehrangeles) ໂດຍກ່ອນເລີ່ມເກມ ແຟນບານຈຳນວນຫຼາຍໄດ້ພາກັນໂຮ່ ແລະ ເປົ່ານົກຫວີດໃສ່ເພງຊາດອີຣ່ານ ເພື່ອສະແດງຄວາມບໍ່ພໍໃຈຕໍ່ລັດຖະບານເຕຫຣານ ຂະນະທີ່ກຸ່ມຜູ້ປະທ້ວງນອກສະໜາມພາກັນຕີກອງ ແລະ ໂຮ່ຕ້ານກອງທັບ ໂດຍເຫັນວ່າທີມຟຸດບານຊຸດນີ້ເປັນພຽງເຄື່ອງມືໂຄສະນາຊວນເຊື່ອຂອງລັດຖະບານ ນອກຈາກນີ້ຍັງມີການຊູ “ທຸງຮູບໄສ້ຊ້ານ ແລະ ດວງອາທິດ” ຊຶ່ງເປັນສັນຍາລັກຂອງອີຣ່ານກ່ອນການປະຕິວັດອິດສະລາມປີ 1979 ເຕັມອັດຈັນທ໌ ເຖິງວ່າສະຫະພັນຟຸດບານສາກົນ ຫຼື ຟີຟ່າ ຈະພະຍາຍາມສັ່ງຫ້າມແລ້ວກໍ່ຕາມ.
ຫຼັງສິ້ນສຽງນົກຫວີດ ຄວາມຂັດແຍ່ງດ້ານນະໂຍບາຍລະຫວ່າງສະຫະລັດ ແລະ ອີຣ່ານ ກໍ່ລຸກໄໝ້ຂຶ້ນທັນທີ ເມື່ອ ອາມີຣ ກາເລນອຍ ຫົວໜ້າຜູ້ຝຶກສອນທີມຊາດອີຣ່ານ ອອກມາເປີດເຜີຍວ່າ ທີມຂອງລາວຖືກຄຳສັ່ງລຶກລັບບັງຄັບໃຫ້ຕ້ອງເດີນທາງອອກຈາກສະຫະລັດ ກັບໄປຍັງແຄມປ໌ເກັບຕົວທີ່ເມືອງຕີຮວນ່າ ປະເທດເມັກຊິໂກ ທັນທີຫຼັງຈົບເກມພຽງໄລ່ຊົ່ວໂມງ ທັ້ງທີ່ຕາມກຳນົດການເດີມ ທີມຕ້ອງຄ້າງຄືນທີ່ແຄລີຟໍເນຍ ເພື່ອຟື້ນຟູສະພາບຮ່າງກາຍຂອງນັກໂຕ.
ກາເລນອຍ ກ່າວຜ່ານນາຍພາສາວ່າ “ພວກເຂົາບໍ່ໄດ້ໃຫ້ເວລາພວກເຮົາພັກຟື້ນເລີຍ ພໍແຂ່ງສຳເລັດ ລາວກໍ່ບອກທັນທີວ່າ ‘ພວກທ່ານຕ້ອງອອກໄປດຽວນີ້’ ມັນແປກຫຼາຍ ຄືວ່າມີຄົນອື່ນຄອຍວາງແຜນກ່ຽງໃສ່ພວກເຮົາຕະຫຼອດເວລາ ຂ້ອຍຄິດວ່າທີມຂອງເຮົາເປັນທີມທີ່ຖືກກົດຂີ່ ແລະ ໜ້າສົງສານທີ່ສຸດໃນບານໂລກຄັ້ງນີ້ແລ້ວ” ພ້ອມລະບຸວ່າອາການຕາຄຣິ້ວຂອງນັກໂຕຫຼາຍຄົນໃນເກມນີ້ ເກີດຈາກການເດີນທາງທີ່ຍາກລຳບາກ ແລະ ການກວດຄົ້ນທີ່ເຂັ້ມງວດເກີນກວ່າເຫດຂອງທາງການສະຫະລັດ.
ທາງ ເມ໌ດີ ຕາເຣມີ ກັບຕັ້ນທີມຄົນສຳຄັນ ຮ່ວມຕໍ່ທັດສະນະຂອງເຈົ້າພາບ ໂດຍເລົ່າວ່າຕອນເດີນທາງເຂົ້າມາແຂ່ງ ພວກລາວຕ້ອງເສຍເວລາເດີນທາງ ແລະ ກວດຄວາມປອດໄພນານເຖິງ 5 ຊົ່ວໂມງ ທັ້ງທີ່ໄລຍະທາງໃກ້ຫຼາຍ ນອກຈາກນີ້ ເຈົ້າໜ້າທີ່ສະຕ໌ອຟໂຄ້ດ ປະທານສະມາພັນຟຸດບານອີຣ່ານ ແລະ ເຈົ້າໜ້າທີ່ສື່ສານມວນຊົນຫຼາຍຄົນ ຍັງຖືກສະຫະລັດປະຕິເສດວີຊ່າ ເຮັດໃຫ້ທີມຂາດບຸກຄະລາກອນໃນການຊ່ວຍເຫຼືອ “ທຸກຢ່າງທີ່ພວກເຮົາຕ້ອງລ້ຳ ມັນຄືໄພພິບັດຢ່າງແທ້ຈິງ ຟີຟ່າຄວນຍື່ນມືເຂົ້າມາຊ່ວຍເຮົາຫຼາຍກວ່ານີ້”
ອີກໜຶ່ງປະເດັນຮ້ອນໃນຫ້ອງແຖລງຂ່າວເກີດຂຶ້ນເມື່ອ ຣາມີນ ເຣດຊາຍຽນ ຜູ້ຍິງປະຕູທຳອິດໃຫ້ອີຣ່ານ ຖືກຜູ້ສື່ຂ່າວຕ່າງຊາດຕັ້ງຄຳຖາມເຖິງກໍລະນີທີ່ແຟນບານຊາວອີຣ່ານພັດຖິ່ນພາກັນໂຮ່ໃສ່ເພງຊາດຕົນເອງ ຊຶ່ງເຮັດໃຫ້ເຈົ້າຕົວຕອບກັບຢ່າງສຸພາບ ແຕ່ແຝງຄວາມດຸດັນວ່າ “ຖ້າຫາກພວກເຮົາມີບັນຫາກັນເອງພາຍໃນ ນັ້ນມັນຄືເລື່ອງຂອງເຮົາ ບໍ່ແມ່ນເລື່ອງຂອງທ່ານ ຂ້ອຍເຄົາລົບທ່ານນະ ແຕ່ນີ້ຄືເລື່ອງລະຫວ່າງຄົນອີຣ່ານດ້ວຍກັນ ແລະ ເຮົາຈະຈັດການຊຳລະສະສາງກັນເອງ ບໍ່ຕ້ອງໂສກເສົ້າ” ກ່ອນທີ່ ເຣດຊາຍຽນ ຈະປະຕິເສດຕອບຄຳຖາມກ່ຽວກັບການເມືອງເພີ່ມຕື່ມ ແລະ ຢ້ຳວ່າຕ້ອງການຕອບສະເພາະຄຳຖາມເລື່ອງບານເທົ່ານັ້ນ ພ້ອມຍ້ອງໃຫ້ຄົນໃນປະເທດຂອງລາວ.
ຄວາມຕຶງຕຽດຂອງແມດຊ໌ນີ້ເກີດຂຶ້ນຕາມຫຼັງການປະກາດຂໍ້ຕົກລົງກອບຄວາມຮ່ວມມືເພື່ອຢຸດສົງຄາມລະຫວ່າງສະຫະລັດ-ອິດສະຣາເອນ ແລະ ອີຣ່ານ ທີ່ເປີດສະໜາມສູ້ລົບກັນມາຕັ້ງແຕ່ວັນທີ 28 ກຸມພາ ພຽງບໍ່ເຖິງ 24 ຊົ່ວໂມງ ເຖິງວ່າທັງສອງຝ່າຍຈະຍອມເຈລະຈາສັນຕິພາບ ແລະ ກຽມເປີດຊ່ອງໂຮ໌ມຸດອີກຄັ້ງ ແຕ່ຜົນກະທົບຈາກສົງຄາມຍັງຝັງຮາກເລິກ ສົ່ງຜົນໃຫ້ຂະບວນການຈັດການແຂ່ງຂັນບານໂລກໃນກຸ່ມທີ່ອີຣ່ານຕ້ອງເຕະບົນດິນແດນສະຫະລັດທັງ 3 ນັດ ເຕັມໄປດ້ວຍອຸປະສັກທາງມາດຕະການທາງການທູດ.
ສຳລັບສະຖານະການໃນກຸ່ມ ບີ ປັດຈຸບັນ ທັງ 4 ທີມ ໄດ້ແກ່ ອີຣ່ານ, ເບວຍຊິກ, ອີຢິບ ແລະ ນິວຊີແລນ ມີຄະແນນເທົ່າກັນໝົດທີ 1 ຄະແນນ ໂດຍເກມນັດຕໍ່ໄປຂອງທີມຊາດອີຣ່ານຈະຕ້ອງເຈີນັ້ນໜັກຢ່າງ ເບວຍຊິກ ທີ່ເມືອງ ອິງເກີລ໌ວູດ ໃນວັນອາທິດນີ້ ກ່ອນຈະເດີນທາງໄປປິດທ້າຍຮອບແບ່ງກຸ່ມພົບກັບ ອີຢິບ ທີ່ເມືອງ ຊຽດເທີລ ໃນອາທິດໜ້າ ຊຶ່ງຫາກຕ້ອງການສ້າງປະຫວັດສາດຜ່ານເຂົ້າຮອບໜ໊ອກເອົາທ໌ເປັນຄັ້ງທຳອິດ ທັບ “ທີມ ເມລລີ” ຈະຕ້ອງຝ່າຟັນທັງຄູ່ແຂ່ງໃນສະໜາມ ແລະ ເກມນອກສະໜາມທີ່ດຸເດືອດບໍ່ແພ້ກັນ.
ຂ່າວຈາກ: Reuters





