ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ສວນພຶກສາສາດພືດເປັນຢາກວາງຊີ ແຫ່ງ ສປ ຈີນ ເຊັນສັນຍາຮ່ວມມື ແລະ ເປີດປ້າຍການສ້າງເຂດອະນຸລັກພືດເປັນຢາ ລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 13 ມິຖຸນາ 2026 ຜ່ານມານີ້ ທີ່ສະຖາບັນການແພດ ແລະ ການຢາພື້ນເມືອງ.

ເຂົ້າຮ່ວມໃນພິທີເຊັນສັນຍາຮ່ວມມື ແລະ ເປີດປ້າຍດັ່ງກ່າວ ຂອງທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ຜາງ ຊິງ (Pang Qing) ຮອງຫົວໜ້າກົມຄຸ້ມຄອງການຢາພື້ນເມືອງຈີນ ແຂວງກວາງຊີ, ທ່ານ ດຣ. ຈາງ ຈ້ານຈ່ຽງ (Dr. Zhang Zhanjiang) ປະທານສວນພຶກສາສາດພືດເປັນຢາກວາງຊີ, ທ່ານ ປອ ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າຫ້ອງການກະຊວງສາທາລະນະສຸກ, ທ່ານ ປອ ດຣ. ບຸນເລື່ອນ ດວງເດືອນ, ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ, ທ່ານ ດຣ. ສຸກສົມຄວນ ຈັນທະມາດ ຫົວໜ້າກົມ ອາຫານ ແລະ ຢາ, ທ່ານ ດຣ. ຄຳປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ພ້ອມດ້ວຍວິຊາການທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງໃນການຮ່ວມມືດັ່ງກ່າວ ແມ່ນການສືບຕໍ່ຜັນຂະຫຍາຍໝາກຜົນ ແລະ ຄວາມຄືບໜ້າ ຂອງການຮ່ວມມືດ້ານການແພດ ແລະ ການຢາພື້ນເມືອງ ລະຫວ່າງ ສປປ ລາວ ແລະ ສປ ຈີນ. ໂດຍສອງຝ່າຍໄດ້ຕົກລົງເຫັນດີຮ່ວມກັນໃນການສ້າງຕັ້ງເຂດອະນຸລັກພືດເປັນຢາ ເພື່ອປົກປັກຮັກສາຊີວະນາໆພັນ ແລະ ສາຍພັນພືດຢາປ່າ, ພ້ອມທັງວາງແຜນຍຸດທະສາດຮ່ວມກັນໃນການພັດທະນາພື້ນຖານໂຄງລ່າງດ້ານເຕັກນິກ, ການຄົ້ນຄວ້າວິໄຈຕຳລາຢາ, ການຍົກລະດັບມາດຕະຖານການຢາພື້ນເມືອງ ແລະ ການເນັ້ນໃສ່ການຝຶກອົບຮົມເພື່ອພັດທະນາຂີດຄວາມສາມາດຂອງບຸກຄະລາກອນວິຊາການໃນໄລຍະຍາວ.
ການຮ່ວມມືດັ່ງກ່າວນີ້ ຖືເປັນບາດກ້າວສຳຄັນໃນການ “ຖ່າຍທອດຄວາມຮູ້, ພັດທະນາມາດຕະຖານ, ເຕັກນິກ ແລະ ສ້າງຄົນ” ເພື່ອຂັບເຄື່ອນ “ຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ໝັ້ນຄົງທະນົງແກ່ນ” ແລະ ເຮັດໃຫ້ຂະແໜງການແພດການຢາພື້ນເມືອງຂອງ ລາວ ມີຄວາມເຂັ້ມແຂງ ແລະ ເພີ່ງພາຕົນເອງໄດ້ຢ່າງຍືນຍົງໃນອະນາຄົດ.
ຂໍ້ມູນຈາກ: ສູນຂ່າວສານການແພດສຸກຂະສຶກສາ





