ເກົາຫຼີເໜືອ ກຳລັງປະເຊີນກັບໄພແຫ້ງແລ້ງຮຸນແຮງຜິດປົກກະຕິໃນປີນີ້ ໂດຍສື່ທາງການລາຍງານວ່າ ລັດຖະບານເລັ່ງດຳເນີນມາດຕະການເພື່ອປົກປ້ອງພືດຜົນ ທ່າມກາງຄວາມກັງວົນດ້ານຄວາມໝັ້ນຄົງທາງດ້ານສະບຽງອາຫານທີ່ເພີ່ມສູງຂຶ້ນ
ສຳນັກຂ່າວກາງເກົາຫຼີ (KCNA) ຂອງລັດຖະບານພຽງຢາງ ລະບຸວ່າ ໄພແຫ້ງແລ້ງຄັ້ງນີ້ເກີດຂຶ້ນໃນຫຼາຍພື້ນທີ່ທົ່ວປະເທດ ແລະ ຖືເປັນປະກົດການທີ່ເກືອບບໍ່ເຄີຍເກີດຂຶ້ນໃນຊ່ວງຫຼາຍປີຜ່ານມາ ສ້າງຜົນໃຫ້ກຳລັງແຮງງານໃນຫຼາຍພູມິພາກຕ້ອງລະດົມກຳລັງເພື່ອປົກປ້ອງພືດຜົນລະດູກາລທຳອິດຢ່າງຮີບດ່ວນ
ທາງດ້ານ ເອລີຊາເບດ ແຊລ໌ມອນ ຜູ້ລາຍງານພິເສດດ້ານສິດທິມະນຸດຂອງສະຫະປະຊາຊາດປະຈຳເກົາຫຼີເໜືອ ເປີດເຜີຍໃນເດືອນກຸມພາວ່າ ບັນຫາການຂາດແຄນສະບຽງອາຫານໃນປະເທດຖືເປັນໂຈດຫຼັກທີ່ໜ້າກັງວົນຢູ່ແລ້ວ ກ່ອນທີ່ໄພແຫ້ງແລ້ງຈະຊ້ຳເຕີມສະຖານະການ
ທັງນີ້ ເກົາຫຼີເໜືອ ມັກໄດ້ຮັບຜົນກະທົບຈາກໄພທຳມະຊາດຢ່າງຮຸນແຮງກວ່າປະເທດອື່ນ ເນື່ອງຈາກຂໍ້ຈຳກັດດ້ານໂຄງສ້າງພື້ນຖານ ແລະ ເສດຖະກິດ ລວມທັງການຖືກໂດດດ່ຽວທາງການທູດ
ລາຍງານອີກສະບັບຂອງ KCNA ລະບຸວ່າ ປາກ ແທ ຊອງ ນາຍົກລັດຖະມົນຕີເກົາຫຼີເໜືອ ໄດ້ລົງພື້ນທີ່ຕວດຢ້ຽມຟາມໃນແຂວງພຽງອານໃຕ້ ແລະ ຮວາງແຮເໜືອ ເພື່ອປຶກສາຫາລືມາດຕະການຫຼຸດຜ່ອນຄວາມເສຍຫາຍຈາກໄພແຫ້ງແລ້ງ
ໂດຍທ່ານໄດ້ເນັ້ນຍ້ຳໃຫ້ໜ່ວຍງານທີ່ກ່ຽວຂ້ອງສຳຫຼວດ ແລະ ນຳໃຊ້ແຫຼ່ງນ້ຳທຸກແຫ່ງຢ່າງມີປະສິດທິພາບ ພ້ອມຊີ້ວ່າ ຄວາມສຳເລັດຂອງລະດູການເກັບກ່ຽວໃນປີນີ້ຂຶ້ນຢູ່ກັບການຮັບມືໄພແຫ້ງແລ້ງຮຸນແຮງໃຫ້ໄດ້
KCNA ລະບຸເພີ່ມຕື່ມວ່າ ເມືອງ ແລະ ເຂດຕ່າງໆທົ່ວປະເທດກຳລັງເລັ່ງສ້ອມແປງປະຕູລະບາຍນ້ຳ ແລະ ລະບົບຊົນລະປະທານ ໃນຂະນະດຽວກັນ ເຈົ້າໜ້າທີ່ກະສິກຳຍັງໄດ້ນຳມາດຕະການດ້ານວິຊາການມາໃຊ້ເພື່ອເພີ່ມຄວາມທົນທານຕໍ່ໄພແຫ້ງແລ້ງໃຫ້ກັບພືດຫຼັກ ຢ່າງ ເຂົ້າສາລີ ແລະ ເຂົ້າບາເລ
ໃນຂະນະດຽວກັນ ເກົາຫຼີເໜືອຍັງປະສົບບັນຫາຂາດແຄນພະລັງງານຊຳເຮື້ອ ໂດຍຜູ້ຊ່ຽວຊານລະບຸວ່າ ປະຊາຊົນສ່ວນໃຫຍ່ບໍ່ສາມາດເຂົ້າເຖິງເຄື່ອງປັບອາກາດໄດ້ ເຮັດໃຫ້ຄວາມສ່ຽງຈາກສະພາບອາກາດຮ້ອນຍິ່ງທວີຄວາມຮຸນແຮງ
ຫຼ້ອນກັບໄປໃນປີ 2024 ປະເທດໄດ້ປະເຊີນກັບນ້ຳຖ້ວມຄັ້ງໃຫຍ່ໃນພື້ນທີ່ທາງຕອນເໜືອໃກ້ຊາຍແດນຈີນ ໂດຍສື່ເກົາຫຼີໃຕ້ລາຍງານວ່າ ຈຳນວນຜູ້ເສຍຊີວິດ ແລະ ສູນຫາຍອາດສູງເຖິງ 1,500 ຄົນ ເຖິງວ່າທາງການເກົາຫຼີເໜືອຈະອອກມາປະຕິເສດຕົວເລກດັ່ງກ່າວກໍ່ຕາມ
ທັງນີ້ ສະຖານະການໄພແຫ້ງແລ້ງດັ່ງກ່າວເກີດຂຶ້ນທ່າມກາງທ່າອ່ຽງສະພາບອາກາດສຸດຂີດໃນພາກພື້ນອາຊີ ໂດຍ ເກົາຫຼີໃຕ້ ເຊິ່ງເປັນເສດຖະກິດໃຫຍ່ອັນດັບ 4 ຂອງອາຊີ ກໍ່ເຄີຍປະເຊີນໄພແຫ້ງແລ້ງຍາວນານໃນປີຜ່ານມາ ໂດຍສະເພາະເມືອງຊາຍຝັ່ງຢ່າງ ກັງນຶງ ທີ່ຕ້ອງໃຊ້ມາດຕະການຈຳກັດການໃຊ້ນ້ຳ ນອກຈາກນີ້ ໃນປີຜ່ານມາ ທັງເກົາຫຼີເໜືອ ແລະ ເກົາຫຼີໃຕ້ ຍັງໄດ້ປະເຊີນເດືອນມິຖຸນາທີ່ຮ້ອນທີ່ສຸດເປັນປະຫວັດສາດອີກດ້ວຍ
ຜູ້ຊ່ຽວຊານເຕືອນວ່າ ການປ່ຽນແປງຂອງດິນຟ້າອາກາດກຳລັງເຮັດໃຫ້ຄື້ນຄວາມຮ້ອນ ແລະ ໄພແຫ້ງແລ້ງເກີດເລື້ອຍ ແລະ ຮຸນແຮງຂຶ້ນ ໃນຂະນະດຽວກັນ ປະກົດການ ເອລ ນີໂນ ມີທ່າອ່ຽງກັບມາໃນປີນີ້ ຊຶ່ງອາດເຮັດໃຫ້ຫຼາຍພື້ນທີ່ໃນອາຊີປະເຊີນທັງຄວາມຮ້ອນຈັດ ໄພແຫ້ງແລ້ງ ແລະ ຝົນຕົກໜັກ.





