ບັງກະລາເທດສູນເສຍຊີວິດ 14 ຄົນ ຈາກ “ຟ້າຜ່າ” ຫຼັງພາຍຸຖະລົ່ມຕາມຄື້ນຄວາມຮ້ອນ

Must read

ບັງກະລາເທດປະເຊີນໜ້າກັບພາຍຸຝົນຟ້າຄະນອງຮຸນແຮງຫຼັງຄື້ນຄວາມຮ້ອນຍາວນານ ສ່ງຜົນໃຫ້ຟ້າຜ່າຄ່າຊີວິດປະຊາຊົນຢ່າງໜ້ອຍ 14 ຄົນໃນ 7 ເຂດ ໃນຂະນະທີ່ທາງການເຕືອນຝົນຍັງຕົກຕໍ່ເນື່ອງ ແລະ ມີຄວາມສ່ຽງນ້ຳຖ້ວມສະໄໝ

ເກີດເຫດຟ້າຜ່າຄ່າຊີວິດປະຊາຊົນຢ່າງໜ້ອຍ 14 ຄົນ ແລະ ມີຜູ້ບາດເຈັບອີກຫຼາຍຄົນ ໃນຫຼາຍພື້ນທີ່ຂອງປະເທດບັງກລາເທດ ຫຼັງພາຍຸຝົນຟ້າຄະນອງພັດຖະຫຼ່ມຕໍ່ເນື່ອງພາຍຫຼັງຄື້ນຄວາມຮ້ອນທີ່ຍາວນານກວ່າໜຶ່ງອາທິດ

ລາຍງານລະບຸວ່າ ມີຜູ້ເສຍຊີວິດໃນຢ່າງໜ້ອຍ 7 ເຂດ ໄດ້ແກ່ ໄກບັນດາ, ໂບກຸລາ, ນາໂຕເຣ, ປັນຊາການ໌, ທາກຸລ໌ກາວນ໌, ຈາມາລ໌ປູ ແລະ ສິລາຈກັນຈ໌ ໂດຍສະເພາະເຂດ ໄກບັນດາ ມີຜູ້ເສຍຊີວິດເຖິງ 5 ຄົນ ລວມທັງເດັກນ້ອຍ 2 ຄົນ

ເຫດຟ້າຜ່າເກີດຂຶ້ນໃນຫຼາຍພື້ນທີ່ ສ່ວນໃຫຍ່ເປັນຊາວກະສິກອນທີ່ເຮັດວຽກກາງແຈ້ງ ເຊັ່ນ ໃນເຂດ ຈາມາລ໌ປູ ແລະ ສິລາຈກັນຈ໌ ມີຊາວນາຖືກຟ້າຜ່າຂະນະເຮັດວຽກຢູ່ໃນທົ່ງນາ ໃນຂະນະທີ່ບາງຄົນເສຍຊີວິດລະຫວ່າງການເດີນທາງກັບເຮືອນ ຫຼື ເຮັດກິດຈະກຳກາງແຈ້ງ

ກົມອຸຕຸນິຍົມວິທະຍາບັງກລາເທດລະບຸວ່າ ຝົນທີ່ຕົກລົງມາຊ່ວຍບັນເທົາຄື້ນຄວາມຮ້ອນທີ່ແຜ່ປົກຄຸມເຖິງ 24 ເຂດ ກ່ອນໜ້ານີ້ ໂດຍອຸນຫະພູມສູງສຸດເຄີຍແຕະລະດັບ 35–40 ອົງສາເຊລຊຽດ ຢ່າງໃດກໍ່ຕາມ ຄາດວ່າຝົນຈະຍັງຕົກຕໍ່ເນື່ອງໃນອີກຫຼາຍວັນ ແລະ ອາດເກີດພາຍຸຝົນຟ້າຄະນອງເພີ່ມເຕີມ

ເຖິງວ່າຝົນຈະຊ່ວຍຄາຍຄວາມຮ້ອນ ແຕ່ ພາຍຸລູກເຫັບ ໃນບາງພື້ນທີ່ກັບສ້າງຄວາມເສຍຫາຍຕໍ່ຜົນຜະລິດທາງກະສິກຳ ໂດຍສະເພາະເຂົ້າທີ່ກຳລັງເກັບກ່ຽວ ເຮັດໃຫ້ຊາວກະສິກອນໄດ້ຮັບຄວາມເສຍຫາຍ

ຂະນະດຽວກັນ ສູນພະຍາກອນ ແລະ ເຕືອນໄພນ້ຳຖ້ວມຂອງປະເທດໄດ້ອອກຄຳເຕືອນ ນ້ຳຖ້ວມສະໄໝ ໃນພື້ນທີ່ລຸ່ມນ້ຳທາງພາກຕາເວັນອອກສຽງເໜືອ ໂດຍລະດັບນ້ຳໃນແມ່ນ້ຳສາຍສຳຄັນມີທ່າອ່ຽງເພີ່ມສູງຂຶ້ນໃນຊ່ວງ 3 ວັນຂ້າງໜ້າ

ອົງກອນລົນລ່ຽນດ້ານຄວາມປອດໄພຈາກພາຍຸຟ້າຄະນອງເປີດເຜີຍວ່າ ໃນແຕ່ລະປີມີຜູ້ເສຍຊີວິດຈາກຟ້າຜ່າໃນບັງກລາເທດສະເລ່ຍລາວ 300 ຄົນ ໂດຍສ່ວນໃຫຍ່ເກີດຂຶ້ນລະຫວ່າງເດືອນ ເມສາ ຫາ ມິຖຸນາ ເຊິ່ງເປັນຊ່ວງລະດູຮ້ອນ ແລະ ຕົ້ນລະດູຝົນ

ຜູ້ຊ່ຽວຊານລະບຸວ່າ ສາເຫດສຳຄັນຂອງການສູນເສຍຈຳນວນຫຼາຍມາຈາກການຂາດຄວາມຕະໜັກດ້ານຄວາມປອດໄພ ໂດຍແນະນຳໃຫ້ຊາວກະສິກອນຫຼີກລ່ຽງການເຮັດວຽກກາງແຈ້ງໃນຊ່ວງພາຍຸ ແລະ ໃສ່ອຸປະກອນປ້ອງກັນ ເຊັ່ນ ເກີບບູດຢາງ ເພື່ອຫຼຸດຄວາມສ່ຽງຈາກຟ້າຜ່າ ສະຖານະການດັ່ງກ່າວສະທ້ອນຄວາມສ່ຽງທີ່ເພີ່ມຂຶ້ນຈາກສະພາບອາກາດສຸດຂີດ ເຊິ່ງຍັງຄົງສ້າງຜົນກະທົບຕໍ່ຊີວິດ ແລະ ຄວາມເປັນຢູ່ຂອງປະຊາຊົນໃນບັງກລາເທດຢ່າງຕໍ່ເນື່ອງ.

ຂ່າວຈາກ: Anadolu 

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article