ບໍລິສັດ Caocao ໃນເຄືອຄ່າຍລົດຍົນ Geely ຂອງຈີນ ປະກາດແຜນສົ່ງ “ແທັກຊີ່ໄຮ້ຄົນຂັບ” ບຸກຕະຫຼາດໂລກ ທ້າຊົນ Tesla Cybercab

Must read

ກົງ ຊິນ ຊີອີໂອຂອງບໍລິສັດ Caocao ເຊິ່ງເປັນແພລດຟອມໃຫ້ບໍລິການຮຽກລົດໂດຍສານອັດຕະໂນມັດໃນເຄືອ Geely Holding Group ຜູ້ຜະລິດລົດຍົນຍັກໃຫຍ່ຂອງຈີນ ປະກາດແຜນກຽມນຳລົດແທັກຊີ່ໄຮ້ຄົນຂັບຈຳນວນຫຼາຍພັນຄັນມາເລີ່ມໃຊ້ງານທົ່ວໂລກໃນປີໜ້າ

ໂດຍຄາດວ່າຈະມີການສົ່ງມອບ ແລະ ໃຊ້ງານລົດແທັກຊີ່ລຸ້ນ “Eva Cab” ໃນວົງກວ້າງໄດ້ພາຍໃນປີ 2028 ແລະ ຕັ້ງເປົ້າຂະຫຍາຍຈຳນວນກອງທັບລົດໃຫ້ຮອດ 100,000 ຄັນ ພາຍໃນປີ 2030

ໃນຊ່ວງປີໜ້າ ລົດແທັກຊີ່ Eva Cab ຈະນຳຮ່ອງເລີ່ມໃຫ້ບໍລິການໃນເມືອງ ອາບູດາບີ, ຮ່ອງກົງ ແລະ ອີກ 5 ເມືອງໃນຈີນແຜ່ນດິນໃຫຍ່ ໂດຍຂະບວນການຜະລິດ ສົ່ງມອບ ແລະ ໃຊ້ງານຈະເກີດຂຶ້ນແທບຈະພ້ອມກັນ

ຄວາມໜ້າສົນໃຈຂອງແທັກຊີ່ໄຮ້ຄົນຂັບຈາກ Caocao ຄື ແນວທາງການຜະລິດທີ່ແຕກຕ່າງອອກໄປ ໂດຍສ້າງຂຶ້ນເພື່ອເປັນແທັກຊີ່ໂດຍສະເພາະ ບໍ່ໄດ້ໃຊ້ວິທີດັດແກ້ຈາກລົດຍົນທີ່ຜະລິດເພື່ອຈຳໜ່າຍທົ່ວໄປຄືບໍລິສັດສ່ວນໃຫຍ່ໃນຕະຫຼາດ ເຊິ່ງຊ່ວຍໃຫ້ຄວບຄຸມຕົ້ນທຶນໄດ້ດີກວ່າ

ພາຍໃນຫ້ອງໂດຍສານຂອງ Eva Cab ໄດ້ຮັບການອອກແບບໃໝ່ ໃຫ້ມີພື້ນທີ່ເກັບຂອງແບບງ່າຍດາຍ ແລະ ບໍ່ມີຊ່ອງເກັບຂອງແບບປິດທີ່ປະຕູ ເພື່ອປ້ອງກັນບັນຫາຜູ້ໂດຍສານລືມສິ່ງຂອງທິ້ງໄວ້ ນອກຈາກນີ້ຕົວລົດຍັງມີຕົ້ນທຶນຕ່ຳກວ່າລົດຍົນສ່ວນຕົວທົ່ວໄປ ເນື່ອງຈາກບໍ່ມີການຕົກແຕ່ງພາຍໃນທີ່ຫຼູຫຼາ ຫຼື ໃຊ້ເຄື່ອງຍົນກຳລັງສູງ

ສຳລັບບໍລິສັດ Caocao ກໍ່ຕັ້ງໂດຍ Geely Holding ໃນປີ 2015 ແລະ ຫາກໍ່ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບຮ່ອງກົງເມື່ອເດືອນມິຖຸນາ 2025 ໂດຍປັດຈຸບັນຖືເປັນຜູ້ໃຫ້ບໍລິການແພລດຟອມຮຽກລົດທີ່ໃຫຍ່ ເປັນອັນດັບສອງຂອງຈີນ ຮອງຈາກບໍລິສັດ Didi

ກົງ ຊິນ ຊີອີໂອຂອງ Caocao ເຊື່ອໝັ້ນວ່າ ດ້ວຍຂໍ້ໄດ້ປຽບ ແລະ ເຄືອຂ່າຍລະດັບໂລກຂອງ Geely ບໍລິສັດຈະເປັນໜຶ່ງໃນ 3-4 ແບຣນລົດແທັກຊີ່ໄຮ້ຄົນຂັບ ທີ່ຈະຢືນຫຍັດຢູ່ລອດໃນຕະຫຼາດຈີນໄດ້ພາຍໃນປີ 2030

ການໄວຍານຂະຫຍາຍຕະຫຼາດໃນຄັ້ງນີ້ ຖືເປັນການສົ່ງສັນຍານແຂ່ງຂັນໂດຍກົງກັບ Tesla ທີ່ກຳລັງກຽມເປີດໂຕລົດຍົນໄຮ້ຄົນຂັບ Cybercab ເຂົ້າສູ່ຕະຫຼາດ

ໃນຂະນະດຽວກັນ ສະໝົນລົດຍົນໄຮ້ຄົນຂັບໃນຈີນກໍ່ກຳລັງດຸເດືອດຂຶ້ນເລື້ອຍໆ ໂດຍຄູ່ແຂ່ງຢ່າງ Xpeng ກໍ່ໄດ້ປະກາດແຜນທີ່ຈະຜະລິດລົດແທັກຊີ່ໄຮ້ຄົນຂັບຫຼາຍຮ້ອຍຫາຫຼາຍພັນຄັນໃນຊ່ວງ 12 ຫາ 18 ເດືອນຂ້າງໜ້ານີ້ ໂດຍ Xpeng ຈະເນັ້ນໄປທີ່ການຜະລິດ ແລະ ກຳລັງຊອກຫາຄູ່ຮ່ວມງານເພື່ອມາຊ່ວຍດູແລລະບົບການໃຫ້ບໍລິການລະດັບໂລກ

ທີ່ມາຂໍ້ມູນ: Geely Holding Group, Caocao

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article