ພາວະເສດຖະກິດທີ່ມີການຜັນຜວນຢ່າງຕໍ່ເນື່ອງ, ພວກເຮົາທຸກຄົນຄົງປະຕິເສດບໍ່ໄດ້ວ່າ “ຄ່າຄອງຊີບ” ໃນປະຈຸບັນແມ່ນມີການປັບຕົວສູງຂຶ້ນຢ່າງເຫັນໄດ້ຊັດ. ບໍ່ວ່າຈະເປັນລາຄາສິນຄ້າອຸປະໂພກ-ບໍລິໂພກ, ຄ່າໂດຍສານ, ລວມໄປເຖິງການບໍລິການຕ່າງໆ ໃນຊີວິດປະຈໍາວັນ ຕ່າງກໍໄດ້ມີການປັບລາຄາຂຶ້ນຕາມກົນໄກຕະຫຼາດ ເພື່ອຄວາມຢູ່ລອດຂອງຜູ້ຜະລິດ ແລະ ຜູ້ສະໜອງ.
ບັນດາຜູ້ປະກອບການເກັບມ້ຽນຂີ້ເຫຍື້ອ ພາຍໃນນະຄອນຫຼວງວຽງຈັນ ກໍມີຄວາມຈຳເປັນຕ້ອງໄດ້ມີການ ປັບໂຄງສ້າງລາຄາຄ່າບໍລິການໃໝ່ ເຊັ່ນດຽວກັນ ເພື່ອໃຫ້ສາມາດດຳເນີນກິດຈະການຕໍ່ໄປໄດ້ໃນສະພາບການຕົວຈິງ ໂດຍຈະເລີ່ມມີຜົນບັງຄັບໃຊ້ແຕ່ວັນທີ 1 ພຶດສະພາ 2026 ນີ້ເປັນຕົ້ນໄປ ແລະ ບາງບໍລິສັດກໍໄດ້ມີການປັບແລະນໍາໃຊ້ລາຄາໃໝ່ໄປແລ້ວ
ຕະຫຼອດໄລຍະຜ່ານມາ, ບັນດາຜູ້ປະກອບການເກັບມ້ຽນຂີ້ເຫຍື້ອໄດ້ພະຍາຍາມແບກຮັບພາລະຕົ້ນທຶນ ແລະ ໄດ້ນໍາໃຊ້ລາຄາເກົ່າມາຕັ້ງແຕ່ປີ 2015 ເຊິ່ງເປັນເວລາເກືອບ 10ປີທີ່ບໍ່ໄດ້ປັບປ່ຽນລາຄາໃໝ່ ເຊິ່ງດ້ວຍແຮງກົດດັນ ປັດໄຈທາງເສດຖະກິດໄດ້ປ່ຽນແປງໄປຢ່າງມະຫາສານ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຕົ້ນທຶນການບໍລິການ ເປັນຕົ້ນແມ່ນພາວະເງິນເຟີ້ ທີ່ເຮັດໃຫ້ມູນຄ່າຂອງເງິນປ່ຽນແປງ ແລະ ສົ່ງຜົນໃຫ້ລາຄາອຸປະກອນ, ອາໄຫຼ່ລົດບັນທຸກ ແລະ ຄ່າບຳລຸງຮັກສາພາຫະນະສູງຂຶ້ນຫຼາຍເທົ່າຕົວ, ລາຄານໍ້າມັນເຊື້ອໄຟ ໄດ້ມີການປັບລາຄາສູງຂຶ້ນຢ່າງຕໍ່ເນື່ອງ ແລະ ບໍ່ຄົງທີ່ ເຊິ່ງເປັນຫົວໃຈຫຼັກໃນການຂັບເຄື່ອນ ແລະ ຂົນສົ່ງຂີ້ເຫຍື້ອ, ນອກນັ້ນ ເພື່ອໃຫ້ສອດຄ່ອງກັບຄ່າຄອງຊີບທີ່ສູງຂຶ້ນ, ຜູ້ປະກອບການຈຶ່ງມີຄວາມຈຳເປັນຕ້ອງໄດ້ປັບເພີ່ມສະຫວັດດີການ ແລະ ຄ່າແຮງງານເພື່ອຮັກສາກຳລັງການຜະລິດ ແລະ ຄຸນນະພາບໃນການບໍລິການ
ການຕັດສິນໃຈປັບລາຄາໃນຄັ້ງນີ້ ແມ່ນມີຈຸດປະສົງຫຼັກເພື່ອຍົກລະດັບ ແລະ ຮັກສາຄວາມຕໍ່ເນື່ອງຂອງວຽກງານຈັດການຂີ້ເຫຍື້ອໃຫ້ມີຄວາມທັນສະໄໝ ແລະ ວ່ອງໄວ. ໂດຍມຸ່ງເນັ້ນໃຫ້ຜູ້ປະກອບການມີກຳລັງພຽງພໍໃນການບໍລິຫານຈັດການ ເພື່ອຮ່ວມກັນສ້າງສະພາບແວດລ້ອມທີ່ດີ, ສ້າງຄວາມສະອາດ ແລະ ສີສັນອັນຈົບງາມໃຫ້ກັບບ້ານເຮືອນ ແລະ ນະຄອນຫຼວງວຽງຈັນ ຂອງພວກເຮົາຢ່າງຍືນຍົງ.
ສໍາລັບການປັບໂຄງສ້າງລາຄາຄັ້ງນີ້ ແມ່ນ ປັບຈາກ 10,000 ກີບຕໍ່ຖົງ ມາເປັນ 20,000 ກີບຕໍ່ຖົງ (ສະເລ່ຍ 1 ເດືອນ ມີ 4ຖົງ = 80,000 ກີບ).
ດັ່ງນັ້ນ, ພໍ່ແມ່ປະຊາຊົນ ແລະ ຜູ້ຊົມໃຊ້ບໍລິການທຸກພາກສ່ວນ ເພື່ອເຮັດຄວາມເຂົ້າໃຈ ແລະ ກຽມພ້ອມຮັບມືກັບການປ່ຽນແປງທີ່ຈະມາເຖິງ. ທັງນີ້ ກໍເພື່ອຮັກສາໃຫ້ການບໍລິການເກັບມ້ຽນຂີ້ເຫຍື້ອມີຄວາມຕໍ່ເນື່ອງ ແລະ ເຮັດໃຫ້ນະຄອນຫຼວງຂອງພວກເຮົາຍັງຄົງຄວາມສະອາດ ແລະ ເປັນລະບຽບຮຽບຮ້ອຍຕະຫຼອດໄປ.
ທີ່ມາ: ຂ່າວເສດຖະກິດສັງຄົມ





