
ໃນວັນທີ 19 ສິງຫາຜ່ານມານີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມສະພາບນ້ຳຖ້ວມ ຢູ່ເມືອງຫີນບູນ ແລະ ເມືອງເຊບັ້ງໄຟ ແຂວງຄຳມ່ວນ. ໃຫ້ການຕ້ອນຮັບໂດຍ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ ແລະ ສະຫາຍ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍບັນດາການນໍາແຂວງຄໍາມ່ວນ ແລະ ເລຂາພັກເມືອງ.

ໃນໂອກາດດັ່ງກ່າວ ໄດ້ຮັບຟັງລາຍງານຈາກພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບສະພາບການ, ຄວາມເສຍຫາຍ ແລະ ມາດຕະການຮັບມືກັບໄພພິບັດ, ສຳລັບເມືອງຫີນບູນ ມີຈໍານວນບ້ານທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຈໍານວນ 54 ບ້ານ, ກວມ 54% ຂອງຈໍານວນບ້ານໃນທົ່ວເມືອງ, ມີ 3,294 ຄອບຄົວ, ພົນລະເມືອງ 15,132 ຄົນ ຍິງ 8,173 ຄົນ ທີ່ໄດ້ຮັບຜົນກະທົບ. ນອກນີ້ ຍັງມີເນື້ອທີ່ນາປີຖືກນໍ້າຖ້ວມ 2,999 ເຮັກຕາ, ສວນມັນຕົ້ນ 199.1 ເຮັກຕາ, ສວນຢາງພາລາ 231.1 ເຮັກຕາ ແລະ ພື້ນຖານໂຄງລ່າງ ເປັນຕົ້ນແມ່ນ ເສັ້ນທາງ, ລະບົບຊົນລະປະທານ, ໄຟຟ້າ ແລະ ໂຮງຮຽນຈໍານວນໜຶ່ງທີ່ຖືກນໍ້າຖ້ວມ, ສ່ວນຜົນເສຍຫາຍ ແມ່ນຍັງບໍ່ສາມາດປະເມີນໄດ້ ເນື່ອງຈາກສະພາບນໍ້າຢູ່ໃນຫຼາຍເຂດຍັງບໍ່ທັນບົກແຫ້ງ, ສໍາລັບຢູ່ເມືອງຫີນບູນ ຄະນະຍັງໄດ້ລົງຢ້ຽມຢາມ ແລະ ຕິດຕາມຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບ້ານວັງຫົວປາ ຊຶ່ງມີ 126 ຄອບຄົວ, ພົນລະເມືອງ 598 ຄົນ ຍິງ 320 ຄົນ, ມີເນື້ອທີ່ນາຖືກນໍ້າຖ້ວມ 50 ເຮັກຕາ, ເນື້ອທີ່ປູກມັນຕົ້ນ 1 ເຮັກຕາ, ເນື້ອທີ່ປູກຢາງພາລາ 15 ເຮັກຕາ.

ຈາກນັ້ນກໍສືບຕໍ່ເດີນທາງຕິດຕາມສະພາບຖໍ້າຖ້ວມ ຢູ່ເມືອງເຊບັ້ງໄຟ ຊຶ່ງໄດ້ຢ້ຽມຢາມສູນອົບພະຍົບຊົ່ວຄາວ ຢູ່ທີ່ບ້ານແກ້ງແປ ລວມມີ 2 ບ້ານຄື: ບ້ານແກ້ງແປ ແລະ ບ້ານທ່າຄໍ້, ມີຈໍານວນ 75 ຄອບຄົວ ທີ່ໄດ້ຍົກຍ້າຍມາຢູ່ທີ່ສູນດັ່ງກ່າວ. ການລົງພື້ນທີ່ໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມຫ່ວງໃຍ ແລະ ໃສ່ໃຈຄວາມປອດໄພຂອງປະຊາຊົນ ໂດຍເນັ້ນໃຫ້ທຸກພາກສ່ວນຈົ່ງເອົາໃຈໃສ່ຢ່າງໃກ້ຊິດຕໍ່ສະຖານະການ, ກຳນົດມາດຕະການຮັບມືຢ່າງທັນການ ແລະ ສຸມກຳລັງຊ່ວຍເຫຼືອປະຊາຊົນຢ່າງເຕັມກຳລັງ. ນອກຈາກນີ້, ສະຫາຍຍັງເນັ້ນໃຫ້ ກຽມແຜນຮັບມືໃນຕໍ່ໜ້າ ຢ່າງເປັນລະບົບ ໂດຍກໍານົດຈຸດສ່ຽງ, ກຽມພ້ອມກຳລັງຄົນ, ພາຫະນະ, ອຸປະກອນກູ້ໄພ, ສະຖານທີ່ພັກພິງ ແລະ ສິ່ງຂອງຈຳເປັນ ເປັນຕົ້ນຢາປົວພະຍາດ, ເຄື່ອງແພດ ແລະ ອຸປະກອນປະຖົມພະຍາບານ ໃຫ້ພຽງພໍ ແລະ ພ້ອມນຳໃຊ້ໃນພື້ນທີ່ປະສົບໄພ, ຈັດທີມແພດ ເພື່ອຕິດຕາມກວດກາສຸຂະພາບປະຊາຊົນຢ່າງໃກ້ຊິດ ໂດຍສະເພາະເດັກນ້ອຍ, ຜູ້ສູງອາຍຸ ແລະ ຜູ້ທີ່ມີສຸຂະພາບອ່ອນແອ. ພ້ອມທັງຕິດຕາມການແຈ້ງເຕືອນ ແລະ ການປະສານງານໃຫ້ທັນເວລາ ຫາກເກີດເຫດການນ້ຳຖ້ວມຂຶ້ນອີກ. ພ້ອມກັນນັ້ນ ຕ້ອງມີແຜນໃນການຟື້ນຟູການຜະລິດພາຍຫຼັງທີ່ນໍ້າບົກແຫ້ງ ໂດຍໃຫ້ສຳຫຼວດສະພາບດິນ, ພື້ນທີ່, ແຫຼ່ງນ້ຳ ແລະ ໄລຍະເວລາທີ່ເໝາະສົມ ເພື່ອກຳນົດຊະນິດພືດ, ແນວພັນ ທີ່ສາມາດປູກທົດແທນໄດ້, ທີ່ສຳຄັນຕ້ອງມີຄວາມສາມັກຄີ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອໃຫ້ຜ່ານຜ່າວິກິດການຄັ້ງນີ້ໄປດ້ວຍດີ.

ໂອກາດນີ້, ຍັງໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ປັດໄຈຈຳນວນໜຶ່ງ ມອບໃຫ້ແກ່ບ້ານວັງຫົວປາ ເມືອງຫີນບູນ ແລະ ສູນອົບພະຍົບຊົ່ວຄາວບ້ານແກ້ງແປ ເມືອງເຊບັ້ງໄຟ ເພື່ອແຈກຢາຍໃຫ້ແກ່ປະຊາຊົນອີກດ້ວຍ.
(ຂ່າວ: ຄະນະກວດກາສູນກາງພັກ)





