ນະຄອນຫຼວງວຽງຈັນ: ໃນວັນທີ 13 ສິງຫາ 2026 , ຢູ່ທີ່ບ້ານ ດົງໂພນແຮ່, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບ ສັດປ່າປະເພດຫວງຫ້າມບັນຊີ I ຄື: ໝີຄວາຍ (ໝີດຳ) ເພດແມ່ ຈໍານວນ 1 ໂຕ ໃຫ້ແກ່ ສູນຊ່ວຍເຫຼືອໝີ ແລະ ອະນຸລັກພັນສັດປ່າ ຫຼວງພະບາງ (FREE THE BEARS).

ໝີຄວາຍໂຕດັ່ງກ່າວມີຊື່ວ່າ “ນໍ້າຫວານ”, ມີນ້ຳໜັກ 100 ກິໂລກຣາມ, ເຊິ່ງຜ່ານມາແມ່ນຢູ່ໃນການຄອບຄອງຂອງ ນາງ ຈີລາທິບ ຈັນທະປັນຍາ. ໂດຍຜູ້ກ່ຽວໄດ້ໃຫ້ຂໍ້ມູນວ່າ ໄດ້ພົບເຫັນໝີໂຕນີ້ຈາກປະຊາຊົນຢູ່ແຂວງຫຼວງນ້ຳທາ ທີ່ນຳມາວາງຂາຍ,. ດ້ວຍຄວາມຕື່ນຕົວ ແລະ ມີຈຸດປະສົງຢາກມີສ່ວນຮ່ວມໃນການປົກປັກຮັກສາສັດປ່າຫວງຫ້າມ, ນາງ ຈີລາທິບ ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ ແລະ ສະໝັກໃຈມອບໝີໂຕດັ່ງກ່າວໃຫ້ທາງສູນຊ່ວຍເຫຼືອໝີ ເພື່ອນຳໄປຟື້ນຟູບຳບັດສຸຂະພາບ ແລະ ພິຈາລະນາປ່ອຍຄືນສູ່ທຳມະຊາດໃນຂັ້ນຕອນຕໍ່ໄປ.

ການດຳເນີນການມອບ-ຮັບໃນຄັ້ງນີ້ ແມ່ນມີການປະສານງານຮ່ວມກັນລະຫວ່າງ ພະແນກກວດກາສັດນ້ຳ ແລະ ສັດປ່າ (ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ), ກອງກວດກາຊັບພະຍາກອນທຳມະຊາດ ນະຄອນຫຼວງວຽງຈັນ ແລະ ທີມງານຈາກສູນ FREE THE BEARS, ເຊິ່ງການປະຕິບັດແມ່ນເປັນໄປຕາມ ກົດ ໝາຍສັດປ່າ ສະບັບເລກທີ 42/ສພຊ, ລົງວັນທີ 17 ກໍລະກົດ 2023. ຜົນການກວດກາເບື້ອງຕົ້ນພົບວ່າ ໝີ “ນໍ້າຫວານ” ມີສຸຂະພາບແຂງແຮງດີ.

ເຈົ້າໜ້າທີ່ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງຄວາມເຂົ້າໃຈໃຫ້ແກ່ປະຊາຊົນ ໃນການມີສ່ວນຮ່ວມປົກປັກຮັກສາສັດປ່າ ແລະ ການປະຕິບັດຕາມກົດໝາຍ ເພື່ອບໍ່ໃຫ້ມີການລ່າ ຫຼື ຄອບຄອງສັດປ່າຫວງຫ້າມໂດຍຜິດກົດໝາຍໃນອະນາຄົດ.






