ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ຈາກສະພາບຝົນຕົກຕິດຕໍ່ກັນຫລາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມກະທັນຫັນ ໃນບໍລິເວນເຂດພື້ນທີ່ຕໍ່າໃກ້ແຄມນ້ຳ ຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ ຕໍ່ສະພາບການດັ່ງກ່າວ, ການນຳຂັ້ນເມືອງ ຮ່ວມກັບຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ຮີບຮ້ອນລົງຕິດຕາມສະພາບການຢ່າງໃກ້ຊິດ ແລະ ເຂົ້າໃຫ້ຄວາມຊ່ວຍເຫລືອເບື້ອງຕົ້ນແກ່ພໍ່ແມ່ປະຊາຊົນໃນການສັນຈອນໄປ-ມາ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ການລົງພື້ນທີ່ໃນຄັ້ງນີ້, ການນຳຂັ້ນເມືອງໄດ້ແບ່ງກຳລັງອອກເປັນ 2 ຈຸດ ເພື່ອຄວາມວ່ອງໄວໃນການຊ່ວຍເຫລືອ: ຈຸດທີ 1 (ເຂດຕາແສງເມືອງວັງ) ນຳໂດຍ ທ່ານ ພູວະນາດ ບຸນສີພົມ ປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມສະພາບນ້ຳ ແລະ ວາງແຜນຮັບມືຢ່າງໃກ້ຊິດ. ຈຸດທີ 2 (ເຂດຫ້ວຍແຢງ ບ້ານໜອງກະແດ້ງ), ຊຶ່ງນຳໂດຍ ທ່ານ ໄພມະນີ ວົງໄຊຄຳ ຮອງປະທານຄະນະກຳມະການປົກຄອງເມືອງ, ທັງເປັນປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ພ້ອມດ້ວຍຄະນະ ໄດ້ນຳພາກຳລັງອ້າຍນ້ອງ ປກຊ ເມືອງ ແລະ ພາຫະນະເຮືອ ເຂົ້າປະຕິບັດງານຢ່າງທັນການ ເພື່ອຊ່ວຍເຫລືອ ແລະ ອຳນວຍຄວາມສະດວກໃນການສັນຈອນໄປ-ມາ ຂອງພໍ່ແມ່ປະຊາຊົນ ຢູ່ບໍລິເວນເສັ້ນທາງ 28A ເຂດຫ້ວຍແຢງ ບ້ານໜອງກະແດ້ງ ທີ່ຖືກນ້ຳຖ້ວມຕັດຂາດ.
ປັດຈຸບັນ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ຍັງຄົງເຝົ້າລະວັງ ແລະ ຕິດຕາມລະດັບນ້ຳຢ່າງຕໍ່ເນື່ອງ ພ້ອມທັງແຈ້ງເຕືອນໃຫ້ປະຊາຊົນໃນເຂດສ່ຽງ ກຽມພ້ອມຮັບມືກັບສະພາບອາກາດຢ່າງມີສະຕິ





