ອັບເດດສະຖານະການນ້ຳຖ້ວມອັ່ງຢູ່ ບ້ານຄູນເງິນ ເມືອງຄູນຄຳ ແຂວງຄຳມ່ວນເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ

Must read

ອັບເດດສະຖານະການເມືອງຄູນຄຳ ແຂວງຄຳມ່ວນ ປະຈຸບັນ ວັນທີ 05 ສິງຫາ 2026 ບ້ານຄູນເງິນ ( ຫຼັກ 27 ) ແມ່ນຖືກຜົນກະທົບນ້ຳຖ້ວມ ເຮືອນຊານ ແລະ ຮ້ານຄ້າຂອງປະຊາຊົນເປັນບໍລິເວນກວ້າງ ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ຫ້ວຍຮ່ອງບໍ່ສາມາດລະບາຍນ້ຳໄດ້ທັນຕາມປະລິມານການໄຫຼຂອງນ້ຳຝົນທີ່ຕົກລົງມາ.

ເສັ້ນທາງຜ່ານເຂດຫໍພັກພະນັກງານເມືອງຄູນຄຳ-ໄປຫາຕະຫຼາດ ບ້ານຄູນຄຳ ( ເສັ້ນທາງເລກທີ 8A ) ໃຫ້ຄ່ອຍໄປຄ່ອຍມາ ມີສະຕິໃນການເດີນທາງ ເພາະປະຈຸບັນມີນ້ຳປ່າໄຫຼຫຼາກ, ໄຫຼຜ່ານຖະໜົນເຂດດັ່ງກ່າວ

ທີ່ມາ:ຂ່າວສານເມືອງຄູນຄຳ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article