
ກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ ລາຍ ງານໃຫ້ຮູ້ວ່າ: ໃນເວລາ 11:30 ຂອງວັນທີ 1 ສິງຫາ 2026 ໄດ້ເກີດເຫດໄຟໄໝ້ຢູ່ຕະຫຼາດສຸກສົມບູນ ຫຼັກ 3 ບ້ານໜອງບົວຄໍາ, ເມືອງທ່າແຂກ, ແຂວງຄໍາມ່ວນ.

ຕໍ່ກັບເຫດການທີ່ເກີດຂຶ້ນ, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ນໍາລົດມອດໄຟຈໍານວນ 2 ຄັນ ອອກ ໄປສະກັດກັ້ນ ແລະ ມອດໄຟ, ແລະ ລະດົມລົດມອດໄຟເມືອງຫີນບູນ, ເມືອງໜອງບົກ, ບໍລິສັດ BM, ບໍລິສັດ ເກດສຸວັນ, ບໍລິສັດ ຊີໂນ ດົງໃຕ້ ແລະ ລົດມອດໄຟ ບໍລິສັດ TNT. ນອກນັ້ນ, ຍັງໄດ້ມີລົດມອດໄຟມາຈາກ ແຂວງນຄອນພະນົມ ປະເທດໄທ ຈໍານວນ 4 ຄັນ ພ້ອມດ້ວຍທີມງານກູ້ໄພ, ລວມລົດມອດໄຟທັງໝົດຈໍານວນ 13 ຄັນ.

ພ້ອມດຽວກັນນັ້ນ, ກໍໄດ້ມີທະຫານ, ຕໍາຫຼວດ, ປະຊາຊົນພົນລະເມືອງ ມາຊ່ວຍກັນໃນການສະກັດກັ້ນ ແລະ ມອດໄຟໃນຄັ້ງນີ້, ຈຶ່ງສາມາດສະກັດກັ້ນບໍ່ໃຫ້ໄຟລຸກລາມໄປໄໝ້ຮ້ານຂາຍເຄື່ອງອື່ນໆ ແລະ ສາມາດມອດໄຟໄດ້ສໍາເລັດ.

ສ່ວນສາເຫດທີ່ພາໃຫ້ເກີດໄຟໄໝ້ໃນຄັ້ງນີ້ແມ່ນ ຍ້ອນທ້າວ ເລ ວັນຮາຍ ໄດ້ຈ້າງຊ່າງຈໍານວນ 2 ຄົນ ເຊິ່ງເປັນຄົນຫວຽດນາມ ຈອດເຫຼັກຢູ່ຮ້ານຂອງຜູ້ກ່ຽວ ເຊິ່ງເປັນຮ້ານຫຼັງທີ 3. ໃນເວລາຊ່າງກໍາລັງຈອດຕາໜ່າງເຫຼັກຢູ່ນັ້ນ ໄດ້ເຮັດໃຫ້ສະເກັດໄຟໄປຕົກໃສ່ກະເປົາຢາງ, ຄຸຢາງ, ໂຟມໃສ່ອາຫານ ແລະ ຕົກໃສ່ສິ່ງອື່ນໆ ເຮັດໃຫ້ໄຟໄດ້ລຸກລາມໄປໄໝ້ຮ້ານອ້ອມຂ້າງ ເຊິ່ງລວມທັງໝົດຈໍານວນ 13 ຮ້ານ. ໃນແຕ່ລະຮ້ານແມ່ນມີເຄື່ອງຂາຍເປັນວັດຖຸໄວໄຟ ເຊັ່ນ: ກະເປົາຢາງ, ໂຟມໃສ່ອາຫານ, ບັ້ງແກັສ, ແກັດຢາສູບ ແລະ ເຄື່ອງແຫ້ງປະເພດຕ່າງໆ ຈໍານວນຫຼວງຫຼາຍ.

ສ່ວນຜົນເສຍໄຟໃນເບື້ອງຕົ້ນ, ທາງເຈົ້າໜ້າທີ່ຍັງບໍ່ທັນສາມາດປະເມນໄດ້, ຕາມການປະເມນສະພາບເຫດການໄຟໄໝ້ແມ່ນມີຜົນເສຍໄຟຫຼາຍສົມຄວນ. ປັດຈຸບັນ ກໍາລັງລົງເກັບກໍາຂໍ້ມູນຕໍ່ກັບບັນດາພະຍານຜູ້ຮູ້ເຫັນເຫດການ ແລະ ບັນດາເຈົ້າ ຂອງຮ້ານທີ່ຖືກເຄາະຮ້າຍຖືກໄຟໄໝ້ໃນຄັ້ງນີ້ ເພື່ອເກັບກໍາຂໍ້ມູນ, ປະເມີນຜົນເສຍໄຟ ແລະ ເກັບກໍາຂໍ້ມູນຫຼັກຖານຕ່າງໆ ຕໍ່ກັບເປົ້າ ໝາຍທີ່ລົງມືກໍ່ເຫດ ເຮັດໃຫ້ໄຟໄໝ້ໃນຄັ້ງນີ້ ເພື່ອນໍາຕົວຜູ້ກ່ຽວມາເນີນຄະດີຕາມລະບຽບກົດໝາຍ.





