ອາຊຽນ-ສ.ເກົາຫຼີ ສໍາມະນາວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ປະຈໍາປີ 2026

Must read

ກອງປະຊຸມສຳມະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ-ສ.ເກົາຫຼີ ປະຈໍາປີ 2026 ໃນວັນທີ 25 ມິຖຸນາ ທີ່ນະຄອນຫຼວງວຽງຈັນ; ເປັນປະທານຮ່ວມໂດຍ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຊອງຮີ ຢອມ (Ms.Sunghee Youm) ຮອງຫົວໜ້າພະແນກຮ່ວມມືຫຼາຍຝ່າຍ ກົມຮ່ວມ ມືສາກົນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ສ. ເກົາຫຼີ, ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສຸກສະຫວາດ ສີຫາປັນຍາ ໄດ້ມີຄຳເຫັນໃຫ້ຄວາມສຳຄັນ ແລະ ເນັ້ນໜັກ ຕໍ່ກອງປະຊຸມໃນຄັ້ງນີ້ວ່າ: ເນື່ອງຈາກມັນເປັນການສະໜັບສະໜູນໂດຍກົງ ໃຫ້ແກ່ການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ ວ່າດ້ວຍວິທະຍາສາດ,ເຕັກໂນໂລຊີ ແລະ ນະວັດຕະກໍາ (APASTI) ສົກປີ 2026-2035 ທີ່ຫາກໍໄດ້ຮັບການຮັບຮອງໃໝ່ ພາຍ ໃຕ້ການນໍາພາຂອງແຜນງານຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ອາຊຽນ-ສ.ເກົາຫຼີ (2025 –2027). ການປຶກສາຫາລື ແມ່ນເນັ້ນໃສ່ 3 ຫົວຂໍ້ຫຼັກ ຄື: ການຫັນປ່ຽນດ້ານພະລັງງານ ແລະ ເສດຖະກິດໝູນວຽນ (Energy Transition and Circular Economy); ຄວາມເປັນກາງທາງຄາບອນ ແລະ ການຮ່ວມມືດ້ານວິທະ ຍາສາດ ແລະ ເຕັກໂນໂລຊີ (Carbon Neutrality and Science & Technology Cooperation); ການສ້າງຂີດຄວາມສາມາດ ແລະ ການນໍາໃຊ້ເຕັກໂນໂລຊີອາວະກາດ (Capacity Building and Space Application) ເຊິ່ງແຕ່ລະຫົວຂໍ້ເຫຼົ່ານີ້ ແມ່ນສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນໃນການເສີມສ້າງຂີດຄວາມສາມາດໃນພາກພື້ນ, ການປົກປ້ອງລະບົບນິເວດ STI ສໍາລັບອະນາຄົດ, ການເລັ່ງຈັດຕັ້ງປະຕິບັດໃນຂະແໜງອຸດສາຫະກໍາທີ່ສໍາຄັນ ແລະ ການລົງທຶນເຂົ້າໃນການພັດທະນາ ແລະ ການເຄື່ອນຍ້າຍຂອງບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດ. ຫວັງເປັນຢ່າງຍິ່ງວ່າ ບັນດາຜູ້ແທນທີ່ເຂົ້າຮ່ວມ ທັງຈາກອາຊຽນ ແລະ ສ.ເກົາຫຼີ ລວມທັງຊ່ຽວຊານຈາກກອງເລຂາອາຊຽນ, ສະຖາບັນເຕັກໂນໂລຊີສີຂຽວແຫ່ງຊາດ, ສະຖາບັນເຕັກໂນໂລຊີອຸດສາຫະກໍາເກົາຫຼີ ແລະ ສະຖາບັນດາລາ ສາດ ແລະ ວິທະຍາສາດອາວະກາດເກົາຫຼີ ຈະຊ່ວຍໃຫ້ການປຶກສາຫາລືຂອງພວກເຮົາມີເນື້ອໃນອຸດົມສົມບູນຂຶ້ນ ແລະ ຊ່ວຍໃຫ້ສາມາດກໍານົດຮູບແບບການຮ່ວມມືທີ່ສາ ມາດປະຕິບັດໄດ້ຕົວຈິງ, ຂົງເຂດການຄົ້ນຄວ້າ ແລະ ພັດທະ ນາ (R&D) ບູລິມະສິດ ແລະ ຂອບການຮ່ວມມືສໍາລັບໂຄງການຮ່ວມກັນ.

ທ່ານປະທານກອງປະຊຸມ ກ່າວອີກວ່າ: ຜ່ານການປະຊຸມສໍາມະນາຄັ້ງນີ້ ພວກເຮົາມີເປົ້າໝາຍຮ່ວມກັນ ເພື່ອຊຸກ ຍູ້ຫົວຂໍ້ຂອງກອງປະຊຸມລັດຖະມົນຕີ ວ່າດ້ວຍວິທະຍາ ສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMMSTI-22) ທີ່ວ່າ: “ການຊຸກຍູ້ APASTI ເພື່ອອາຊຽນ ທີ່ມີຄວາມຍືດຍຸ່ນ, ຍືນຍົງ ແລະ ມີຄວາມສາມາດໃນການແຂ່ງຂັນ” (“Advancing APASTI for a Resilient, Sustainable and Competitive ASEAN”), ພ້ອມທັງຮັດແໜ້ນການເປັນຄູ່ຮ່ວມມື ອາຊຽນ-ສ.ເກົາຫຼີ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ໃຫ້ເລິກເຊິ່ງຍິ່ງຂຶ້ນ.

ຂ່າວ: ລັດດາວັນ ບຸດຕະວົງ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article