CATEGORY

ເຫດການ

ເຈົ້າໜ້າທີ່ ຈັບຕົວສະມາຊິກແກັງ 10K ກໍ່ເຫດເອົາງ້າວໄລ່ຟັນປະຊາຊົນ ຢູ່ແຄມຂອງ-ປະຕູໄຊ-ທາດຂາວ ໄດ້ 7 ຄົນ

ວັນທີ 16 ມິຖຸນາ 2026 ເຈົ້າໜ້າທີ່ ພະແນກຕໍາຫລວດ ປກສ ເມືອງສີສັດຕະນາກ ລາຍງານວ່າ: ໃນເດືອນພຶດສະພາ ໄດ້ຮັບແຈ້ງຄວາມຈາກຜູ້ຖືກເຄາະຮ້າຍວ່າ ກຸ່ມຄົນຮ້າຍ ຂັບຂີ່ລົດຈັກ ມີປະມານ 8-9 ຄົນ, ພວກກ່ຽວຂັບຂີ່ລົດເລາະຕາມແຄມຂອງ-ປະຕູໄຊ-ທາດຂາວ ແລ້ວກໍ່ເຫດເອົາງ້າວໄລ່ຟັນປະຊາຊົນ ເຫັນວ່າມີມູນຄວາມຈິງ. ດັ່ງນັ້ນ, ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະສືບຄົ້ນຫາຕົວເປົ້າໝາຍທີ່ກໍ່ເຫດ. ວັນທີ 30 ພຶດສະພາ 2026...

ໂຈນດຶງກະເປົາ ລົດລົ້ມໄດ້ຮັບບາດເຈັບ ແລະ ຍາດເອົາລົດຈັກຫາກໍຊື້ໄດ້ 3 ເດືອນ

ຜູ້ເສຍຫາຍຖືກໂຈນປຸ້ນເອົາລົດຈັກ ໂພສວ່າ: ເວລາ 12:20 ນາທີ ວັນທີ 14 ມິຖຸນາ 2026 ມີໂຈນເພດຊາຍ 2 ຄົນ ຂັບຂີ່ລົດຈັກຊ້ອນກັນມາຮຽງຂ້າງຕົນ ແລ້ວດຶງກະເປົາຂອງຕົນເອງ ຢູ່ເສັ້ນທາງໄປດົງໂພສີ ແຖວມະຫາວິທະຍາໄລວິທະຍາສາດສຸຂະພາບ ເຂດບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ແຕ່ດຶງກະເອົາກະເປົາໄປບໍ່ໄດ້ ເຮັດໃຫ້ລົດຈັກຕົນເອງລົ້ມລົງ ຈາກນັ້ນ, ໂຈນໄດ້ຍາດລົດຈັກ ຍີ່ຫໍ້ຮອນດ້າເວັບ...

ພາບຄວາມເສຍຫາຍ ຈາກເຫດໄຟໄໝ້ ຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ວັນທີ 11 ມິຖຸນາ 2026

ພາບຄວາມເສຍຫາຍ ຈາກເຫດໄຟໄໝ້ ຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ວັນທີ 11 ມິຖຸນາ 2026. ສ່ວນລາຍລະອຽດຄວາມເສຍຫາຍລໍຖ້າທາງເຈົ້າໜ້າທີ່ລາຍງານເພີ່ມເຕີມ. ຂອບໃຈພາບ: Vung Lomlalaiy

ໃນວັນທີ 11 ມິຖຸນາ 2026 ເວລາປະມານ 07:00 ນາທີ ເກີດເຫດໄຟໄໝ້ຮ້ານຢາງລົດ+ແກັດ

ເຂດບ້ານປາກທ້າງ ເມືອງສີໂຄດຕະປອງ ນະຄອນຫຼວງວຽງຈັນ ເຊິ່ງບໍລິເວນນັ້ນເປັນຮ້ານ ແລະ ເຮືອນໃກ້ກັນ. ເຕືອນການສັນຈອນຕິດຂັດ ເສັ້ນທາງບ້ານປາກທ້າງ-ດົງນາທອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເນື່ອງຈາກຕອນເຊົ້າເວລາປະມານ 07:00 ໂມງ ວັນທີ 11 ມິຖຸນາ 2026 ເກີດເຫດໄຟໄໝ້ຮ້ານຂາຍເຄື່ອງເຂດດັ່ງກ່າວ. ເວລາ 9 ໂມງ ແປວໄຟດັບແລ້ວ ຍັງແຕ່ກຸ່ມຄວັນທີ່ເກີດຈາກໄຟໄໝ້ອາໄຫລໃນຮ້ານ.

ພົບສົບໜຸ່ມລາວຖືກລິຟໂຮງແຮມຮ້າງທັບເສຍຊີວິດທີ່ ໝູ່ສະໜິດຫາຍຕົວປິດສະໜາ

ພົບສົບໜຸ່ມ ສປປ ລາວ ອາຍຸ 32 ປີ ຖືກລິຟໃນໂຮງແຮມຮ້າງເມືອງພັດທະຍາຫຼົ່ນທັບເສຍຊີວິດຢ່າງສະຍອງ ຂະນະທີ່ກູ້ໄພໃຊ້ເວລາກວ່າ 2 ຊົ່ວໂມງໃນການຊ່ວຍ ສ່ວນໝູ່ຜູ້ຕາຍຫາຍຕົວປິດສະໜາ ຕຳຫຼວດຮີບສອບສວນຫາສາເຫດທີ່ແທ້ຈິງ ເວລາ 11.30 ນ. ວັນທີ 9 ມິ.ຖ. 69 ຮອງສາລະວັດ ອິດທິກອນ ສາຍກະໂທກ ຫົວໜ້າສືບສວນ ສະຖານີຕຳຫຼວດເມືອງພັດທະຍາ ໄດ້ຮັບແຈ້ງວ່າມີຄົນຖືກລິຟຫຼົ່ນທັບ...

ຕອນນີ້ໃກ້ຮູ້ຕົວ ແກ໋ງໂຈນປຸ້ນຈີ້ແລ້ວ, ເຈົ້າໜ້າທີ່ ກໍາລັງນຳຕົວຢູ່.

ເຕືອນໄພສັງຄົມ! ໄວຮຸ່ນ 4 ຄົນ ໃຊ້ອາວຸດງ້າວໄລ່ຟັນປະຊາຊົນ 2 ຄົນ ເພື່ອປຸ້ນເອົາລົດຈັກ ຢູ່ເມືອງສີໂຄດຕະບອງ ------------------ ນະຄອນຫຼວງວຽງຈັນ: ເກີດເຫດການອຸກອາດຂຶ້ນໃນສະຖານທີ່ສາທາລະນະ ເມື່ອກຸ່ມແກ໊ງໄວລຸ່ນຈຳນວນ 4 ຄົນ ຂາດຄວາມຢ້ານກົວກົດໝາຍ ໄດ້ຮ່ວມກັນໃຊ້ອາວຸດງ້າວ ບຸກເຂົ້າທຳຮ້າຍຮ່າງກາຍປະຊາຊົນຜູ້ບໍລິສຸດຢ່າງໂຫດຮ້າຍ ເພື່ອຈຸດປະສົງໃນການປຸ້ນລົດຈັກ, ຫຼ້າສຸດ ຜູ້ປະສົບເຫດ ແລະ ສັງຄົມ ຕ່າງຮຽກຮ້ອງໃຫ້ເຈົ້າໜ້າທີ່ຕຳຫຼວດ ເລັ່ງຕິດຕາມມ້າງຄະດີນີ້ຢ່າງຮີບດ່ວນ ເຫດການສະເທືອນຂວັນນີ້ ໄດ້ເກີດຂຶ້ນໃນວັນທີ...

ລູກເຂີຍອິນໂດ ໂຫດ ແຄ້ນຖືກແມ່ເຖົ້າດູໝິ່ນ ວາງຢາຂ້າດ້ວຍປິ້ງໄກ່ ໃສ່ຢາພິດ

ຕຳຫຼວດອິນໂດເນເຊຍ ຈັບກຸມລູກເຂີຍໂຫດ ກໍ່ເຫດວາງຢາພິດຂ້າແມ່ເຖົ້າດ້ວຍການໃຊ້ປິ້ງໄກ່ ໃສ່ສານພິດ ສົ່ງໄປເຖິງເຮືອນ ອ້າງບໍ່ພໍໃຈທີ່ຖືກດູຖູກ ຕຳຫຼວດລະບຸວ່າ ຜູ້ກໍ່ເຫດຊື່ ເພີວາດີ ວາຫຍູດີ ອາຍຸ 40 ປີ ຖືກກ່າວຫາວ່າສັ່ງຊື້ສະເຕ໊ະໄກ່ໃນວັນທີ 18 ພຶດສະພາ ກ່ອນນຳໄປຈຸ່ມສານເຄມີອັນຕະລາຍ ແລ້ວສົ່ງຜ່ານບໍລິການຂົນສົ່ງອາຫານໄປຍັງເຮືອນຂອງເຫຍື່ອໃນແຂວງຊາວາກາງ. ເບື້ອງຕົ້ນຕຳຫຼວດເຊື່ອວ່າ ແຮງຈູງໃຈມາຈາກຄວາມໄມ່ພໍໃຈທີ່ຜູ້ຕ້ອງສົງໄສຮູ້ສຶກວ່າແມ່ຍາຍໄມ່ໃຫ້ກຽດ ແຕ່ຕົວຜູ້ຕ້ອງສົງໄສຍັງໄມ່ໄດ້ຖືກຕັ້ງຂໍ້ຫາຄະດີຄ້າຍຄືຢ່າງເປັນທາງການ. ຄະດີນີ້ກາຍເປັນຂ່າວໃຫຍ່ ຫຼັງຄອບຄົວຂອງຍິງອາຍຸ 57 ປີ ຊຶ່ງລະບຸຊື່ພຽງວ່າ ອາມີນາ...

ຮູ້ສາເຫດແລ້ວຈາກເຫດການ ໂຊເຟີຂັບລົດໄລ່ຕຳຍິງສາວ ທີ່ປ້ຳນ້ຳມັນ ກ່ອນຈູດໄຟເຜົາຕົນເອງ ແລະ ລົດ ເກີດຈາກຄວາມຫຶງຫວງຈຶ່ງຈູດລົດ ແລະ ຕົນເອງ ຈົນເກີດໄຟໄໝ້ປ້ຳນ້ຳມັນຢູ່ຜາງແຫ້ງຜູ້ກໍ່ເຫດເສຍຊີວິດໃນເວລາຕໍ່ມາ

ວັນທີ 9 ມິຖຸນາ 2026, ພັທ ຈິດຕະວົງ ໄຊພະວົງ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 6 ມິຖຸນາ 2026 ເວລາ 19 ໂມງ 00 ນາທີ, ໄດ້ຮັບແຈ້ງຈາກທ້າວ ສິນນະວັດ...

ລົດຕູ້ຕຳ ກັບ ລົດເມດ່ວນ BRT ຢູ່ຖະໜົນໄກສອນພົມວິຫານ

ວັນທີ 10 ພຶດສະພາ 2026 ເກີດອຸປະຕິເຫດ ລົດຕູ້ຕໍາກັບລົດເມດ່ວນ BRT ຢູ່ຊ່ອງທາງລົດເມດ່ວນ BRT ຖະໜົນໄກສອນພົມວິຫານ ໃກ້ໄຟແດງຫໍປະຊຸມແຫ່ງຊາດ ເຂດບ້ານສີວິໄລ ເມືອງໄຊທານີ ນະຄອນຫລວງວຽງຈັນ ເຮັດໃຫ້ລົດຕູ້ເປ່ເພສົມຄວນ, ບໍ່ມີຜູ້ໄດ້ຮັບບາດເຈັບ. ເຕືອນຜູ້ໃຊ້ລົດໃຊ້ຖະໜົນເວລາຈະລ້ຽວລົດ ຢູ່ໄຟແດງ ເສັ້ນທາງທີ່ມີລົດ BRT ແລ່ນຜ່ານ, ຖ້າເວລາຮອດໄຟແດງ ແມ່ນໃຫ້ລໍຖ້າລົດ BRT ອອກໄປກ່ອນທຸກກໍລະນີ...

ເຈົ້າໜ້າທີ່ຕໍາຫຼວດ ມ້າງກຸ່ມແກ້ງຄໍເຊັນເຕີ ຢູ່ເເຂວງສະຫວັນນະເຂດກັກຕົວ ໄດ້ 600 ກວ່າຄົນ

ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2026, ເຈົ້າໜ້າທີ່ຕໍາຫຼວດກະຊວງ ປກສ ສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງສະຫັນນະເຂດ ເຂົ້າມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ( Call center ) ຢູ່ເເຂວງສະຫວັນນະເຂດ ສາມາດຈັບຕົວໄດ້ 605 ຄົນ ຍິງ 81 ຄົນ ລວມມີ 6 ສັນຊາດ...

ຂ່າວລ່າສຸດ