ວັນທີ 10 ພຶດສະພາ 2026 ເກີດອຸປະຕິເຫດ ລົດຕູ້ຕໍາກັບລົດເມດ່ວນ BRT ຢູ່ຊ່ອງທາງລົດເມດ່ວນ BRT ຖະໜົນໄກສອນພົມວິຫານ ໃກ້ໄຟແດງຫໍປະຊຸມແຫ່ງຊາດ ເຂດບ້ານສີວິໄລ ເມືອງໄຊທານີ ນະຄອນຫລວງວຽງຈັນ ເຮັດໃຫ້ລົດຕູ້ເປ່ເພສົມຄວນ, ບໍ່ມີຜູ້ໄດ້ຮັບບາດເຈັບ.

ເຕືອນຜູ້ໃຊ້ລົດໃຊ້ຖະໜົນເວລາຈະລ້ຽວລົດ ຢູ່ໄຟແດງ ເສັ້ນທາງທີ່ມີລົດ BRT ແລ່ນຜ່ານ, ຖ້າເວລາຮອດໄຟແດງ ແມ່ນໃຫ້ລໍຖ້າລົດ BRT ອອກໄປກ່ອນທຸກກໍລະນີ ຈຶ່ງຄ່ອຍລ້ຽວ ເພື່ອຄວາມປອດໄພ.

ພາບ: Sengouthai Xayseephuk





