ໄຟຟ້າພະລັງງານລົມ ເຈື່ອງເຊີນ ປະກອບສ່ວນດ້ານສາທາລະນະປະໂຫຍດ ຢ່າງຕັ້ງໜ້າ

Must read

ວັນທີ 7 ພຶດສະພາ ຜ່ານມານີ້, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ, ພ້ອມດ້ວຍ ທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ຄະນະທີ່ຕິດຕາມ ໄດ້ເຄື່ອນໄຫວຢ້ຽມຢາມ ໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ ທີ່ຕັ້ງຢູ່ເມືອງຄໍາເກີດ ແລະ ໄຊຈໍາພອນ ແຂວງບໍລິຄໍາໄຊ, ເປັນກຽດຕ້ອນຮັບຄະນະ ໃນຄັ້ງນີ້ໂດຍ ທ່ານ ຫງວຽນບາສ້ານ ອໍານວຍການໃຫຍ່ບໍລິສັດຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ, ພ້ອມດ້ວຍຄະນະປະສານງານໂຄງການ ແລະ ກອງເລຂາຝ່າຍລາວ.

ໂອກາດການຢ້ຽມຢາມ ອໍານວຍການ ຂອງບໍລິສັດ ໄດ້ລາຍງານໃຫ້ຮູ້ວ່າໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ ທີ່ຕັ້ງຢູ່ເມືອງຄໍາເກີດ ແລະ ໄຊຈໍາພອນ ແຂວງບໍລິຄໍາໄຊ,ໄດ້ເລີ່ມລົງມືກໍ່ສ້າງໃນປີ 2024 ຕາມແຜນການຈັດຕັ້ງປະຕິບັດ ໂຄງການແມ່ນສຳເລັດ 100% ແລະ ຂາຍໄຟຟ້າສົ່ງອອກໃນທ້າຍປີ 2025 ຊຶ່ງເປັນບາດກ້າວໃໝ່ໃນການພັດທະນາແຫຼ່ງພະລັງງານທົດແທນຂອງລາວ. ຕາມການລາຍງານໃຫ້ຮູ້ຕື່ມອີກວ່າ ນັບແຕ່ເລີ່ມປະຕິບັດໂຄງການພະລັງງານລົມ ເຈື່ອງເຊີນ (ກຳລັງ 250 ເມກາວັດ) ແລະ ໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ 2 (ກຳລັງ 350 ເມກາວັດ), ບໍລິສັດລົງທຶນ ໄດ້ສຸມໃສ່ການ ເຄື່ອນໄຫວ ປະກອບສ່ວນ ດ້ານສາທາລະນະປະໂຫຍດ ຢ່າງຕັ້ງໜ້າ ເພື່ອພັດທະນາຊຸມຊົນ, ເປັນຕົ້ນ ສຸມໃສ່ຊຸກຍູ້ສົ່ງເສີມປະຊາຊົນບັນດາບ້ານເຂດທີ່ຕັ້ງຂອງໂຄງການ ຜະລິດກະສິກຳສິນຄ້າ ໂດຍໄດ້ສະໜັບສະໜູນແນວພັນ, ປຸ໋ຍຊີວະພາບ ແລະ ຄຳແນະນຳກ່ຽວກັບເຕັກນິກການປູກ ແລະ ການດູແລພືດ, ພ້ອມທັງເກັບຊື້ຜະລິດຕະພັນກະເສດດ້ວຍລາຄາທີ່ເໝາະສົມ, ຊ່ວຍໃຫ້ປະຊາຊົນມີຄວາມໝັ້ນຄົງໃນການຜະລິດ ບຳລຸງສ້າງວິຊາອາຊີບ ເພື່ອແກ້ໄຂຊີວິດການເປັນຢູ່ ແລະ ພັດທະນາເສດຖະກິດຄອບຄົວ. ພ້ອມກັນນັ້ນ ກໍໄດ້ສົ່ງເສີມດ້ານການສຶກສາ ການພັດທະນາຊັບພະຍາກອນມະນຸດ ແລະ ດ້ານພື້ນຖານໂຄງລ່າງ ເສັ້ນ ທາງຄົມມະນາຄົມອື່ນໆ, ເພື່ອປະກອບສ່ວນເຂົ້າໃນການພັດທະນາ ທ້ອງຖິ່ນ. ໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ. ໂຄງການດັ່ງກ່າວ, ບໍ່ພຽງແຕ່ເປັນການສະໜອງພະລັງງານໄຟຟ້າສະອາດຂອງລາວເທົ່ານັ້ນ ແຕ່ຍັງກາຍເປັນຕົວແບບຂອງການເຊື່ອມໂຍງຢ່າງມີປະສິດທິຜົນ ລະຫວ່າງ ການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ປະກອບສ່ວນຊຸກຍູ້ເປົ້າໝາຍການພັດທະນາແບບຍືນຍົງ ຂອງແຂວງບໍລິຄໍາໄຊຕື່ມອີກ.

ໃນນາມຕາງໜ້າການນໍາຂັ້ນສູງ ແຂວງຄໍາມ່ວນ ທ່ານ ໄຊຊະນະ ໂຄດພູທອນ ໄດ້ມີຄວາມສົນໃຈ ແລະ ຍິນດີເປັນຢ່າງຍິ່ງ ຕໍ່ຜົນງານການເຄື່ອນໄຫວຈັດຕັ້ງປະຕິບັດໂຄງການຂອງບໍລິສັດ ທີ່ໄດ້ເອົາໃຈໃສ່ດ້ວຍຄວາມຈິງໃຈ ແລະ ເຮັດແທ້ທໍາຈິງ, ສາມາດບັນລຸຜົນສໍາເລັດຕາມຄາດໝາຍດ້ວຍໝາກຜົນທີ່ດີ, ພ້ອມນີ້ທ່ານຍັງໄດ້ ແລກປ່ຽນໃນຫຼາຍບັນຫາທີ່ຕິດພັນກັບການດໍາເນີນກິດຈະການຂອງບໍລິສັດ ແລະ ຄາດວ່າ ໃນອະນາຄົດອັນໃກ້ນີ້ ທາງບໍລິສັດຈະໄດ້ສືບຕໍ່ສຶກສາຄົ້ນຄວ້າເປົ້າໝາຍລະອຽດ ຄວາມເປັນໄປໄດ້ເພື່ອລົງທຶນໃນຂົງເຂດຂະແໜງພະລັງງານ ແລະ ກໍ່ສ້າງພັດທະນາພື້ນຖານໂຄງລ່າງຕາໜ່າງເສັ້ນທາງຄົມມະນາຄົມ ຢູ່ແຂວງຄໍາມ່ວນ, ໃນໂອກາດດຽວກັນ ທ່ານ ແລະ ຄະນະຍັງໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມສະຖານທີ່ພາກສະໜາມ ເຂດທີ່ຕັ້ງບັນດາກິດຈະການກໍ່ສ້າງຂອງບໍລິສັດ ແລະ ເຂດພັດທະນາ ພື້ນຖານໂຄງລ່າງຂອງເສັ້ນທາງຄົມມະນາຄົມ ຢູ່ເມືອງ ໄຊຈໍາພອນ ທີ່ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກບໍລິສັດກໍຄືໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ ເປັນຜູ້ກໍ່ສ້າງ, ລວມທັງເສັ້ນທາງເຂົ້າຫາດ່ານປະເພນີ ນໍ້າອອນ ເຊື່ອມຈອດ ດ່ານປະເພນີແທັງຖຸ່ຍ ລະຫວ່າງແຂວງບໍລິຄໍາໄຊ ແລະ ແຂວງເຫງ່ອານ ອີກດ້ວຍ.

(ຂ່າວ: ໂທລະພາບແຂວງຄຳມ່ວນ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article