CATEGORY

ເຫດການ

ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ໃຊ້ເວລາເກືອບ 7 ຊົ່ວໂມງ ນຳຈັບຄົນຮ້າຍກໍ່ເຫດລັກລົດໃຫຍ່ພ້ອມຂອງກາງມອບຄືນເຈົ້າຂອງ

ເຈົ້າໜ້າທີ່ກຳລັງວິຊາສະເພາະ ກອງບັນຊາການ ປກສ ເມືອງນາຊາຍທອງ ສົມທົມກັບກຳລັງວິຊາສະເພາະພາກ ສ່ວນກ່ຽວຂ້ອງ ສາມາດນຳຈັບທ້າວ ດາວວຽງ ຫຼື ໂຕ່ ອາຍຸ 28 ປີ ໄດ້ຄາຫ້ອງແຖວທີ່ຜູ້ກ່ຽວເຊົ່າຢູ່ບ້ານດົງນາໂຊກໃຕ້ ເມືອງສີໂຄດຕະບອງ ພ້ອມຂອງກາງທີ່ລັກໄປ ຄືລົດກະບະຍີ່ຫໍ້ FORD RANGER ສີຂາວ ທະບຽນ ຫຄ 3366 ກຳ...

ຄິດວ່າຫຼານຊາຍລັກໄກ່… ຜິດຖຽງກັນ ຖືກຕີເສຍຊີວິດ

ວັນທີ 13 ກຸມພາ 2026 ປກສ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ສົມທົບກັບ ປກສ ກຸ່ມບ້ານ, ອົງການປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ນຳຕົວຜູ້ຖືກຫາໃນຄະດີຄາດຕະກຳ ລົງເຮັດແຜນທົດສະກຳ ເພື່ອປະກອບຄຳຮັບສາລະພາບ ຢູ່ສະຖານທີ່ເກີດເຫດ. ຕໍ່ກັບເຫດການດັ່ງກ່າວ, ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນວັນທີ 31 ຕຸລາ 2025 ທາງເຈົ້າໜ້າທີ່ຕຳຫຼວດແມ່ນໄດ້ຮັບແຈ້ງຈາກອົງການປົກຄອງບ້ານທ່າມ່ວງ...

ຕິດຕາມຈັບໄດ້ 13 ຄົນ ທີ່ຮ່ວມກັນປຸ້ນເອົາສາຍໄຟຟ້າ

ວັນທີ 5 ກຸມພາ 2026 ນີ້ ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ໄດ້ນຳຕົວຜູ້ຖືກຫາ 13 ຄົນ ໄປທົດສະກຳເຫດການຄືນ ໃນລາຍຄະດີ ຮ່ວມກັນປຸ້ນຊັບ(ສາຍໄຟທອງແດງ) ຕໍ່ກັບລາຍຄະດີດັ່ງກ່າວ ເຈົ້າໜ້າທີ່ຕຳຫຼວດ ໄດ້ໃຫ້ຮູ້ວ່າ ໃນຄັ້ງວັນທີ 6 ທັນວາ 2025 ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຄໍາມ່ວນ...

ພໍ່ຕູ້ຊາວເກົາຫລີ ຖືກຈັບຢູ່ສະໜາມບິນປາກເຊ ພ້ອມຂອງກາງຢາເຮໂລອິນ 2.8 ກິໂລກຣາມ

ປກສ ແຂວງຈຳປາສັກ ລາຍງານວ່າ: ວັນທີ 27 ມັງກອນ 2026 ຜ່ານມານີ້   ເຈົ້າໜ້າທີ່ພະແນກຕາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຮັບຜູ້ຕ້ອງຫາຈາກເຈົ້າໜ້າທິປະຈຳສະໜາມບິນສາກົນປາກເຊ ແຂວງຈໍາປາສັກ 01 ລາຍ 01 ຄົນ,ພ້ອມເຄື່ອງຂອງກາງຢາເສບຕິດ(ເຮໂລອິນ) ຈໍານວນ 2,832 ກຣາມ ຊື່ ທ້າວ ໂບເວີນ ຊອນ...

ເດັກນ້ອຍ ຈົມນ້ຳເສຍຊີວິດ 2 ຄົນ ຢູ່ແຂວງຈຳປາສັກ

ເປັນອຸທາຫອນ ແລະ ເຕືອນລູກຫຼານ! ເວລາ 15 ໂມງຂອງມື້ວານນີ້ ໄດ້ເກີດເຫດເດັກນ້ອຍ ອາຍຸປະມານ 5-6 ປີ ລົງຫຼິ້ນແມ່ນ້ຳຂອງ ແລ້ວຈົມນ້ຳເສຍຊີວິດ 2 ຄົນ ຢູ່ບ້ານດອນສັນ ເມືອງໂຂງ ແຂວງຈຳປາສັກ. ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ. ທີ່ມາ: ສອດເລື່ອງຊາວບ້ານ

ເກີດເຫດລົດກະບະຕໍາເຮືອນ ເດັກນ້ອຍເສຍຊີວິດຄາທີ່ 1 ຄົນ ບາດເຈັບ 2 ຄົນ ຫລັງຈາກໂອນເງິນໃຫ້ 10 ລ້ານແລ້ວຫລົບໜີ

ວັນທີ 15 ກຸມພາ 2026 ເວລາປະມານ 22:30 ນາທີ ເກີດເຫດລົດກະບະຕໍາເຮືອນ ຢູ່ບ້ານຫ້ວຍຄານ ເມືອງຈອມເພັດ ແຂວງຫລວງພະບາງ. ຂໍ້ມູນເບື້ອງຕົ້ນ: ເສຍຊີວິດຄາທີ່ 1 ຄົນ ແລະ ບາດເຈັບອີກ 2 ຄົນ ເປັນເດັກນ້ອຍທັງສາມ. ສ່ວນຄົນຂັບ ພາຍຫລັງເກີດເຫດໄດ້ໂອນເງິນໃຫ້ຜູ້ເສຍຫາຍ 10 ລ້ານກີບ ແລະ...

ປກສ ນະຄອນປາກເຊ ຈັບຕົວຍິງສາວ ພ້ອມຂອງກາງ ຄໍລາເຈນປະສົມສານເສບຕິດ 33 ຊອງ

ປກສ ແຂວງຈຳປາສັກ ລາຍງານວ່າ: ວັນທີ 03 ກຸມພາ 2026 ເວລາປະມານ 15 ໂມງ 00 ນາທີ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ລົງມ້າງຄະດີ ຢູ່ເຂດບ້ານພູມ່ວງ ນະຄອນປາກເຊ ແຂວງຈຳປາສັກ, ໄດ້ກັກຕົວຜູ້ຖືກຫາ 01 ຄົນ ຊື່ ນາງ...

ປກສ ເມືອງຍອດອູ ທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກ

ແຫລ່ງຂ່າວຈາກ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີ ສົມທົບກັບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງຍອດອູ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງທຳລາຍສວນຢາຝິ່ນທີ່ປະຊາຊົນລັກລອບປູກ ຢູ່ບ້ານພານ ເຂດພູຕາສານ (ຫົວນໍ້າຕອງ) ເມືອງຍອດອູ ແຂວງຜົ້ງສາລີ ເມື່ອບໍ່ດົນມານີ້ ໂດຍການນຳພາຂອງທ່ານ ພັທ ລີ ປັນແກ້ວ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ,...

ລົດແທັກຊີເສຍຫລັກປີ້ນ ຢູ່ໃກ້ວົງວຽນອາຊຽນ ນະຄອນໄກສອນ ຄົນຂັບໄດ້ຮັບບາດເຈັບສາຫັດ

ກູ້ໄພພົມມະເທບ1607ສະຫວັນະເຂດ ລາຍງານວ່າ: ວັນຈັນ ວັນທີ 9 ກຸມພາ 2026 ເວລາປະມານ 02:09 ນາທີ ເກີດເຫດລົດແທັກຊີເສຍຫລັກປີ້ນລົງຂ້າງທາງຢູ່ ໃກ້ວົງວຽນອາຊຽນ ນະຄອນໄກສອນພົມວິຫານ ແຂວງສະຫວັນະເຂດ. ຄົນຂັບໄດ້ຮັບເຈັບສາຫັດ ເພດຊາຍ ໝົດສະຕິຄາລົດ, ຂະນະເກີດເຫດບໍມີຜູ້ໂດຍສານ. ພາຍຫລັງເກີດເຫດທີມກູ້ໄພ ໄດ້ເຂົ້າຊ່ວຍນຳຜູ້ກ່ຽວອອກຈາກລົດ ແລະ ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍແຂວງ, ສ່ວນສາເຫດ ຍັງຢູ່ໃນຂັ້ນຕອນການເກັບກໍາຂໍ້ມູນຂອງເຈົ້າໜ້າທີ່. ທີ່ມາ: ໜັງສືພິມລາວພັດທະນາ

ກັງຫັນລົມ ຢູ່ ສ.ເກົາຫລີ ຫັກລົງທັບທາງ ໂຊກດີບໍ່ມີລົດແລ່ນຂະນະເກີດເຫດ

ວັນທີ 2 ກຸມພາ 2026 ເກີດເຫດເສົາກັງຫັນລົມຜະລິດໄຟຟ້າ ສູງປະມານ 80 ແມັດ ຢູ່ຟາມກັງຫັນລົມ ໃນເມືອງຍອງດອກ ແຂວງຄະຍອງຊັງເໜືອ ສ.ເກົາຫລີ ຫັກ ແລະ ລົ້ມລົງທັບທາງ ເຮັດໃຫ້ທາງຖືກປິດການສັນຈອນຊົ່ວຄາວ ແຕ່ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດ. ເຈົ້າໜ້າທີ່ຕຳຫລວດ ແລະ ດັບເພີງລະບຸວ່າ: ເສົາກັງຫັນລົມຫັກບໍລິເວນຍ່ານກາງເສົາ ເຮັດໃຫ້ໂຄງສ້າງລົ້ມທັບຂວາງທາງ ຈົນເຮັດໃຫ້ລົດບໍ່ສາມາດສັນຈອນໄປມາໄດ້...

ຂ່າວລ່າສຸດ