CATEGORY

ເຫດການ

ພົບເຫດປາຕາຍຈຳນວນຫລາຍ ຢູ່ແຄມນໍ້າເຊໂດນ ບໍ່ຮູ້ສາເຫດ ຍັງບໍ່ມີໜ່ວຍງານກ່ຽວຂ້ອງຊີ້ແຈງ

ວັນທີ 23 ເມສາ 2026 ປະຊາຊົນສ່ອງແສງ ວ່າ: ພົບເຫັນປານ້ອຍ-ໃຫຍ່ຕາຍຈໍານວນຫລາຍຢູ່ນໍ້າເຊໂດນ ເຂດບ້ານດອນເມືອງ ເມືອງຄົງເຊໂດນ ແຂວງສາລະວັນ ແຕ່ບໍ່ຮູ້ສາເຫດ. ປາຕາຍຈຳນວນດັ່ງກ່າວໄດ້ສົ່ງກິ່ນມັນຄາວທົ່ວແຄມນໍ້າ ຄາດວ່າອາດຕາຍໄດ້ຫລາຍມື້ ແລະ ຍັງມີໂຕທີ່ຫາກໍຕາຍໃໝ່ ເຮັດໃຫ້ປະຊາຊົນບໍ່ກ້າລົງອາບ ຫລື ໃຊ້ນໍ້າເຊເຂດດັ່ງກ່າວ. ພ້ອມທັງຝາກເຖິງພາກສ່ວນທີ່ກ່ຽວຂ້ອງລົງກວດກາຫາສາເຫດດ້ວຍ ເນື່ອງຈາກອາດຈະເປັນການທໍາລາຍລະບົບນິເວດ ແລະ ສົ່ງຜົນກະທົບຕໍ່ການດໍາລົງຊີວິດປະຈໍາວັນຂອງປະຊາຊົນ. ຂ່າວ: ໜັງສືພິມລາວພັດທະນາ Laophattana News

ຊາຍຈີນຊ໊ອກ ລ້ຽງລູກ 14 ປີ ບໍ່ແມ່ນສາຍເລືອດ ອະດີດພັນລະຍາຍອມຮັບນອກໃຈກ່ອນວັນແຕ່ງດອງ

ເກີດກໍລະນີສະທ້ານໃຈໃນເມືອງກຸ້ຍລິນ ແຂວງກວ່າງຊີ ປະເທດຈີນ ຫຼັງຊາຍຄົນໜຶ່ງຮູ້ພາຍຫຼັງຢ່າຮ້າງວ່າ ລູກຊາຍທີ່ລ້ຽງດູມານານ 14 ປີ ບໍ່ແມ່ນລູກແທ້ໆຂອງຕົນ ກ່ອນຍື່ນຟ້ອງອະດີດພັນລະຍາຮຽກຄ່າລ້ຽງດູຄືນ ແລະ ຄ່າເສຍຫາຍທາງຈິດໃຈ ສານປະຊາຊົນເຂດຊີຊິງ ເມືອງກຸ້ຍລິນ ເປີດເຜີຍຄຳຕັດສິນຄະດີດັ່ງກ່າວ ໂດຍລະບຸວ່າ ຊາຍນາມສະກຸນເຊຍ ແລະ ຍິງນາມສະກຸນລົ່ວ ແຕ່ງງານກັນ ແລະ ມີລູກຊາຍເກີດໃນປີ 2554 ກ່ອນຈະຢ່າກັນໃນເດືອນພຶດສະພາ 2567 ໂດຍໃຫ້ເດັກຢູ່ກັບແມ່ ເຖິງຢ່າງໃດກໍ່ຕາມ...

ເຫດການລົດເບັ້ນ SUV ເສຍຫລັກຢູ່ເສັ້ນທາງແຄມຂອງ ທ່າວັດຈັນ ນະຄອນຫລວງຽງຈັນ ຄົນຂັບປອດໄພ.

ວັນທີ 26 ເມສາ 2026 ເກີດເຫດລົດເບັ້ນ SUV ເສຍຫລັກຢູ່ເສັ້ນທາງແຄມຂອງ ທ່າວັດຈັນ ນະຄອນຫລວງຽງຈັນ (ຈຸດກາງຫລັກທຸງ) ຕົກລົງໄປເຂດສວນສະໜຸກດ້ານລຸ່ມ ຄົນຂັບປອດໄພ. ພາບໃນເຫດການ:

ເກີດເຫດລົດເມ ປາກເຊ-ວຽງຈັນ ປີ້ນຢູ່ບ້ານນ້ຳເດື່ອ ເມືອງປາກກະດິງ ແຂວງບໍລິຄໍາໄຊໄດ້ຮັບບາດເຈັບ 35 ຄົນ ແລະ ເສຍຊີວິດ 08 ຄົນ.

ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ເວລາບັດມານ 04:20 ນາທີ ຕອນເຊົ້າ ວັນທີ 22 ເມສາ 2026 ໄດ້ມີອຸບັດຕິເຫດ ລົດເມປາກເຊ-ວຽງຈັນ ໝາຍເລກທະບຽນ ບຂ 2603 ນະຄອນຫຼວງວຽງຈັນ ປີ້ນຢູ່ບໍລິເວນທາງໂຄ້ງ ບ້ານນ້ຳເດື່ອ ເມືອງປາກກະດິງ ແຂວງບໍລິຄຳໄຊ. ລົດຄັນດັ່ງກ່າວ ກຳລັງເດີນທາງຈາກ ປາກເຊ...

ສາມສ່ຽວ ຊອກລ່າສັດປ່າ ປືນເກາະເຄືອເຂົາລັ່ນໃສ່ສ່ຽວ ເສຍຊີວິດ 1 ຄົນ ສອງສ່ຽວວາງແຜນໜີຄວາມຜິດ! ອ້າງວ່າປືນລັ່ນໃສ່ຜູ້ກ່ຽວເອງ

ປກສ ແຂວງ ບໍລິຄໍາໄຊ ລາຍງານວ່າ: ວັນທີ 18 ມີນາ 2026 ເວລາ 18:00 ໂມງ ເຈົ້າໜ້າທີວິຊາສະເພາະ ປກສ ແຂວງ ບໍລິຄຳໄຊ ໄດ້ຮັບແຈ້ງ ຈາກອຳນາດການປົກຄອງບ້ານ ນາລ້ອງ ເມືອງ ບໍລິຄັນ ແຂວງ ບໍລິຄຳໄຊວ່າ: ມີເຫດການປືນລັ່ນໃສ່ຕົນເອງເສຍຊີວິດ, ພາຍຫລັງຮັບແຈ້ງຄວາມເຈົ້າໜ້າທີ່ວິຊາສະເພາະ...

ຂໍໃຫ້ທຸກຄົນປອດໄພ! ເກີດເຫດລົດເມສາຍໃຕ້ເສຍຫລັກປີ້ນ ມີຜູ້ໄດ້ຮັບບາດເຈັບ 35 ຄົນ

ປກສ ແຂວງບໍລິຄຳໄຊ ລາຍງານວ່າ: ເວລາປະມານ 04:20 ນາທີ ຕອນເຊົ້າ ວັນທີ 22 ເມສາ 2026 ເກີດອຸປະຕິເຫດ ລົດເມປາກເຊ-ວຽງຈັນປີ້ນ ຢູ່ບໍລິເວນທາງໂຄ້ງ ບ້ານນ້ຳເດື່ອ ເມືອງປາກກະດິງ ແຂວງບໍລິຄຳໄຊ. ໃນລົດຄັນດັ່ງກ່າວ ມີຜູ້ໂດຍສານ 46 ຄົນ, ແອດລົດ 1 ຄົນ,...

ເຈົ້າໜ້າທີ່ ຈັບຕົວຜູ້ຄ້າຂາຍຢາເສບຕິດ 3 ຄົນ ພ້ອມຂອງກາງ ແລະ ອາວຸດປືນ

ຫ້ອງຂ່າວ ປກສ ແຂວງຈໍາປາສັກ ລາຍງານວ່າ: ວັນທີ 02 ເມສາ 2026 ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ປະສານສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມ1 ແລະ ອຳນາດການປົກຄອງບ້ານລາດບົກ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ເຂົ້າກັກຕົວທ້າວ ໝ້ຽງ ອາຍຸ 24 ປີ ບ້ານທົ່ງທີງ...

ເກີດເຫດລົດບັນທຸກຕໍາກັນ ຢູ່ທາງໂຄ້ງບ້ານຊົ່ງຈ່າ ເມືອງນໍ້າບາກ ແຂວງຫລວງພະບາງ

ວັນທີ 6 ເມສາ 2026 ເກີດອຸປະຕິເຫດລົດບັນທຸຕໍາກັບລົດບັນທຸກ ຢູ່ລະຫວ່າງບ້ານກະເຈັດ-ບ້ານຊົ່ງຈ່າ ເມືອງນໍ້າບາກ ແຂວງຫລວງພະບາງ ບໍ່ມີຜູ້ໄດ້ຮັບບາດເຈັບ. ເຮັດໃຫ້ມີລົດຕິດຍາວ ຫລາຍຄັນ ຢູ່ບໍລິເວນດັ່ງກ່າວ. ພາບ: Mimee Seemoun

ຈັບຜູ້ກໍ່ເຫດຄາຕະກຳຍິງສາວ ແລ້ວຖິ້ມໄວ້ແຄມທາງທີ່ບ້ານບຶງວະ ນະຄອນໄກສອນ ແຂວງສະຫວັນນະເຂດ.

ຈາກເຫດການຄາຕະກຳສຸດສະເທືອນຂວັນທີ່ເກີດຂຶ້ນໃນວັນທີ ວັນທີ 21 ມີນາ 2026 ຜ່ານມາ, ໄດ້ມີປະຊາຊົນພົບສົບຍິງສາວ (ນາງ ວາດສະໜາ) ອາຍຸ 19 ປີ ເສຍຊີວິດຢູ່ປ່າຂ້າງທາງ ເຂດບ້ານບຶງວະ ນະຄອນໄກສອນ ພົມວິຫານ ຄາດວ່າຖືກຄາຕະກຳ. ຫຼັງຈາກນັ້ນເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ຈຶ່ງເປີດປະຕິບັດການຊອກຈັບຜູ້ກໍ່ເຫດ ແລະ ຄັດຈ້ອນເປົ້າໝາຍ ຈຶ່ງສາມາດກັກຕົວຜູ້ກໍ່ເຫດ ຊື່ທ້າວ...

ກັກຕົວ ແລະ ປັບໃໝກຸ່ມລັກລອບຂຸດຄົ້ນແຮ່ຄໍາ ແລະ ນໍາໃຊ້ເຄື່ອງມືຫາປາທີ່ຜິດກົດໝາຍ

ຂ່າວສານອອນລາຍ ແຂວງອັດຕະປື ລາຍງານວ່າ: ເລີ່ມແຕ່ວັນທີ 16 ກຸມພາ ຫາ ວັນທີ 24 ກຸມພາ 2026, ຄະນະສະເພາະກິດ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ປາບປາມກຸ່ມຜູ້ລັກລອບຂຸດຄົ້ນແຮ່ຄໍາ ແລະ ນໍາໃຊ້ເຄື່ອງມືຫາປາທີ່ຜິດກົດໝາຍ ສາມາດທັບມ້າງເປົ້າໝາຍ ແລະ ຢຶດເຄື່ອງຂອງກາງໄດ້ຫຼາຍລາຍການ ຄື: - ຢຶດຜ້າພົມປູຮ່ອນແຮ່ຄໍາ 8 ຜືນ...

ຂ່າວລ່າສຸດ