ພິດຢາເສບຕິດຈົນເປັນເຫດໃຫ້ຜົວກໍ່ເຫດຄາຕະກຳເມຍຍ້ອນໃຈຮ້າຍວ່າເມຍຊິປະ

Must read

ທ່ານ ພັທ ພູວິໄລ ດາວິໄລ ຫົວໜ້າພະແນກຕຳຫຼວດ ລາຍງານໃຫ້ຮູ້ວ່າໃນຄັ້ງວັນທີ 30/07/2026 ເວລາ 10 ໂມງ, ເຈົ້າໜ້າທີ່ວິຊາສະເພາະ ສືບສວນ – ສອບສວນ ຄະດີອາຍາ ປກສ ເມືອງ ອຸທຸມພອນ ໄດ້ຮັບການລາຍງານຈາກເຈົ້າໜ້າທີ່ ປກສ ກຸ່ມບ້ານທີ 6 ( ກຸ່ມໂພນເດື່ອ ) ວ່າ : ພົບເຫັນເຫດການ ຄາດຕະກຳ ເກີດຂື້ນຢູ່ບ້ານ ໂພນສະຫວ່າງ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ.

ທາງເຈົ້າໜ້າທີ່ສືບສວນ – ສອບສວນ ຄະດີອາຍາ ຈິ່ງໄດ້ສົມທົບກັບ ພະແນກນິຕິວິທະຍາ, ພະແນກສືບສວນ – ສອບສວນ ປກສ ແຂວງ ແລະ ການຈັດຕັ້ງທີ່ກ່ຽວຂ້ອງເຂົ້າກວດກາ ສະຖານທີ່ເກີດເຫດຕົວຈິງ, ພົບເຫັນຜູ້ເສຍຊີວິດຊື່ ນາງ ຄຳໝັ້ນ ອາຍຸ 38 ປີ, ອາຊີບເຮັດນາ ຢູ່ບ້ານ ໂພນສະຫວ່າງ ເມືອງ ອຸທຸມພອນ ນອນເສຍຊີວິດຢູ່ພື້ນເຮືອນຄົວ ທີ່ເຮືອນຂອງຜູ້ກ່ຽວເອງ, ສະພາບຊາກສົບ : ມີຮ່ອງຮອຍບາດແຜຖືກຕີດ້ວຍຂອງແຂງຢູ່ໜ້າຝາກ 02 ຈຸດ, ຢູ່ຫົວ ແລະ ງອ່ນ 02 ຈຸດ.ຜ່ານການສືບສວນ – ສອບສວນເອົາຄໍາໃຫ້ການຜູ້ຖືກສົງໄສ ແລະ ພະຍານທີ່ກ່ຽວຂ້ອງ ຈິ່ງຮູ້ໄດ້ວ່າ : ຜູ້ທີ່ລົງມືກໍ່ເຫດ ຄາດຕະກຳນາງ ຄຳໝັ້ນແມ່ນເປັນຜົວຂອງຜູ້ກ່ຽວເອງ : ຊື່ ທ້າວ ກະເຟື້ອງ ອາຍຸ 35 ປີ, ອາຊີບເຮັດນາ ຢູ່ບ້ານໂພນສະຫວ່າງ ເມືອງ ອຸທຸມພອນ, ເຊິ່ງທ້າວ ກະເຟື້ອງໄດ້ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ : ໃນເວລາ 06 ໂມງເຊົ້າ, ຂອງວັນທີ 29/07/2026 ທ້າວ ກະເຟື້ອງ ແລະ ນາງ ຄຳໝັ້ນ ໄດ້ພາກັນຂີ່ລົດຈັກມາແຕ່ນາ, ແລ້ວເຂົ້າມາເຮືອນຢູ່ໃນບ້ານ, ຈຸດປະສົງເພື່ອກ່ຽມເຄື່ອງລົງໃສ່ບາດວັນເຂົ້າພັນສາ, ໃນເວລາທີ່ນາງ ຄຳໝັ້ນກຳລັງນັ່ງກະກຽມເຄື່ອງໃສ່ບາດຢູ່ທີ່ເຮືອນຄົວ, ທ້າວ ກະເຟື້ອງກໍ່ມີແນວຄິດຢາກຮ້າຍເມຍ, ຍ້ອນເມຍຊິສົ່ງ, ຊິປະ, ທ້າວ ກະເຟື້ອງຈິ່ງໄດ້ຈັບເອົາເຫຼັກກະແຈເບີ 24 ທີ່ວາງຢູ່ໂຕະ, ແລ້ວຕີໃສ່ຫົວຂອງນາງ ຄຳໝັ້ນ ຜູ້ເປັນເມຍຈຳນວນ 03 ບາດ, ເຮັດໃຫ້ນາງ ຄຳໝັ້ນລົ້ມຫງາຍຫຼັງລົງພື້ນເຮືອນຄົວ, ທ້າວ ກະເຟື້ອງຈິ່ງໄດ້ວາງກະແຈ, ແລ້ວໄດ້ຈັບເອົາໄມ້ສາກກະເບືອທີ່ຢູ່ເທິງໂຕະ, ຕີໃສ່ຫົວນາງ ຄຳໝັ້ນອີກ 02 ບາດ, ເຮັດໃຫ້ນາງ ຄຳໝັ້ນເສຍຊີວິດ, ຈາກນັ້ນທ້າວ ກະເຟື້ອງກໍ່ໄດ້ອັດປະຕູເຮືອນໄວ້, ແລ້ວເອົາໄມ້ສາກກະເບືອໄປປະໄວ້ຢູ່ເຮືອນ ຂອງນາງ ຄອງມະນີ ( ລູກສາວນາງ ຄຳໝັ້ນ ), ແລ້ວຂີ່ລົດຈັກອອກເມືອຢູ່ນາ.

ຜ່ານມາທ້າວ ກະເຟື້ອງ ( ຜູ້ກໍ່ເຫດ ) ເຄີຍມີການພົວພັນເສບຢາບ້າ ແລະ ມັກທຳຮ້າຍຮ່າງກາຍນາງ ຄຳໝັ້ນ, ແລະ ມີເລື່ອງຜິດຖຽງກັນມາຕະຫຼອດ, ນາງ ຄຳໝັ້ນຈິ່ງຢາກປະ, ຢາກສົ່ງ.ເຫັນວ່າ : ການກະທຳຂອງທ້າວ ກະເຟື້ອງແມ່ນຜິດໃນຂໍ້ກ່າວຫາ : ການຄາດຕະກຳ, ດ້ວຍກາານເຮັດໃຫ້ຜູ້ອື່ນເສຍຊີວິດໂດຍເຈດຕະນາ ຕາມມາດຕາ 188 ຂອງປະມວນກົດໝາຍອາຍາສະບັບປັບປຸງປີ 2017.ປະຈຸບັນເຈົ້າໜ້າທີ່ສືບສວນ – ສອບສວນ ຄະດີອາຍາ ປກສ ເມືອງ ອຸທຸມພອນ ໄດ້ກັກຕົວທ້າວ ກະເຟື້ອງ ຜູ້ກໍ່ເຫດມາດຳເນີນຄະດີຕາມກົດໝາຍ.

ຂ່າວ:ເມືອງອຸທຸມພອນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article