CATEGORY

ຂ່າວພາຍໃນ

ຫຼວງພະບາງ ທຳລາຍສິນຄ້າໝົດອາຍຸ ແລະ ບໍ່ມີຄຸນນະພາບ 69 ລາຍການ ຈາກ 25 ຮ້ານຄ້າ ມູນຄ່າ 45 ລ້ານກວ່າກີບ

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນທ້າຍອາທິດຜ່ານມາ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫລວງພະບາງ ຈັດພິທີທໍາລາຍສິນຄ້າ ທີ່ບໍ່ໄດ້ຮັບການອະນຸຍາດຈຳໜ່າຍ, ສິນຄ້າໝົດອາຍຸ, ສິນຄ້າບໍ່ມີຄຸນນະພາບ ໂດຍມີທ່ານ ສຸລິໄຊ ຫົງສາຄອນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ແລະ ຜູ້ປະກອບການທຸລະກິດ ເຂົ້າຮ່ວມ. ສິນຄ້າທີ່ນຳມາທໍາລາຍຖິ້ມໃນຄັ້ງນີ້ ເປັນສິນຄ້າທີ່ເຈົ້າໜ້າທີ່...

ມອບ-ຮັບ ໝີຄວາຍ (ໝີດໍາ)” ຊື່ວ່າ ນໍ້າຫວານ”ເພດແມ່ ຈໍານວນ 1 ໂຕ ໃຫ້ແກ່ ສູນຊ່ວຍເຫຼືອໝີ ແລະ ອະນຸລັກພັນສັດປ່າ ຫຼວງພະບາງ.

ນະຄອນຫຼວງວຽງຈັນ: ໃນວັນທີ 13 ສິງຫາ 2026 , ຢູ່ທີ່ບ້ານ ດົງໂພນແຮ່, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບ ສັດປ່າປະເພດຫວງຫ້າມບັນຊີ I ຄື: ໝີຄວາຍ (ໝີດຳ) ເພດແມ່ ຈໍານວນ 1 ໂຕ ໃຫ້ແກ່ ສູນຊ່ວຍເຫຼືອໝີ ແລະ ອະນຸລັກພັນສັດປ່າ...

ເຈົ້າໜ້າທີ່ ເຮັດບົດບັນທຶກ 5 ຮ້ານ ລະເມີດແຈ້ງການໄວ້ອາໄລລະດັບຊາດ ລະຫວ່າງວັນທີ 8-12 ສິງຫາ 2026

ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫລວງວຽງຈັນ ລາຍງານວ່າ: ໂດຍປະຕິບັດຕາມແຈ້ງການ ຂອງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫລວງວຽງຈັນ ສະບັບເລກທີ 1084/ວທ.ນວ, ລົງວັນທີ 09 ສິງຫາ 2026 ປິດໃຫ້ບໍລິການຊົ່ວຄາວ ໃນໄລຍະວັນທີ 08-12 ສິງຫາ 2026 ເພື່ອເປັນການໄວ້ອາໄລຕໍ່ການຈາກໄປຂອງກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ. ຜ່ານການກວດກາຕິດຕາມ ຂອງໜ່ວຍສະເພາະກິດ...

ກັກຕົວຂະບວນການນາຍໜ້າ ຄ້າມະນຸດ

ໃນວັນທີ 23 ມີຖຸນາ 2026, ເຈົ້າໜ້າທີ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ: ມີຂະບວນການນາຍໜ້າຄົນລາວ ແລະ ຕ່າງປະເທດມາຕິດຕໍ່, ຊອກຫາ, ຂົນຂວາຍ ແລະ ຊັກຊວນເອົາຍິງສາວລາວ ໄປແຕ່ງດອງກັບຄົນຕ່າງປະເທດແບບບໍ່ຖືກຕ້ອງ ຢູ່ທີ່ບ້ານ ຢູ້ເປັຍ, ເມືອງ ຄຳ, ແຂວງ ຊຽງຂວາງ...

6 ເດືອນຕົ້ນປີ 2026 ຊື້-ຂາຍ ພະລັງງານໄຟຟ້າໄດ້ 9,089 GWh ມອບພັນທະໃຫ້ ລັດຖະບານໄດ້ 832 ຕື້ກີບ

ວັນທີ 11 ສິງຫາ 2026 ລັດວິສາຫະກິດໄຟຟ້າລາວ ໄດ້ຈັດກອງປະຊຸມສະຫລຸບການດໍາເນີນທຸລະກິດປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີປະທານສະພາບໍລິຫານ ລັດວິສາຫະກິດໄຟຟ້າລາວ, ຫົວໜ້າກົມ...

ອຸດົມໄຊ ຕັດສິນຈໍາເລີຍຂໍ້ຫາຕັດໄມ້ຄຸ້ມຄອງ ຖາງປ່າ ແລະ ຈູດປ່າໂດຍບໍ່ຖືກຕ້ອງ ຈຳຄຸກ 5 ເດືອນ ແລະ ປັບໃໝ 46 ລ້ານກວ່າກີບ

ໃນວັນທີ 5 ສິງຫາ 2026 ຢູ່ທີຫ້ອງປະຊຸມສານປະຊາຊົນເຂດ 1 ແຂວງອຸດົມໄຊ ໄດ້ຖະແຫຼງ ຄຳຕັດສີນຄະດີອາຍາ ເລກທີ 011/ຂຕ.ອ ລົງວັນທີ 05 ສິງຫາ 2026 ໂດຍຊ່ອງໜ້າຄະນະສານອາຍາສານປະຊາຊົນເຂດ 1 ພ້ອມອົງການກ່ຽວຂ້ອງ ແລະ ຈໍາເລີຍ, ຜ່ານການຄົ້ນຄ້ວາບັນດາຂໍ້ມູນຫຼັກຖານຕ່າງໆຢ່າງລະອຽດຖີ່ຖ້ວນ ແລະ ພາວະວິໄສ ຄະນະສານອາຍາ...

ຍທຂ ແຂວງບໍລິຄຳໄຊ ເລັ່ງແກ້ໄຂເສັ້ນທາງຫຼວງ ແລະ ທາງທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ

ໃນວັນທີ 11 ສິງຫາ 206 ນີ້,ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ພ້ອມຄະນະໄດ້ລົງຕິດຕາມເສັ້ນທາງຫຼວງແຫ່ງຊາດເລກ 8A ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ໂດຍມີທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ ມີຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ 2 ແຂວງຮ່ວມລົງຊຕິດຕາມ. ທ່ານ...

ນ້ຳຖ້ວມກະທັນຫັນ ເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງ

ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ເນື່ອງຈາກເກີດນ້ຳຖ້ວມກະທັນຫັນ ຢູ່ບ້ານນ້ຳດີ ແລະ ບ້ານປ່າປົວະ ເມືອງຫລວງນ້ຳທາ, ຊຶ່ງເຫດການນ້ຳຖ້ວມດັ່ງກ່າວ ແມ່ນເກີດຂຶ້ນພາຍຫລັງທີ່ມີຝົນຕົກໜັກຕິດຕໍ່ກັນ ແຕ່ຄ່ຳຄືນຂອງວັນທີ 10 ສິງຫາ 2026 ຈົນຮອດເວລາ 05:00 ໂມງເຊົ້າ ຂອງວັນທີ 11 ສິງຫາ ເຮັດໃຫ້ມວນນ້ຳປ່າໄຫລຊຸເຂົ້າຖ້ວມບ້ານນ້ຳດີຢ່າງກະທັນຫັນ. ຈາກການລົງເກັບກຳຂໍ້ມູນເບື້ອງຕົ້ນພົບວ່າ: ມີເຮືອນຊານຂອງປະຊາຊົນຖືກນ້ຳຖ້ວມ 23...

ເຈົ້າໜ້າທີ່ ບຸກຈັບແກ້ງສໍ້ໂກງທາງອອນລາຍ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ.

ໃນລະຫວ່າງ ວັນທີ 8-9 ສິງຫາ 2026 ນີ້, ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ໄດ້ລົງມ້າງກວາດລ້າງ ກຸ່ມແກ້ງເວບພະນັນອອນລາຍ ແລະ ສຊ້ໂກງທາງໂທລະຄົມ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ນະຄອນຫຼວງວຽງຈັນ, ໃນນີ້ໄດ້ເຂົ້າກວດຄົ້ນ ຕຶກອາຄານ 2, ຕຶກອາຄານ 10 ແລະ ຕຶກອາຄານ 11 ແລະ ຕຶກອານຄານ...

ຄະນະນຳຂອງແຂວງ ແລະ ເມືອງຫຼວງນ້ຳທາ ລົງກວດກາຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມກະທັນຫັນ ຢູ່ບ້ານນ້ຳດີ ແລະ ບ້ານປ່າປົວະ

ໃນຕອນເຊົ້າຂອງວັນທີ 11 ສິງຫາ 2026 ນີ້, ຄະນະນຳຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ລົງພື້ນທີ່ຕິດຕາມສະພາບໄພນ້ຳຖ້ວມກະທັນຫັນ ຢູ່ທີ່ບ້ານນ້ຳດີ ແລະ ບ້ານປ່າປົວະ ຕາແສງທົ່ງອົ້ມ ເມືອງຫຼວງນ້ຳທາ. ການລົງພື້ນທີ່ຄັ້ງນີ້ ນຳໂດຍ ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ວົງມະນີ ເພື່ອປະຊາ...

ຂ່າວລ່າສຸດ