CATEGORY

ຂ່າວພາຍໃນ

ທະຫານແຂວງບໍລີຄຳໄຊ ໄດ້ລົງຊ່ວຍເຫລືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ

ກອງບັນຊາການທະຫານແຂວງບໍລິຄຳໄຊ ລາຍງານວ່າ: ໃນລະຫວ່າງວັນທີ 9-10 ສິງຫາ 2026 ກອງບັນຊາການທະຫານເມືອງປາກກະດິງ, ທະຫານແຂວງບໍລີຄຳໄຊ ໄດ້ລົງຊ່ວຍເຫລືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ຢູ່ທາງແບ່ງຫລັກ 20 ເຂດ 3 ຕາແສງວຽງຄຳ, ເມືອງປາກກະດິງ ແຂວງບໍລິຄຳໄຊ. ການລົງຊ່ວຍເຫລືອໃນຄັ້ງນີ້ ນໍາໂດຍ ສະຫາຍ ພັນໂທ ຄຳສຸກ ວຽງວິໄລ ຫົວໜ້າການທະຫານ ກອງເມືອງປາກກະດີງ ພ້ອມດ້ວຍອ້າຍນ້ອງທະຫານທັງໝົດ...

ການນຳເມືອງວິລະບູລີ ລົງຕິດຕາມ ແລະ ຊ່ວຍເຫລືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ຈາກສະພາບຝົນຕົກຕິດຕໍ່ກັນຫລາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມກະທັນຫັນ ໃນບໍລິເວນເຂດພື້ນທີ່ຕໍ່າໃກ້ແຄມນ້ຳ ຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ ຕໍ່ສະພາບການດັ່ງກ່າວ, ການນຳຂັ້ນເມືອງ ຮ່ວມກັບຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ຮີບຮ້ອນລົງຕິດຕາມສະພາບການຢ່າງໃກ້ຊິດ ແລະ ເຂົ້າໃຫ້ຄວາມຊ່ວຍເຫລືອເບື້ອງຕົ້ນແກ່ພໍ່ແມ່ປະຊາຊົນໃນການສັນຈອນໄປ-ມາ ໃນວັນທີ 8 ສິງຫາ 2026 ຜ່ານມາ. ການລົງພື້ນທີ່ໃນຄັ້ງນີ້, ການນຳຂັ້ນເມືອງໄດ້ແບ່ງກຳລັງອອກເປັນ 2 ຈຸດ ເພື່ອຄວາມວ່ອງໄວໃນການຊ່ວຍເຫລືອ: ຈຸດທີ...

ປກສ ແຂວງອັດຕະປື ກວດພົບເຄືອຂ່າຍລັກລອບຕິດຕັ້ງເຄື່ອງຂຸດເງິນດິຈິຕອນ (Bitcoin) ເກືອບ 40 ໝ່ວຍ

ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງອັດຕະປື ໄດ້ລົງກວດກາ ແລະ ເກັບກຳຂໍ້ມູນ ພົບການລັກລອບຕິດຕັ້ງເຄື່ອງຂຸດເງິນດິຈິຕອນ (Bitcoin) ຂອງກຸ່ມ ທ້າວ ງຽນ ວຽດ ຮ່ວາງ ເຊິ່ງແຜ່ລາມຢູ່ຫຼາຍຈຸດພາຍໃນ 3 ເມືອງ ເຊັ່ນ: ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງພູວົງ. ຜົນການກວດກາຕົວຈິງ ນັບແຕ່ງັນທີ 28 ກໍລະກົດ...

ຮອງລັດຖະມົນຕີ ຍທຂ ລົງຕິດຕາມສະພາບເສັ້ນທາງເລກ 8A ຢູ່ເຂດພູຜາມ່ານເຈື່ອນທັບຖົມເສັ້ນທາງເຂດເມືອງຄູນຄໍາ ແຂວງຄໍາມ່ວນ

ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ທ່ານ ເດດສົງຄາມ ທໍາມະວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍການນໍາແຂວງບໍລິຄໍາໄຊ, ມີ ທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງບໍລິຄຳໄຊ ພ້ອມດ້ວຍພະແນກການ, ຂະແໜງຂະແໜງກ່ຽວຂ້ອງ ລົງຕິດຕາມເບິ່ງສະພາບການ ພູຜາມ່ານເຈື່ອນທັບຖົມເສັ້ນທາງເລກ 8A ຢູ່ເຂດເມືອງຄູນຄໍາ...

ປະທານປະເທດ ຕ້ອນຮັບຫົວໜ້າກົມໃຫຍ່ການເມືອງກອງທັບ ສສ ຫວຽດນາມ

ວັນທີ 6 ສິງຫາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຈ໋ອງ ເຫງ້ຍ ຫົວໜ້າກົມໃຫຍ່ການເມືອງກອງທັບ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອ ກາດທີ່ເດີນທາງມາຢ້ຽມຢາມ ແລະ...

ເມືອງງາ ແຂວງອຸດົມໄຊ ກຳລັງເຝົ້າລະວັງນ້ຳຖ້ວມ ແມ່ນ້ຳງາ ກຳລັງເພີ່ມຂຶ້ນຕໍ່ເນື່ອງ

ວັນທີ 7 ສິງຫາ 2026 ລະດັບນ້ຳງາ ສືບຕໍ່ເພີ່ມຂຶ້ນຕໍ່ເນື່ອງ ຍ້ອນມີຝົນຕົກໜັກຕິດຕໍ່ກັນຫລາຍວັນ ເຮັດໃຫ້ນ້ຳເຊາະສົ້ນຂົວບ້ານນາຄົກເຈື່ອນລຸ ລົດໃຫຍ່ບໍ່ສາມາດໄປມາໄດ້ແລ້ວ. ປະຊາຊົນເຂດດັ່ງກ່າວ ໂດຍສະເພາະປະຊາຊົນທີ່ອາໄສຢູ່ຕາມແຄມນ້ຳ ກຳລັງເຝົ້າລະວັງລະດັບນ້ຳຖ້ວມຢ່າງໃກ້ສິດ ແລະ ມີການເລີ່ມເກັບມ້ຽນເຄື່ອງຂອງທີ່ມີຄ່າ, ສັດລ້ຽງ ແລະ ອື່ນໆ ໄປໄວ້ທີ່ສູງເພື່ອຄວາມປອດໄພ. ຂໍ້ມູນ-ພາບ: ຂ່າວ ເມືອງງາ ແຂວງອຸດົມໄຊ

ນ້ຳຖ້ວມລະດັບສູງ ບ້ານສ້າງພອກ ເມືອງມະຫາໄຊ ແຂວງຄຳມ່ວນ

ວັນທີ 6 ສິງຫາ 2026 ເກີດສະຖານະການນ້ຳຖ້ວມລະດັບສູງ ໃນເຂດ ບ້ານສ້າງພອກ ເມືອງມະຫາໄຊ ແຂວງຄຳມ່ວນ ຫຼັງຈາກມີຝົນຕົກໜັກຕໍ່ເນື່ອງຫຼາຍຊົ່ວໂມງ. ຈາກຮູບພາບທີ່ເຜີຍແຜ່ ພົບວ່ານ້ຳໄດ້ເຂົ້າຖ້ວມພື້ນທີ່ຢູ່ອາໄສ ແລະ ເສັ້ນທາງພາຍໃນບ້ານ ປະຊາຊົນບາງສ່ວນຕ້ອງໃຊ້ເຮືອເປັນພາຫະນະໃນການເດີນທາງ ຂະນະທີ່ບ້ານເຮືອນບາງຫຼັງຖືກນ້ຳລ້ອມຮອບ. ເບື້ອງຕົ້ນ ຍັງບໍ່ມີລາຍງານກ່ຽວກັບຜູ້ບາດເຈັບ ຫຼື ຜູ້ເສຍຊີວິດຈາກເຫດການດັ່ງກ່າວ. ປະຊາຊົນໃນພື້ນທີ່ ແລະ ຜູ້ທີ່ຈະເດີນທາງຜ່ານເຂດດັ່ງກ່າວ ຄວນຕິດຕາມຂ່າວສານຈາກທາງການ ແລະ ຫຼີກລ້ຽງເສັ້ນທາງທີ່ມີນ້ຳຖ້ວມເຊາະໄຫຼ.

ມອບຜູ້ຖືກຫາສະແກມເມີ ແລະ ຫຼິ້ນການພະນັນຕ້ອງຫ້າມທີ່ຖືກຈັບຕົວໄດ້ຢູ່ ເອັສທີ ເວກັສ ໃຫ້ທາງການໄທ

ໃນວັນທີ 6 ສິງຫາ 2026 ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫຼວງວຽງຈັນ- ໜອງຄາຍ, ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ມອບຕົວຜູ້ຖືກຫາສັນຊາດໄທ ຈໍານວນ 32 ຄົນ ຍິງ 18 ຄົນ ທີ່ເປີດຫຼິ້ນການພະນັນຕ້ອງຫ້າມ, ດໍາເນີນກິດຈະການກ່ຽວກັບອາຊະຍາກໍາທາງລະບົບຄອມພິວເຕີ...

ສທໜລ ສະຫລຸບການເຄື່ອນໄຫວ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026

ໃນວັນທີ 6 ສິງຫາ ນີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ ພາຍໃຕ້ໃນຫົວຂໍ້ “ ການພັດທະນາ ສທໜລ ແລະ ການສົ່ງເສີມຊາວໜຸ່ມສ້າງເສດຖະກິດ“ ໂດຍການເປັນປະທານຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ນາງ ສຸວາລີ ຄຳຜຸຍ...

ເຕືອນເສັ້ນທາງຂາດ 2 ເສັ້ນ ລະຫວ່າງບ້ານຄູນເງິນ ຫາ ບ້ານພູໝາກແໜ່ງ ແລະ ບ້ານນາຂາມ ໄປຫາ ບ້ານຄູນມະນີ ( ບ້ານໃໝ່ດົງກະແສນ ) ເມືອງຄູນຄຳ ແຂວງຄຳມ່ວນ

ເນື່ອງຈາກມີຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ນ້ຳພາຍໃນຫ້ວຍລະບາຍບໍ່ທັນ ແລະ ໄຫຼກັດເຊາະເສັ້ນທາງ 2 ເຂດໃຫຍ່ ໃນເມືອງຄູນຄຳ, ແຂວງຄຳມ່ວນ, ສົ່ງຜົນໃຫ້ການສັນຈອນຕິດຂັດ, ລົດໃຫຍ່ ແລະ ລົດນ້ອຍ ບໍ່ສາມາດໄປ-ມາໄດ້ຊົ່ວຄາວ ໃນສອງເສັ້ນທາງດັ່ງນີ້: ເສັ້ນທາງບ້ານຄູນເງິນ ຫາ ບ້ານພູໝາກ ແລະ ເສັ້ນທາງບ້ານນາຂາມ ຫາ ບ້ານຄູນມະນີ (ບ້ານໃໝ່ດົງກະແສນ), ຂໍໃຫ້ບັນດາທ່ານທີ່ຈະເດີນທາງຜ່ານເສັ້ນທາງດັ່ງກ່າວ ເພີ່ມຄວາມລະມັດລະວັງ,...

ຂ່າວລ່າສຸດ