CATEGORY

ຂ່າວຕ່າງປະເທດ

ເກີດເຫດຊາຍລຶກລັບສີດພົ່ນສານເຄມີ ພາຍໃນຫ້າງດັງ “ກິນຊາ ຊິກຊ໌” ຢູ່ໂຕກຽວປະເທດຍີ່ປຸ່ນ ໄດ້ຮັບບາດເຈັບ 25 ຄົນ

ເກີດເຫດຊາຍຄົນໜຶ່ງ ສີດພົ່ນສານເຄມີບໍ່ຊາບຊະນິດ ພາຍໃນສູນການຄ້າສຸດຫຼູ “ກິນຊາ ຊິກຊ໌” (Ginza Six) ຍ່ານກິນຊາ ໃຈກາງນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອຊ່ວງທ່ຽງຂອງວັນທີ 25 ພຶດສະພາ ສົ່ງຜົນໃຫ້ມີປະຊາຊົນ 25 ຄົນ ມີອາການລະຄາຍເຄືອງຄໍ ແລະ ບໍ່ສະບາຍຕົນຕົວ ໂດຍໃນນັ້ນມີ 19 ຄົນ ຖືກນຳຕົວສົ່ງໂຮງໝໍ ແຕ່ທັງໝົດຍັງມີສະຕິຮູບສຶກຕົວດີ. ກົມຕຳຫຼວດນະຄອນຫຼວງໂຕກຽວ...

ນ້ຳມັນໂລກຄາດວ່າໝໍ່ເຂົ້າເຂດອັນຕະລາຍ! ຄັງສຳຮອງຫຼຸດຕ່ຳກວ່າເກນ 100 ວັນ ເປັນປະຫວັດການ

ເວັບໄຊ ນິກເຄອິ ເອເຊຍ (Nikkei Asia) ລາຍງານວ່າ: ປະລິມານນ້ຳມັນດິບໃນຄັງສະສົມທົ່ວໂລກ ມີແນວໂນ້ມຫຼຸດລົງຕ່ຳກວ່າລະດັບທີ່ພຽງພໍຕໍ່ຄວາມຕ້ອງການຊົມໃຊ້ "100 ວັນ" ພາຍໃນເດືອນນີ້ ເນື່ອງຈາກຊ່ອງແຄບຮໍມຸດ (Strait of Hormuz) ຍັງຄົງຖືກປິດ, ໃນຂະນະທີ່ນ້ຳມັນສຳຮອງທີ່ສະສົມໄວ້ກຳລັງຖືກດຶງອອກມາໃຊ້ຢ່າງຕໍ່ເນື່ອງ. ທະນາຄານ ໂກລແມນ ແຊັກສ໌ (Goldman Sachs) ປະເມີນວ່າ: ນັບຮອດທ້າຍເດືອນເມສາ, ປະລິມານນ້ຳມັນສຳຮອງທົ່ວໂລກຍັງຢູ່ໃນລະດັບທຽບເທົ່າຄວາມຕ້ອງການຊົມໃຊ້...

ທະຫານ 3 ແຂວງ ລາວ-ຫວຽດນາມ ພົບປະແລກປ່ຽນວຽກງານປ້ອງກັນຊາດ

ວັນທີ 21 ພຶດສະພາ 2026,ກອງບັນຊາການທະຫານແຂວງສະຫວັນະເຂດ-ຄໍາມ່ວນ ຮ່ວມກັບກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດກອງປະ ຊຸມພົບປະແລກປ່ຽນວຽກງານປ້ອງກັນຊາດ ປະຈຳສົກປີ 2025-2026 ຢູ່ທີ່ຫ້ອງປະຊຸມໂຮງແຮມດົງເຈືອງເຊີ້ນ ນະ ຄອນດົງຮ່າ ແຂວງກວາງຈິ ສສ ຫວຽດນາມ,ເຊິ່ງຝ່າຍລາວ ນໍາໂດຍ ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ກຳ ມະການຄະນະປະຈຳພັກແຂວງ...

ລາວ-ຍີ່ປຸ່ນ ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 22 ພຶດສະພາ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດຍີ່ປຸ່ນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂມເຕງິ ໂທຊິມິຊຶ (Mr. MOTEGI Toshimitsu) ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ, ໃນໂອກາດເດີນທາງຢ້ຽມຢາມ ແລະ...

ເກີດເຫດວຸ້ນວາຍຢູ່ໂຮງໝໍໃນກົງໂກ ຫຼັງຍາດພີ່ນ້ອງບໍ່ພໍໃຈທີ່ຖືກຫ້າມນຳສົບໄປຝັງຈຶ່ງໄດ້ພາກັນຈຸດໄຟເຜົາເຕັ້ນຂອງໂຮງໝໍຮັກສາຜູ້ປ່ວຍຕິດເຊື້ອເອໂບລາ ຈົນຕຳຫຼວດຕ້ອງຍິງປືນຂູ່ເພື່ອລະງັບເຫດ

ວັນທີ 23 ພຶດສະພາ 2026, ເກີດເຫດຈະລາຈົນຂຶ້ນຢູ່ໂຮງໝໍ ຣວາມປາຣາ (Rwampara) ໃກ້ກັບເມືອງບູນີອາ (Bunia) ແຂວງອິຕູຣີ (Ituri) ທາງພາກຕາເວັນອອກຂອງປະເທດກົງໂກ ເຊິ່ງເປັນສູນກາງການລະບາດຂອງພະຍາດເອໂບລາ ຫຼັງຈາກຄອບຄົວ ແລະ ໝູ່ເພື່ອນຂອງຊາຍໜຸ່ມຄົນໜຶ່ງ ທີ່ຄາດວ່າເສຍຊີວິດຍ້ອນພະຍາດເອໂບລາ ເກີດຄວາມບໍ່ພໍໃຈທີ່ເຈົ້າໜ້າທີ່ປະຕິເສດ ບໍ່ໃຫ້ນຳສົບກັບໄປຝັງເອງ. ທ່ານ ລຸກ ມາເລັມເບ ມາເລັມເບ (Luc Malembe...

ສົງຄາມອິດສະຣາເອນ-ເຮສໂບລາ ຍັງຮ້ອນແຮງ ຍອດຕາຍເລບານອນທະລຸ 3,000 ສົບ

ສະຖານະການສູ້ລົບລະຫວ່າງອິດສະຣາເອນ ແລະ ກຸ່ມຮິດບອລລາ ຍັງຄົງຮຸນແຮງຕໍ່ເນື່ອງ ເຖິງວ່າທັງສອງຝ່າຍຈະຕົກລົງຂະຫຍາຍເວລາຢຸດຍິງອອກໄປອີກ 45 ວັນ ໂດຍກະຊວງສາທາລະນະສຸກເລບານອນເຜີຍວ່າ ຍອດຜູ້ເສຍຊີວິດຈາກການໂຈມຕີຂອງອິດສະຣາເອນໄດ້ພຸ່ງເກີນ 3,000 ຄົນແລ້ວ ຂະນະທີ່ທັງສອງຝ່າຍຍັງສືບຕໍ່ໂຈມຕີກັນຢ່າງບໍ່ຢຸດຢັ້ງ. ກະຊວງສາທາລະນະສຸກຂອງເລບານອນເປີດເຜີຍວ່າ ຍອດຜູ້ເສຍຊີວິດໃນປະເທດຈາກການໂຈມຕີຂອງກອງທັບອິດສະຣາເອນ ນັບຕັ້ງແຕ່ຄວາມຂັດແຍ່ງລະຫວ່າງອິດສະຣາເອນ ແລະ ກຸ່ມຮິດບອລລາ ທວີຄວາມຮຸນແຮງຂຶ້ນໃນຕົ້ນເດືອນມີນາທີ່ຜ່ານມາ ໄດ້ທະລຸ 3,000 ສົບ ໂດຍຕົວເລກທາງການ ณ ວັນຈັນ (18...

ການພົບປະກັນຢ່າງເປັນທາງການລະຫວ່າງປະທານາທິບໍດີ ສີຈິ້ນຜິງ ແລະ ປະທານາທິບໍດີ ໂດໂນທຣໍາ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ​ວັນ​ທີ 14 ພຶດ​ສະ​ພາ​ນີ້, ທ່ານ ​ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະເຈ​ລະ​ຈາ​ກັບ ທ່ານ​ ໂດ​ນັນ ທ​ຣຳ, ປ​ະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ ​ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ​ ສປ ຈີນ ​ທາງ​ລັດ​ຖະ​ກິດ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ ທີ່​ນະ​ຄອນຫລວງ​ປັກ​ກິ່ງ. ໃນໂອກາດນີ້ ທ່ານ ​ສີ...

ສປ ຈີນ ຈະຍິງສົ່ງຍານອະວະກາດຂົນສົ່ງທ່ຽນໂຈ່ວ 10 ຂຶ້ນສູ່ອະວະກາດໃນໄວໆນີ້

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ວັນ​ທີ 8 ພຶດ​ສະ​ພາ​ນີ້, ຍານ​ອະ​ວະ​ກາດ​ຂົນ​ສົ່ງ​ທ່​ຽນ​ໂຈ່ວ​ 10 ພ້ອມ​ດ້ວຍຈະ​ຫລວດ​ສົ່ງ​ຍານຊາງ​ເຈີ່ງ-7 Y11 ໄດ້​ຖືກ​ສົ່ງ​ໄປ​ຮອດສະ​ຖານ​ທີ່ ​ຍິງ​ສົ່ງ​ຍານ​ອະ​ວະ​ກາດ​ແລ້ວ ​ແລະ ​ຈະຍິງ​ສົ່ງ​ໃນ​ໄວໆ​ນີ້. ຫ້ອງ​ການ​ໂຄງ​ການ​ການ​ບິນ​ອະ​ວະ​ກາດ ​ບັນ​ທຸກ​ຄົນ​ຂອງ​ ສປ ຈີນ ​ແຈ້ງ​ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ, ​ສະ​ຖານ​ທີ່ ແລະ​ ອຸ​ປະ​ກອນ​​ຢູ່​ສູນຍິງ​​ສົ່ງ​ຍານ​ອະ​ວະ​ກາດ​ເວີນ​ຊ່າງ ​ຢູ່​ໃນ​ສະ​ພາບ​ທີ່​ດີ,​ໃນ​ຂັ້ນ​ຕອນ​ຕໍ່​ໄປ ແລະ ຈະ​ດຳ​ເນີນ​ການກວດ​ກາ​ສະ​ມັດ​ຕະ​ພາບ​ຕ່າງໆ​,ການ​ທົດ​ສອບ​ຮ່ວມ...

ອົງການອະນາໄມໂລກ (WHO) ກຳລັງເດີນທາງໄປຍັງປະເທດເນເທີແລນ ເພື່ອຮັບການປິ່ນປົວທາງການແພດ.

ອົງການອະນາໄມໂລກ (WHO) ເປີດເຜີຍໃນວັນພຸດວານນີ້ວ່າ: ພົບຜູ້ປ່ວຍ 3 ລາຍ ທີ່ສົງໄສວ່າຕິດເຊື້ອໄວຣັສຮັນຕາ (Hantavirus) ເຊິ່ງໄດ້ຖືກຍົກຍ້າຍອອກຈາກເຮືອສຳລານ MV Hondius ແລະ ກຳລັງເດີນທາງໄປຍັງປະເທດເນເທີແລນ ເພື່ອຮັບການປິ່ນປົວທາງການແພດ. ຕາມຂໍ້ມູນຈາກ WHO, ຜູ້ປ່ວຍທັງ 3 ລາຍ ປະກອບມີ: ຊາວເຢຍລະມັນ 1 ຄົນ ຊາວດັດ (ເນເທີແລນ) 1 ຄົນ ແລະ...

ຕຳຫລວດກຳປູເຈຍ ບຸກຄົ້ນເຮືອນຫລູ 2 ຫລັງ ຈັບກຸມຜູ້ຕ້ອງສົງໄສກ່ຽວຂ້ອງກັບການຫລອກລວງທາງອອນລາຍ 100 ກວ່າຄົນ

ສື່ທ້ອງຖິ່ນຂອງກຳປູເຈຍລາຍງານວ່າ: ຕອນເຊົ້າວັນທີ 5 ພຶດສະພາ 2026 ກອງບັນຊາການຕຳຫລວດກຳປູເຈຍ ໄດ້ເປີດປະຕິບັດການຂະໜາດໃຫຍ່ ເພື່ອປາບປາມອາດຊະຍາກຳຕົວະຍົວະຫລອກລວງຜ່ານລະບົບໂທລະຄົມມະນາຄົມ ແລະ ເຄືອຂ່າຍອິນເຕີເນັດ ໃນເມືອງປອຍເປດ ແຂວງບັນເຕຍມຽນເຈີຍ ສາມາດຈັບກຸມຜູ້ຕ້ອງສົງໄສເປັນຊາວຕ່າງຊາດໄດ້ຫລາຍກວ່າ 100 ຄົນ. ເຈົ້າໜ້າທີ່ໄດ້ເຂົ້າກວດຄົ້ນເຮືອນຫລູ 2 ຫລັງ ພ້ອມທັງຄວບຄຸມຕົວບຸກຄົນຕ່າງຊາດຈຳນວນຫລາຍ. ນອກຈາກນີ້, ຍັງໄດ້ກວດຢຶດອາວຸດປືນສັ້ນ, ລົດໃຫຍ່ຫລາຍຄັນ ແລະ ຂອງກາງອື່ນໆ ທີ່ກ່ຽວຂ້ອງກັບຄະດີ. ທັງນີ້,...

ຂ່າວລ່າສຸດ