ສື່ທ້ອງຖິ່ນຂອງກຳປູເຈຍລາຍງານວ່າ: ຕອນເຊົ້າວັນທີ 5 ພຶດສະພາ 2026 ກອງບັນຊາການຕຳຫລວດກຳປູເຈຍ ໄດ້ເປີດປະຕິບັດການຂະໜາດໃຫຍ່ ເພື່ອປາບປາມອາດຊະຍາກຳຕົວະຍົວະຫລອກລວງຜ່ານລະບົບໂທລະຄົມມະນາຄົມ ແລະ ເຄືອຂ່າຍອິນເຕີເນັດ ໃນເມືອງປອຍເປດ ແຂວງບັນເຕຍມຽນເຈີຍ ສາມາດຈັບກຸມຜູ້ຕ້ອງສົງໄສເປັນຊາວຕ່າງຊາດໄດ້ຫລາຍກວ່າ 100 ຄົນ.

ເຈົ້າໜ້າທີ່ໄດ້ເຂົ້າກວດຄົ້ນເຮືອນຫລູ 2 ຫລັງ ພ້ອມທັງຄວບຄຸມຕົວບຸກຄົນຕ່າງຊາດຈຳນວນຫລາຍ. ນອກຈາກນີ້, ຍັງໄດ້ກວດຢຶດອາວຸດປືນສັ້ນ, ລົດໃຫຍ່ຫລາຍຄັນ ແລະ ຂອງກາງອື່ນໆ ທີ່ກ່ຽວຂ້ອງກັບຄະດີ.

ທັງນີ້, ການປາບປາມເຄືອຂ່າຍຫຼອກລວງອອນລາຍແມ່ນພວມທະວີຄວາມເຂັ້ມງວດຂຶ້ນທົ່ວປະເທດ ໂດຍເຂດປອຍເປດຖືກກຳນົດໃຫ້ເປັນໜຶ່ງໃນຈຸດສຳຄັນໃນການກວາດລ້າງ. ຂະນະນີ້, ເຈົ້າໜ້າທີ່ພວມຢູ່ໃນຂັ້ນຕອນກວດສອບສັນຊາດຂອງຜູ້ຕ້ອງສົງໄສ, ແຫລ່ງທີ່ມາຂອງຂອງກາງ ລວມເຖິງຄວາມເຊື່ອມໂຍງກັບອາດຊະຍາກຳຂ້າມຊາດອື່ນໆ ກ່ອນຈະດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.





