
ວັນທີ 6 ພຶດສະພາ 2026 ອົງການປົກເມືອງເມືອງຊະນະສົມບູນ ແຂວງຈໍາປາສັກ ສົມທົບກັບ ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນບ້ານຊາວບ້ານຄີລີ ທີ່ຂື້ນກັບຕາແສງໜອງດູ່ ເມືອງຊະນະສົມບູນ ເກັບຊາກປາຕາຍ ຢູ່ຕາມແຄມຝັ່ງແມ່ນ້ຳເຊໂດນ ແລ້ວນຳມາທຳລາຍຈູດເຜົາຖິ້ມ ໂດຍການນໍາພາຂອງ ທ່ານ ອໍ່າໄຊ ພອນມະນີ ປະທານຄະນະຄະນະກຳມະການປົກຄອງເມືອງຊະນະສົມບູນ ພ້ອມດ້ວຍ ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ປັດຈຸບັນ, ທາງອົງການປົກຄອງເມືອງຊະນະສົມບູນ ແມ່ນໄດ້ອອກແຈ້ງການ, ສະບັບເລກທີ 97/ຄປມ.ຊບ ເຖິງຄະນະພັກຮາກຖານຕາແສງ, ນາຍບ້ານທີ່ອາໄສຢູ່ຕາມຂອບເຂດແຄມແມ່ນໍ້າເຊໂດນເມືອງຊະນະສົມບູນ ເອົາໃຈໃສ່ໃນການຕິດຕາມເຝົ້າລະວັງປະກົດການເກີດປາຕາຍເປັນຈຳນວນຫລາຍໃນແມ່ເຊໂດນ.

– ມອບໃຫ້ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ປະສານສົມທົບກັບການຈັດຕັ້ງທຸກພາກສ່ວນລົງຕິດຕາມຢ່າງໃກ້ຊິດ, ເພື່ອບໍ່ໃຫ້ເກີດການແຜ່ລະບາດເປັນວົງກວ້າງເຊັ່ນ: ສັດ ຫາ ສັດ, ສັດ ຫາ ຄົນ, ທີ່ອາດຈະເກີດຂຶ້ນໄດ້ ພ້ອມທັງ ເກັບມ້ຽນທໍາລາຍ ຊາກປາທີ່ຕາຍເນົ່າເປື່ອຍຢູ່ຕາມແຄມຝັງແມ່ນໍ້າເຊໂດນຂຶ້ນມາທໍາລາຍຖິ້ມ.
– ມອບໃຫ້ຫ້ອງການສາທາລະນະສຸກເມືອງ ລົງຕິດຕາມກວດກາກ່ຽວກັບພະຍາດທີ່ເກີດຂື້ນ,ຫ້າມບໍ່ໃຫ້ພໍ່,ແມ່ປະຊາຊົນທີ່ອາໄສຢູ່ຕາມແຄມແມ່ນໍ້າເຊໂດນ ໂດຍສະເພາະຂອບເຂດບໍລິເວນທີ່ປາຕາຍບໍ່ໃຫ້ນໍາເອົາປາມາບໍລິໂພກເດັດຂາດ ແລະ ຫ້າມນໍາເອົານໍ້າເຊໂດນຂຶ້ນມານໍາໃຊ້ໃນຊີວິດປະຈໍາວັນ ແລະ ນໍາມາລ້ຽງສັດເດັດຂາດຈົນກວ່າສະພາບນໍ້າຈະກັບຄືມາເປັນປົກກະຕິ.

ສ່ວນສາເຫດ ແມ່ນຍັງລໍຖ້າຜົນການວິໄຈຈາກພາກສ່ວນທີ່ກ່ຽວຂ້ອງ ເພື່ອຢັ້ງຢືນສາເຫດການຕາຍຂອງປາໃຫ້ລະອຽດຈະແຈ້ງ.





