
ວັນທີ 23 ພຶດສະພາ 2026, ເກີດເຫດຈະລາຈົນຂຶ້ນຢູ່ໂຮງໝໍ ຣວາມປາຣາ (Rwampara) ໃກ້ກັບເມືອງບູນີອາ (Bunia) ແຂວງອິຕູຣີ (Ituri) ທາງພາກຕາເວັນອອກຂອງປະເທດກົງໂກ ເຊິ່ງເປັນສູນກາງການລະບາດຂອງພະຍາດເອໂບລາ ຫຼັງຈາກຄອບຄົວ ແລະ ໝູ່ເພື່ອນຂອງຊາຍໜຸ່ມຄົນໜຶ່ງ ທີ່ຄາດວ່າເສຍຊີວິດຍ້ອນພະຍາດເອໂບລາ ເກີດຄວາມບໍ່ພໍໃຈທີ່ເຈົ້າໜ້າທີ່ປະຕິເສດ ບໍ່ໃຫ້ນຳສົບກັບໄປຝັງເອງ.

ທ່ານ ລຸກ ມາເລັມເບ ມາເລັມເບ (Luc Malembe Malembe) ນັກການເມືອງທ້ອງຖິ່ນຜູ້ເຫັນເຫດການ ເປີດເຜີຍວ່າ: ຝູງຊົນໄດ້ເລີ່ມຂວ້າງປາສິ່ງຂອງໃສ່ໂຮງໝໍ ກ່ອນຈະຈຸດໄຟເຜົາເຕັ້ນທີ່ໃຊ້ເປັນເຂດຄັດແຍກຜູ້ປ່ວຍເອໂບລາ. ທ່າມກາງຄວາມໂກລາຫົນນັ້ນ ຕຳຫຼວດຕ້ອງໄດ້ຍິງປືນຂຶ້ນຟ້າເພື່ອສະຫຼາຍຝູງຊົນ, ໂດຍມີເຈົ້າໜ້າທີ່ສາທາລະນະສຸກໄດ້ຮັບບາດເຈັບຈາກການຖືກຂວ້າງກ້ອນຫິນ ໃສ່ກ່ອນທີ່ເຈົ້າໜ້າທີ່ຄວາມໝັ້ນຄົງຈະເຂົ້າຄວບຄຸມສະຖານະການໄດ້.
ເຫດການດັ່ງກ່າວ ສົ່ງຜົນໃຫ້ເຕັ້ນຮັກສາຜູ້ປ່ວຍ 2 ຫຼັງຖືກໄຟໄໝ້ຈົນໝົດ, ລວມເຖິງສົບທີ່ກຽມຈະນຳໄປຝັງນຳອີກ. ໃນເບື້ອງຕົ້ນມີລາຍງານວ່າ ຜູ້ປ່ວຍ 6 ຄົນອາດຈະຫຼົບໜີໄປໃນລະຫວ່າງເຫດຊຸນລະມຸນ, ແຕ່ຕໍ່ມາ ອົງກອນການແພດ ອາລີມາ (ALIMA) ເຊິ່ງເປັນຜູ້ດູແລເຕັ້ນດັ່ງກ່າວ ໄດ້ອອກມາຍືນຢັນວ່າ ຜູ້ປ່ວຍທັງໝົດໄດ້ຮັບການດູແລຢູ່ໃນໂຮງໝໍເປັນທີ່ຮຽບຮ້ອຍແລ້ວ.

ເຈົ້າໜ້າທີ່ສາທາລະນະສຸກລະບຸວ່າ: ສົບຂອງຜູ້ເສຍຊີວິດຍ້ອນພະຍາດເອໂບລາ ແມ່ນຍັງຄົງມີເຊື້ອ ແລະ ສາມາດແຜ່ລະບາດໄດ້ສູງ, ຈຶ່ງຈຳເປັນຕ້ອງໄດ້ປະກອບພິທີຝັງສົບຢ່າງປອດໄພຕາມມາດຕະຖານ ເພື່ອຄວບຄຸມການລະບາດ. ໃນຂະນະດຽວກັນ, ບຸກຄະລາກອນທາງການແພດໃນໂຮງໝໍ ກໍຕ້ອງຢູ່ພາຍໃຕ້ການຄຸ້ມກັນຂອງທະຫານຫຼັງເກີດເຫດ.
ທາງດ້ານທ່ານ ຊອງ ໂຄລດ ມູເຄນດີ (Jean-Claude Mukendi) ຜູ້ປະສານງານດ້ານຄວາມໝັ້ນຄົງໃນການຮັບມືກັບພະຍາດເອໂບລາ ປະຈຳແຂວງອິຕູຣີ ກ່າວວ່າ: ຊາຍຜູ້ເສຍຊີວິດເປັນນັກຟຸດບອນທ້ອງຖິ່ນ ເຊິ່ງເປັນບຸກຄົນທີ່ມີຊື່ສຽງໃນຊຸມຊົນ ແລະ ປະຊາຊົນຈຳນວນຫຼາຍແມ່ນຍັງບໍ່ທັນເຂົ້າໃຈເຖິງຄວາມຮ້າຍແຮງຂອງພະຍາດນີ້; ຂະນະທີ່ແມ່ຂອງຜູ້ກ່ຽວເຊື່ອວ່າ ລູກຊາຍເສຍຊີວິດຍ້ອນໄຂ້ທໍລະພິດ (ໄຂ້ໄທຟອຍ) ບໍ່ແມ່ນຍ້ອນເອໂບລາ. ນອກຈາກນີ້, ນັກການເມືອງທ້ອງຖິ່ນຍັງເປີດເຜີຍຕື່ມອີກວ່າ ປະຊາຊົນບາງສ່ວນຍັງເຊື່ອວ່າ ພະຍາດເອໂບລາແມ່ນເລື່ອງທີ່ຖືກແຕ່ງຂຶ້ນໂດຍອົງກອນຕ່າງຊາດ ແລະ ໂຮງໝໍ ເພື່ອຫວັງຜົນປະໂຫຍດທາງດ້ານເງິນຄຳ.

ທາງດ້ານອົງການອະນາໄມໂລກ ຫຼື WHO ລະບຸວ່າ: ການລະບາດໃນຄັ້ງນີ້ຖືເປັນ ພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ ແຕ່ຍັງບໍ່ທັນເຖິງຂັ້ນເປັນການລະບາດໃຫຍ່ທົ່ວໂລກ (Pandemic). ໂດຍຂໍ້ມູນຫຼ້າສຸດມີຜູ້ເສຍຊີວິດຈາກເອໂບລາໃນກົງໂກຢ່າງໜ້ອຍ 139 ຫາ 159 ລາຍ ຈາກຜູ້ຕ້ອງສົງໄສຕິດເຊື້ອປະມານ 600 ຄົນ, ໃນຂະນະດຽວກັນກໍມີການກວດພົບຜູ້ຕິດເຊື້ອແລ້ວໃນປະເທດເພື່ອນບ້ານຢ່າງ ອູການດາ.
ທັງນີ້, ການລະບາດໃນຄັ້ງນີ້ແມ່ນເກີດຈາກເຊື້ອເອໂບລາ ສາຍພັນບຸນດີບູກຽວ (Bundibugyo) ເຊິ່ງເປັນສາຍພັນທີ່ພົບໄດ້ຍາກ ແລະ ຍັງບໍ່ທັນມີວັກຊີນໄວ້ໃຊ້ງານເທື່ອ. ໂດຍ WHO ລະບຸວ່າ ອາດຈະຕ້ອງໃຊ້ເວລາອີກດົນເຖິງ 9 ເດືອນ ຈຶ່ງຈະສາມາດພັດທະນາວັກຊີນໄດ້ສຳເລັດ.
ທີ່ມາ: BBC





