ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ 8 ພຶດສະພານີ້, ຍານອະວະກາດຂົນສົ່ງທ່ຽນໂຈ່ວ 10 ພ້ອມດ້ວຍຈະຫລວດສົ່ງຍານຊາງເຈີ່ງ-7 Y11 ໄດ້ຖືກສົ່ງໄປຮອດສະຖານທີ່ ຍິງສົ່ງຍານອະວະກາດແລ້ວ ແລະ ຈະຍິງສົ່ງໃນໄວໆນີ້. ຫ້ອງການໂຄງການການບິນອະວະກາດ ບັນທຸກຄົນຂອງ ສປ ຈີນ ແຈ້ງໃຫ້ຮູ້ວ່າ: ປັດຈຸບັນ, ສະຖານທີ່ ແລະ ອຸປະກອນຢູ່ສູນຍິງສົ່ງຍານອະວະກາດເວີນຊ່າງ ຢູ່ໃນສະພາບທີ່ດີ,ໃນຂັ້ນຕອນຕໍ່ໄປ ແລະ ຈະດຳເນີນການກວດກາສະມັດຕະພາບຕ່າງໆ,ການທົດສອບຮ່ວມ ແລະ ວຽກງານອື່ນໆ ກ່ອນການຍິງສົ່ງ ຕາມແຜນການ.



(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ





