CATEGORY

ຂ່າວແນະນຳ

ອັບເດດສະພາບອາກາດຊ່ວງຕອນແລງ ປະຈຳວັນທີ 14 ກັນຍາ 2026

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນສະພາບອາກາດ ປະຈຳວັນທີ 14 ກັນຍາ 2026 (ເວລາ 18:00 ຫາ 07:00 ໂມງ) ເນື່ອງຈາກຍ່ອມຄວາມກົດດັນອາກາດຕ່ຳຍັງປົກຄຸມຢູ່ພາກກາງ ແລະ ພາກໃຕ້ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງ, ເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື່ອມໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປ ແລະ ມີຝົນຕົກໜັກ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ.

ສົ່ງມອບສະແກມເມີສັນຊາດຈີນ 98 ຄົນ ຢູ່ສະໜາມບິນສາກົນວັດໄຕ ໃຫ້ທາງການຈີນໄປດໍາເນີນຄະດີ

ໃນວັນທີ 14 ກັນຍາ 2026 ທີ່ສະໜາມບິນສາກົນວັດໄຕ ກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ມອບຜູ້ຖືກຫາກໍ່ອາຊະຍາກຳທາງອິນເຕີເນັດ ສັນຊາດຈີນ ຈໍານວນ 98 ຄົນ ຍິງ 6 ຄົນ ພ້ອມຂອງກາງມີໂທລະສັບ 50 ໜ່ວຍ, ຄອມພິວເຕີຕັ້ງໂຕະ 50 ເຄື່ອງ ແລະ ອື່ນໆອີກຈຳນວນໜຶ່ງ ໃຫ້ເຈົ້າໜ້າທີ່ຕຳຫຼວດ...

ຄະນະຜູ້ແທນສາກົນກວ່າ 270 ທ່ານ ຈາກກວ່າ 120 ປະເທດ ແລະ ອົງການຈັດຕັ້ງສາກົນ ລົງຢ້ຽມຢາມສະໜາມກວດກູ້ລະເບີດບໍ່ທັນແຕກທີ່ແຂວງຫຼວງພະບາງ

ຄະນະຜູ້ແທນສາກົນທີ່ເດີນ ທາງມາຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະ ເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of Convention on Cluster Munitions) ທີ່ສປປ ລາວໄດ້ຮັບ ກຽດເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026 ນີ້, ໄດ້ ເຄື່ອນໄຫວຢ້ຽມຢາມສະໜາມກວດກູ້ລະເບີດບໍ່ທັນແຕກ ຊຶ່ງຢູ່ພາຍໃຕ້ເຂດ...

ສະພາບອາກາດປະຈຳວັນທີ 14 ກັນຍາ 2026

ສະພາບອາກາດປະຈຳວັນທີ 14 ກັນຍາ 2026 ພາຍຸດີເປຊັນ ປັດຈຸບັນໄດ້ເຄື່ອນທີ່ຂຶ້ນຝັ່ງທາງພາກກາງຂອງປະເທດ ສສ ຫວຽດນາມ, ຊຶ່ງວົງລັດສະໝີຂອງພາຍຸຫົວນີ້ໄດ້ກວມເອົາເຂດພາກກາງ ແລະ ພາກໃຕ້ຂອງປະເທດລາວ. ຈາກນັ້ນ ພາຍຸຫົວນີ້ຈະອ່ອນກໍາລັງລົງເປັນຍ່ອມຄວາມກົດດັນອາກາດຕໍ່າ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຈະມີຝົນຕົກ ຕົກໜັກ ຫາ ຕົກໜັກຫລາຍ...

ເຕືອນເຝົ້າລະວັງນໍ້າຖ້ວມ! 5 ເມືອງ ແຂວງອັດຕະປື ເຂື່ອນໄຟຟ້ານໍ້າຕົກອາເລື່ອຍ ສສ ຫວຽດນາມ ຈະປ່ອຍນໍ້າ ເລີ່ມວັນທີ 12 ກັນຍາ 2026

ວັນທີ 9 ກັນຍາ 2026 ພະແນກະສິກຳ ແລະ ສິ່ງແວດລ້ອມ ແຂວງອັດຕະປື, ໄດ້ແຈ້ງເຕືອນມາຍັງ ປະຊາຊົນບັນດາເຜົ່າ ອົງການຈັດ ຕັ້ງທຸກພາກສ່ວນ-ທຸກຂັ້ນ ພາຍໃນແຂວງອັດຕະປື ກ່ຽວກັບ ການປ່ອຍນໍ້າອອກຈາກອ່າງເກັບນໍ້າເຂື່ອນອາເລື່ອຍ (ສສ ຫວຽດນາມ) ໃນວັນທີ 12 ກັນຍາ 2026.ຮັບຊາບວ່າ: ເຂື່ອນໄຟຟ້ານໍ້າຕົກອາເລື່ອຍ ຢູ່ ສສ ຫວຽດນາມ...

ແຈ້ງການມອດໄຟ ວັນທີ 13/9/2026

13/9/2026 ໃນຂົງເຂດບ້ານ ດອນກອຍ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ວັນທີ 13/9/2026 ໃນຂົງເຂດບ້ານ ໂຊກນ້ອຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ

ອຸຕຸເຕືອນ! ພາຍຸດີເປຣຊັນ 7 ແຂວງພາກກາງ-ໃຕ້ ກຽມຮັບມືຝົນຕົກໜັກ ວັນທີ 12-14 ກັນຍາ 2026

ເນື່ອງຈາກຮ່ອງຄວາມກົດອາກາດຕ່ຳ (ຮ່ອງຝົນ) ໄດ້ພາດຜ່ານເຂດພາກກາງ ແລະ ພາກໃຕ້ ຂອງປະເທດລາວ ປ່ອງໃສ່ຢ່ອນຄວາມກົດອາກາດຕ່ຳທີ່ມີກຳລັງແຮງຢູ່ເຂດທະເລຈີນໃຕ້ຕອນກາງ, ຄາດວ່າໃນວັນທີ 12 ກັນຍາ 2026 ຢ່ອນຄວາມກົດອາກາດຕ່ຳຈະມີກຳລັງແຮງເພີ່ມຂຶ້ນຊຶ່ງອາດຈະເປັນພາຍຸດີເປຣຊັນ (Tropical Depression) ແລະ ຈະເຄື່ອນທີ່ມາໃກ້ຊາຍຝັ່ງທາງພາກກາງຂອງປະເທດ ສສ. ຫວຽດນາມ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງຝັກປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື່ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງແຕ່ເຂດພາກເນື້ອຕາເວັນອອກ ລົງຫາ ພາກກາງ...

ສະພາບອາກາດປະຈຳວັນທີ 11 ກັນຍາ 2026

ຄວາມກົດດັນສູງຂອງອາກາດເຢັນ ຈາກປະເທດຈີນໄດ້ແຜລົງມາປົກຄຸມຢູ່ເຂດພາກເໜືອດ້ານຕາເວັນອອກຂອງປະເທດລາວ ດ້ວຍກຳລັງອ່ອນ, ສົມທົບກັບລົມຕາເວັນອອກສ່ຽງເໜືອ ພັດປົກຄຸມພາກເໜືອ ແລະ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມພາກກາງ ແລະ ພາກໃຕ້ ເຊິ່ງຈະເຮັດໃຫ້ມີຝົນຕົກຟ้າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຈະມີຝົນຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ວັນທີ 9 ກັນຍາຜ່ານມາ ທີ່ສະຖານນີຄ່ຽນຖ່າຍສິນຄ້າວຽງຈັນໃຕ້ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ພ້ອມດ້ວຍບັນດາຄະນະອະນຸກຳມະການ ໄດ້ເຄື່ອນໄຫວຕິດຕາມ ກວດກາຄວາມພ້ອມຂອງຄະນະຮັບຜິດຊອບ, ກຳລັງພົນ ແລະ ພາກສ່ວນຕ່າງໆ ກ່ອນການຝຶກຊ້ອມຕົວຈິງ. ການເຄື່ອນໄຫວຄັ້ງນີ້, ໄດ້ເນັ້ນໜັກໃສ່ການກວດກາຄວາມພ້ອມໂດຍລວມ,...

ແຈ້ງເຕືອນ! ເຂື່ອນໄຟຟ້າ ເຊລະນອງ 1 ຈະປ່ອຍນໍ້າເລີ່ມແຕ່ວັນທີ 12 ກັນຍາ 2026

ວັນທີ 10 ກັນຍາ 2026 ຫ້ອງວ່າການເມືອງພີນ ແຂວງ ສະຫວັນນະເຂດ ອອກແຈ້ງການ ກ່ຽວກັບລະບາຍນໍ້າອອກຈາກເຂື່ອນໄຟຟ້າເຊລະນອງ 1, ເຊິ່ງຕາມການຄາດຄະເນຂອງເຂື່ອນໄຟຟ້າ ເຊລະນອງ 1 ໃນວັນທີ 13-19 ກັນຍານີ້ ຈະມີຜົນກະທົບຈາກພະຍຸໄຕ້ຝຸ່ນທີ່ຈະເຄື່ອນຜ່ານເຂດເຂື່ອນ ໄຟຟ້າໂດຍກົງ ເຊິ່ງອາດຈະມີປະລິມານນໍ້າຝົນໄຫລເຂົ້າອ່າງສູງເຖິງ 8,500 m³/s ແລະ ລະດັບນໍ້າໜ້າອ່າງເກັບນໍ້າໃນເຂື່ອນຈະເພີ່ມຂຶ້ນເຖິງ EL...

ຂ່າວລ່າສຸດ