CATEGORY

ຂ່າວແນະນຳ

ແຈ້ງເຕືອນ! ເຂື່ອນໄຟຟ້າ ເຊລະນອງ 1 ຈະປ່ອຍນໍ້າເລີ່ມແຕ່ວັນທີ 12 ກັນຍາ 2026

ວັນທີ 10 ກັນຍາ 2026 ຫ້ອງວ່າການເມືອງພີນ ແຂວງ ສະຫວັນນະເຂດ ອອກແຈ້ງການ ກ່ຽວກັບລະບາຍນໍ້າອອກຈາກເຂື່ອນໄຟຟ້າເຊລະນອງ 1, ເຊິ່ງຕາມການຄາດຄະເນຂອງເຂື່ອນໄຟຟ້າ ເຊລະນອງ 1 ໃນວັນທີ 13-19 ກັນຍານີ້ ຈະມີຜົນກະທົບຈາກພະຍຸໄຕ້ຝຸ່ນທີ່ຈະເຄື່ອນຜ່ານເຂດເຂື່ອນ ໄຟຟ້າໂດຍກົງ ເຊິ່ງອາດຈະມີປະລິມານນໍ້າຝົນໄຫລເຂົ້າອ່າງສູງເຖິງ 8,500 m³/s ແລະ ລະດັບນໍ້າໜ້າອ່າງເກັບນໍ້າໃນເຂື່ອນຈະເພີ່ມຂຶ້ນເຖິງ EL...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບລັດຖະມົນຕີ ແລະ ການນຳກະຊວງກະລາໂຫມ ຣາຊະອານາຈັກໄທ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນໂທ ອະດຸນ ບຸນທໍາຈະເຣີນ ລັດຖະມົນຕີວ່າການກະຊວງກະລາໂຫມ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນຕອນເຊົ້າວັນທີ 9 ກັນຍາ 2026,ທີ່ສໍານັກງານນາຍົກລັດຖະມົນຕີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 30 ທີ່...

ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ປີນີ້ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ

ວັນທີ່ 9 ກັນຍາ 2026 ນີ້, ຄະນະກຳມະການຈັດງານບຸນຫໍ່ເຂົ້າປະດັບດີນ ຊ່ວງເຮືອເດືອນ 9 ປະຈຳປີ ພສ 2569 ຄສ 2026 ຢູ່ນະຄອນ ຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ, ໂດຍມີ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ,...

ສະພາບອາກາດປະຈຳວັນທີ 10 ກັນຍາ 2026

ຮ່ອງຄວາມກົດດັນອາກາດຕໍ່າໄດ້ເຄື່ອນຍ້າຍລົງມາພາດຜ່ານຢູ່ເຂດພາກກາງ ແລະ ພາກໃຕ້ຂອງປະເທດລາວ, ສົມທົບກັບລົມມົວສຸມຕາເວັນອອກສ່ຽງໃຕ້ຍັງສືບຕໍ່ມີກຳລັງປານກາງພັດປົກຄຸມ. ສະພາບການດັ່ງກ່າວຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຈະມີຝົນຕົກປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ.

ທຣຳ ສັ່ງຫ້າມນຳເຂົ້າສິນຄ້າຈາກການາດາ ທັງເຫຼົ້າ-ນົມ-ລົດຍົນ ມີຜົນ 29 ກັນຍາ ນີ້ ຫຼັງການາດາຂຶ້ນພາສີໂຕ້ຕອບ

ເມື່ອວັນທີ 8 ກັນຍາ 2026, ປະທານາທິບດີ ໂດນັລ ທຣຳ ໄດ້ລົງນາມໃນຄຳສັ່ງຝ່າຍບໍລິຫານສັ່ງຫ້າມນຳເຂົ້າສິນຄ້າຈາກການາດາຫຼາຍປະເພດ ເຊັ່ນ: ເຄື່ອງດື່ມແອລກໍຮໍ, ຜະລິດຕະພັນນົມ (ລວມທັງເວໂປຣຕີນ) ແລະ ສິນຄ້າອື່ນໆ ຕາມລາຍການຂອງທຳນຽບຂາວ. ທຣຳ ລະບຸວ່າ ການາດາເລືອກປະຕິບັດຕໍ່ການຄ້າຂອງສະຫະລັດຯ ຂະນະທີ່ທຳນຽບຂາວຊີ້ແຈງຕື່ມວ່າ ການາດາຈຳກັດການກະຈາຍສິນຄ້າຈາກສະຫະລັດຯ ແຕ່ກັບບໍ່ໃຊ້ມາດຕະການດຽວກັນກັບສິນຄ້າປະເພດດຽວກັນຈາກປະເທດອື່ນ. ລາຍງານຂ່າວລະບຸວ່າ ມາດຕະການຫ້າມນຳເຂົ້ານີ້ຈະມີຜົນຕັ້ງແຕ່ວັນທີ 29 ກັນຍາ...

ຮອງນາຍົກລັດຖະມົນຕີ ໂອ້ລົມຄະນະນຳພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ເນັ້ນສຸມໃສ່ປັບປຸງຄຸນນະພາບການຮຽນ-ການສອນ

ວັນທີ 7 ກັນຍາ 2026, ຢູ່ທີ່ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ກຽດພົບປະໂອລົມຄະນະນຳພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ກໍຄືຜູ້ບໍລິຫານການສຶກສາທົ່ວແຂວງ. ໃນພິທີທ່ານ ປອ ພູວົງ ອະໄພ...

ການນຳແຂວງບໍ່ແກ້ວ ມອບເງິນຊ່ວຍເຫລືອ 100 ລ້ານກີບ ໃຫ້ແຂວງອຸດົມໄຊ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ

ຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ການນຳແຂວງບໍ່ແກ້ວ ມອບເງິນຊ່ວຍເຫລືອ 100 ລ້ານກີບ ໃຫ້ແຂວງອຸດົມໄຊ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫລືອ ແລະ ບັນເທົາຜົນກະທົບຈາກໄພນ້ຳຖ້ວມໃນເດືອນສິງຫາຜ່ານມາ ທີ່ເຮັດໃຫ້ປະຊາຊົນ, ຊັບສິນ ແລະ ພື້ນຖານໂຄງລ່າງບາງສ່ວນໄດ້ຮັບຜົນກະທົບເສຍຫາຍເປັນຈຳນວນຫລາຍ. ພິທີມອບ-ຮັບເງິນຊ່ວຍເຫລືອດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 8 ກັນຍາ 2026 ທີ່ນະຄອນຫລວງວຽງຈັນ ຕາງໜ້າມອບໂດຍ ທ່ານ ພົນຈັດຕະວາ...

ສະພາບອາກາດປະຈຳວັນທີ 09 ກັນຍາ 2026

ຮ່ອງຄວາມກົດດັນອາກາດຕ່ຳ ຫລື ຮ່ອງຝົນຍັງຈະສືບຕໍ່ພາດຜ່ານພາກເໜືອດ້ານຕາເວັນຕົກ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫລາຍວັນທີ່ຈະເຮັດໃຫ້ມີນໍ້າຖ້ວມຊຸ, ຖ້ວມຍື່ງ, ດິນເຈື່ອນ ແລະ ນໍ້າຖ້ວມອັັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ...

ເປີດການຝຶກຊ້ອມຮ່ວມສອງກອງທັບລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ຂປລ. ພິທີເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ເພື່ອຊ່ວຍເຫລືອມະນຸດສະທໍາ ແລະ ການບໍລິການດ້ານການແພດ ຈັດຂຶ້ນໃນວັນທີ 7 ກັນຍາ 2026 ທີ່ສະໂມສອນກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ແລະ...

ອັບເດດສະພາບອາກາດຊ່ວງແລງຂອງວັນທີ 08 ກັນຍາ 2026 ເວລາ 18:00 ຫາ 07:00 ໂມງ

ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ຍັງພາດຜ່ານຢູ່ພາກເໜືອດ້ານຕາເວັນຕົກ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້ ພ້ອມຈະມີລົມພັດເປັນບາງໂອກາດ. ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນ...

ຂ່າວລ່າສຸດ