- Advertisement -spot_img

AUTHOR NAME

Pele

507 POSTS
0 COMMENTS

ລົດຕູ້ຕຳ ກັບ ລົດເມດ່ວນ BRT ຢູ່ຖະໜົນໄກສອນພົມວິຫານ

ວັນທີ 10 ພຶດສະພາ 2026 ເກີດອຸປະຕິເຫດ ລົດຕູ້ຕໍາກັບລົດເມດ່ວນ BRT ຢູ່ຊ່ອງທາງລົດເມດ່ວນ BRT ຖະໜົນໄກສອນພົມວິຫານ ໃກ້ໄຟແດງຫໍປະຊຸມແຫ່ງຊາດ ເຂດບ້ານສີວິໄລ ເມືອງໄຊທານີ ນະຄອນຫລວງວຽງຈັນ ເຮັດໃຫ້ລົດຕູ້ເປ່ເພສົມຄວນ, ບໍ່ມີຜູ້ໄດ້ຮັບບາດເຈັບ. ເຕືອນຜູ້ໃຊ້ລົດໃຊ້ຖະໜົນເວລາຈະລ້ຽວລົດ ຢູ່ໄຟແດງ ເສັ້ນທາງທີ່ມີລົດ BRT ແລ່ນຜ່ານ, ຖ້າເວລາຮອດໄຟແດງ ແມ່ນໃຫ້ລໍຖ້າລົດ BRT ອອກໄປກ່ອນທຸກກໍລະນີ...

ນາຍົກ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ທີ່ປະເທດ ຟີລິບປິນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ເຊິ່ງໄດ້ມີພິທີເປີດຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2026 ທີ່ ເຊບູ ປະເທດ ຟີລິບປິນ. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ຄັ້ງນີ້ ໂດຍການເປັນປະທານຂອງ...

ລັດຖະມົນຕີກະຊວງ ຍທຂ ລົງຕິດຕາມໂຄງການກໍ່ສ້າງຕາຝັ່ງເຈື່ອນ ແມ່ນ້ຳຂອງ ແລະ ແມ່ນ້ຳເຫືອງ ຢູ່ແຂວງໄຊຍະບູລີ

ວັນທີ 10-11 ພຶດສະພາ 2026ນີ້ ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ລວມມີຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານວິຊາການ ກະຊວງ ຍທຂ ລົງຕິດຕາມການພັດທະນາພື້ນຖານໂຄງລ່າງ ຢູ່ແຂວງໄຊຍະບູລີ ໂດຍສະເພາະແມ່ນໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ ຕາມສາຍແມ່ນໍ້າຂອງ ລຽບຕາມຊາຍແດນ...

ເຈົ້າໜ້າທີ່ຕໍາຫຼວດ ມ້າງກຸ່ມແກ້ງຄໍເຊັນເຕີ ຢູ່ເເຂວງສະຫວັນນະເຂດກັກຕົວ ໄດ້ 600 ກວ່າຄົນ

ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2026, ເຈົ້າໜ້າທີ່ຕໍາຫຼວດກະຊວງ ປກສ ສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງສະຫັນນະເຂດ ເຂົ້າມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ( Call center ) ຢູ່ເເຂວງສະຫວັນນະເຂດ ສາມາດຈັບຕົວໄດ້ 605 ຄົນ ຍິງ 81 ຄົນ ລວມມີ 6 ສັນຊາດ...

ແຈ້ງການມອດໄຟວັນທີ 10,11,12/05/2026

ທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1

ແຈ້ງການມອດໄຟ ວັນທີ 9-10/05/2026

ທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1

ຕຳຫຼວດນະຄອນໄກສອນ ພົມວິຫານ ຈັບເປົ້າໝາຍຄ້າ-ຂາຍ ຄໍລາເຈ່ນປະສົມສານເສບຕິດ

ພັທ ນວນຕາ ສີຈັນທອງທີບ ຮອງຫົວໜ້າກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 30 ເມສາ 2026 ເວລາ 9 ໂມງ, ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ພະແນກຕຳຫຼວດ ປກສ ນະຄອນໄກສອນ ພົມວິຫານ ໄດ້ຮັບຂໍ້ມູນຈາກພົນລະເມືອງດີວ່າ: ຢູ່ເຮືອນຂອງ ທ້າວ...

ໂຈນກໍ່ເຫດລັກມ້າງໝໍ້ແປງໄຟຟ້າ 2 ໜ່ວຍ ຢູ່ເມືອງປາກງື່ມ ນະຄອນຫລວງວຽງຈັນ

ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2 ລາຍງານວ່າ: ວັນທີ 6 ພຶດສະພາ 2026 ມີກຸ່ມຄົນບໍ່ດີລັກມ້າງອຸປະກອນໄຟຟ້າ ຢູ່ບໍລິເວນ ບ້ານເວີນກະເບົາ (ຫມໍ້ແປງສ່ວນຕົວ 1 ໜ່ວຍ) ແລະ ບ້ານໂນນຊຽງແລ (ຫມໍ້ແປງສາທາລະນະ 1 ໜ່ວຍ) ເມືອງປາກງື່ມ ນະຄອນຫລວງວຽງຈັນ ເຮັດໃຫ້ຜູ້ຊົມໃຊ້ໄຟຟ້າຮັບຜົນກະທົບເປັນວົງກວ້າງ. ຜ່ານການລົງກວດກາຕົວຈິງຂອງເຈົ້າໜ້າທີ່, ພົບວ່າອຸປະກອນປະກອບໝໍ້ແປງໄຟຟ້າຖືກລັກໄປຫລາຍລາຍການ. ປະຈຸບັນ, ຢູ່ໃນຂັນຕອນການເກັບກໍາຂໍ້ມູນຂອງເຈົ້າໜ້າທີ່...

ຈັບອ້າຍນ້ອງຊ່າງແອ ທຳຮ້າຍຮ່າງກາຍຜູ້ຂັບຂີ່ລົດຕັດໜ້າໄດ້ຮັບບາດເຈັບ

ຈາກກໍລະນີການທຳຮ້າຍຮ່າງກາຍປະຊາຊົນ ຢູ່ບ້ານສວນມອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 3 ພຶດສະພາ 2026 ຜ່ານມາ ທີ່ເປັນກະແສວິພາກວິຈານໃນສື່ສັງຄົມອອນລາຍ, ຫຼ້າສຸດ ເຈົ້າໜ້າທີ່ ປກສສາມາດກັກຕົວຜູ້ກໍ່ເຫດໄດ້ແລ້ວ. ຈາກການສອບສວນຂອງເຈົ້າໜ້າທີ່ລະບຸວ່າ: ຜູ້ກໍ່ເຫດຊື່ທ້າວ ສຸລິຍັນ ອາຍຸ 37 ປີ ແລະ ທ້າວ ສຸລິຍາ ອາຍຸ 35 ປີ...

ການນຳເມືອງໂຂງ ມອບເງິນ 15 ລ້ານກີບ ສົມທົບທຶນກໍ່ສ້າງທາງເບຕົງ ເຂົ້າບ້ານຫາດຊາຍຄູນ

ໃນວັນທີ 6 ພຶດສະພານີ້, ຄະນະພັກ-ອຳນາດການປົກຄອງເມືອງໂຂງ ແຂວງຈຳປາສັກ ໄດ້ນຳເອົາເງິນ 15.000.000 ກີບ ໄປມອບສົມທົບທຶນເຂົ້າໃນການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ບ້ານຫາດຊາຍຄູນ ເພື່ອຊຸກຍູ້ການພັດທະນາພື້ນຖານໂຄງລ່າງໃຫ້ມີຄວາມເຂັ້ມແຂງ, ໂດຍການເຂົ້າຮ່ວມ ແລະ ມອບຂອງ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ,...

Latest news

- Advertisement -spot_img