ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2 ລາຍງານວ່າ: ວັນທີ 6 ພຶດສະພາ 2026 ມີກຸ່ມຄົນບໍ່ດີລັກມ້າງອຸປະກອນໄຟຟ້າ ຢູ່ບໍລິເວນ ບ້ານເວີນກະເບົາ (ຫມໍ້ແປງສ່ວນຕົວ 1 ໜ່ວຍ) ແລະ ບ້ານໂນນຊຽງແລ (ຫມໍ້ແປງສາທາລະນະ 1 ໜ່ວຍ) ເມືອງປາກງື່ມ ນະຄອນຫລວງວຽງຈັນ ເຮັດໃຫ້ຜູ້ຊົມໃຊ້ໄຟຟ້າຮັບຜົນກະທົບເປັນວົງກວ້າງ. ຜ່ານການລົງກວດກາຕົວຈິງຂອງເຈົ້າໜ້າທີ່, ພົບວ່າອຸປະກອນປະກອບໝໍ້ແປງໄຟຟ້າຖືກລັກໄປຫລາຍລາຍການ.

ປະຈຸບັນ, ຢູ່ໃນຂັນຕອນການເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ ເພື່ອສືບສວນ-ສອບສວນ ແລະ ຕິດຕາມຕົວຜູ້ກະທຳຜິດມາລົງໂທດຕາມລະບຽບກົດໝາຍ.






